ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-12 15:05:58    
ລັດຖະບານ​ຈີນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​​ໃນ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຕື່ມ​ອີກ​ໃນ​ການ​ຕໍ່​ຕ້ານ​ການ​ຄ້າ​ມະ​ນຸດ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 12 ທັນວາ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານ​ຈ່າງ​ຊິ່ນ​ເຟິ່ງ ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຕື່ມ​ອີກ ​ໃນ​ການ​ຕໍ່​ຕ້ານ​ການ​ຄ້າ​ມະ​ນຸດ, ​​ແລະ​ເພີ່ມ​ຄວາມ​ແຮງ​ໃນການ​ຕໍ່ຕ້ານອາ​ຊະ​ຍາ​ກຳການ​ຄ້າ​ມະ​ນຸດ.

ທ່ານ​ຈ່າງ​ຊິ່ນ​ເຟິ່ງ​ແມ່ນ​​ໃຫ້​ທັດສະນະ​ດັ່ງກ່າວ ​ໃນ​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາ​ວຸ​ໂສ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ຮ່ວມມື​ກັນ​ຕໍ່ຕ້ານ​ການ​ຄ້າ​ມະນຸດ​ໃນອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.

ທ່ານ​ຈ່າງ​ຊິ່ນ​ເຟິ່ງກ່າວ​ວ່າ, ນັບ​ແຕ່​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງເລີ່​ມດຳ​ເນີນ​ການ​ຮ່ວມ​ມື​ຕໍ່ຕ້ານ​ການ​ຄ້າ​ມະນຸດ​ເມື່ອ​ປີ 2004 ​ເປັນຕົ້ນມາ, ​ໄດ້​ເຮັດ​ໃຫ້​ຜູ້​ຖືກ​ທຳ​ຮ້າຍ​ຈາກ​ການ​ອາ​ຊະ​ຍາ​ກຳ​ການ​ຄ້າ​ມະນຸດ ​ແລະ​ຜູ້​ອາດ​ຈະ​ຖືກ​ທຳຮ້າຍ​ທັງ​ຫຼາຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ຄະນະ​ຜູ້​ແທນ​ລັດຖະບານ​ຂອງ 6 ປະ​ເທດ ​ເຊັ່ນ ກຳປູ​ເຈຍ ຈີນ ລາວ ມຽນມາ ​ໄທ ​ແລະ​ຫວຽດ​ນາມ ​ໄດ້​ເຂົ້າຮ່ວມ​ກອງ​ປ​ະຊຸມ​ເທື່ອ​ນີ້.