ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-12 17:48:54    
ເຈົ້າ​ຫນ້າ​ທີ່​ຈີນ​ຮຽກ​ຮ້ອງ​ຈີນ​ອາ​ເມ​ລິ​ກາ​ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ເຊິ່ງກັນ​ແລະ​ກັນ​ທີ່​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ

cri
ຕາມ​ຂ່າວສານ​ຊີ​ນຮວາ: ​ເນື່ອງ​ໃນ​ໂອກາດ​ຈັດການ​ສົນທະນາ​ເສດຖະກິດ​ຍຸດ​ທະ​ສາດ​ຈີນ​ອາ​ເມ​ລິ​ກາ​ຄັ້ງທີ​ສາມ, ທ່ານ​ຈ່າງ​ສຽວສຽງ ຮອງ​ຫົວຫນ້າ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ຮຽກຮ້ອງຈີນ​ແລະ​ອາ​ເມ​ລິ​ກາ​ຈົ່ງ​ເພີ່ມ​ທະວີ​ການ​ສົນທະ​ນາ​ກັນ, ສ້າງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ເຊິ່ງກັນ​ແລະ​ກັນ​ທີ່​ມີ​ຜົນ​ດີ​ຕໍ່​ຈີນ​ແລະ​ອາ​ເມ​ລິ​ກາ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ປັກ​ກິ່ງ, ທ່ານ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ອົງ​ປະກອບ​ເສດຖະກິດ​ຂອງ​ອາ​ເມລິກາ​ໄດ້​ຮັບ​ການ​ປັບປຸງ, ວິສາະກິດ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ມີ​ຄວາມສົນ​ໃຈ​ຫລາຍນຳ​ການ​ຮ່ວມ​ມື​ ​ລົງທຶນ​ໃນ​ຂົງ​ເຂດ​ອຸດສາຫະກຳ​ເຄມີ ຢຸກຢາ ກົນ​ຈັກ ການບິນ​ແລະ​ເອ​ເລັກ​ໂຕຼນິກ​ເປັນຕົ້ນ.ສະນັ້ນ, ລັດຖະບານ​ຈີນ​ແລະ​ອາ​ເມ​ລິ​ກາ​ຄວນ​ໃຊ້​ມາດ​ຕະການ​ອັນ​ບັງ​ເກີດ​ຜົນ, ສ້າງ​ສະພາບ​ແວ​ພດລ້ອມ​ທີ່​ມີ​ຜົນ​ດີ​ຕໍ່​ວິ​ສາ​ຫະກິດ​ສອງ​ຝ່າຍ​ເປີດ​ກວ້າງ​ການ​ລົງທຶນ​ເຊິ່ງກັນ​ແລະ​ກັນ.

ທ່ານ​ຈ່າງ​ສຽວ​ສຽງ​ສະ​ເຫ​ນີ​ໃຫ້​ສອງ​ປະ​ເທດ​ສ້າງ​ລະບອບ​ແຈ້ງ​ຂໍ້​ມູນ​ຂ່າວສານ​ການ​ລົງທຶນ​ອັນ​ສຳຄັນ.