ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-11 16:51:06    
ຝ່າຍ​ຈີນ​ຈະ​ສືບ​ຕໍ່​ພ້ອມ​ກັບ​ອາ​ເມ​ລິ​ກາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ການ​ຄ້າ

cri
ຕາມ​ຂ່າວ CRI:ວັນ​ທີ 11 ທັນວາ​ນີ້ ຢູ່​ປັກ​ກິ່ງ, ທ່ານ​ນາງ​ອູ​ອີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນກ່າວ​ວ່າ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ອາ​ເມ​ລິ​ກາ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື,​ແກ້​ໄຂ​ບັນຫາ​ທີ່​ສອງ​ປະ​ເທດ​ປະສົບ​ໃນ​ການ​ພັດທະນາ​ເສດຖະກິດ​ການ​ຄ້າ​ນັ້ນ​ໃຫ້​ດີ.

ທ່ານ​ນາງ​ອູ​ອີ​ແມ່ນ​ກ່າວ​ຄວາມ​ເວົ້າດັ່ງກ່າວ​ໃນ​ກອງ​ປະຊຸມ​ຄະນະ​ກຳມະການການ​ຄ້າ​ປະສົມ​ຈີນ​ອາ​ເມ​ລິ​ກາ​ຄັ້ງທີ 18 ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.ນາງ​ກ່າວ​ວ່າ, ​ແຕ່​ປີ​ນີ້​ມາ ການ​ຄ້າ​ລະຫວ່າງ​ຈີນ​ອາ​​ເມ​ລິ​ກາ​ສືບ​ຕໍ່​ພັດທະນາ​ຢ່າງ​ຫມັ້ນທ່ຽງ,ຂົງ​ເຂດ​ການ​ຮ່ວມ​ມື​ເປີດ​ກວ້າງ​ອອກ​ຕື່ມ​ອີກ.ຈີນ​ມີ​ຫວັງ​ຈະ​ກາຍ​ເປັນ​ຕະຫລາດ​ສົ່ງ​ອອກ​ໃຫຍ່​ທີ​ສາມ​ຂອງ​ອາ​ເມ​ລິ​ກາ​ໃນ​ປີ​ນີ້.ນອກ​ນີ້, ການ​ລົງທຶນ​​​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ກໍ່​​ເພີ່ມ​ຂຶ້ນ​ຕື່ມ​ອີກ.​ແຕ່​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຄ້າ,ສອງ​ຝ່າຍ​ກໍ່​ມີ​ຄວາມ​ບໍ່​ກົມກຽວ​ກັນ,​ເຊັ່ນ:ຍັດ​ຕິ​ຂອງ​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ທີ່​ກ່ຽວ​ພັນ​ເຖີງການ​ຄ້າ​ຕໍ່​ຈີນ​ນັ້ນ​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ, ທ່າອ່ຽງທີ່​ຫັນ​ບັນຫາ​ເສດຖະກິດ​ການ​ຄ້າ​ໃຫ້​ເປັນ​ບັນຫາ​ການ​ເມືອງ​ນັບ​ມື້​ນັບ​ພົ້ນ​ເດັ່ນຂຶ້ນ;ສື່​ມວນ​ຊົນປັ່ນຂ່າວ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພດ້ານ​ຄຸນ​ນະພາ​ບ​ຂອງ​ຜະລິດ​ຕະພັນ​ຈີນ,​ໄດ້​ທຳລາຍ​ຊື່​ສຽງ​ຂອງ​ຜະລິດ​ຕະພັນ​ຈີນ​ແລະພາບ​ພົດຂອງ​ຈີນ.

ທ່ານ​ນາງ​ອູ​ອີ​ກ່າວ​ວ່າ, ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ອາ​ເມ​ລິ​ກາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຄະນະ​ກຳມະການ​ເສດຖະກິດ​ການ​ຄ້າ​ປະສົມ​ຈີນ​ອາ​ເມ​ລິ​ກາ​ຢ່າງ​ເຕັມ​ສ່ວນ,ຊຳລະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ເຫມາະ​ສົມ.