ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-13 15:46:22    
ຢ່າ​ເວົ້າ​ນີ້​ແມ່ນ​ຄວາມ​ຜິດ​ຂອງ​ຜູ້​ໃດ

cri

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ພໍ​ເຖິງ​ເວລາ​ນີ້​ຜູ້​ດຳ​ເນີນ​ລາຍການ​ໄຊ​ຊະນະ​ນຳ​ເອົາ​ລາຍການ​ແຟຊັນ​ສຽງ​ເພງ​ມາ​ພົບ​ກັບ​ມິດ​ລາຍການ​ທັງຫຼາຍ​ທຸກໆ​ວັນ​ຈັນ.

​ໃນ​ມຸນ​ແຈ​ເລິກໆ​ຂອງ​ທຸກໆ​ຄົນ​ມີ​ໂລກ​ນ້ອຍໆ​ຂອງ​ຕົນ, ມີ​ຄວາມ​ບໍລິສຸດ​ທີ່​​ເດັດ​ດ່ຽວ; ມີ​ຄວາມ​​ໃຝ່ຝັນ​ອັນ​ໜ້ອຍໆ​ຮັກສາ​ໄປ​ຢ່າງ​ຖາວອນ. ຄວາມ​​ໃຝ່ຝັນ​ນັ້ນ​ເຖິງ​ວ່າ​ນ້ອຍ​ກໍ​ຕາມ, ​ແຕ່​ມີ​ຄວາມ​ບໍລິສຸດ​ຈົນ​ຮອດ​ສາມາດ​ຮັກສາ​ໄປ​ຕະຫຼອດ​ໄປ, ຄຳ​ນັດ​ໃນ​ເມື່ອ​ກ່ອນ​ເຖິງ​ວ່າ​ງ່າຍດາຍ​ແຕ່​ສາມາດ​ຮັກສາ​ຄຳ​ໝັ້ນ​ສັນຍາ​ຕະຫຼອດ​ໄປ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ. ຄວາມ​​ໃຝ່ຝັນ​ແລະ​ຄຳ​ນັດ​ທີ່​ນ້ອຍໆ​ໃນ​ເມື່ອ​ກ່ອນ​ນັ້ນ​ແມ່ນ​ຝັງ​ເລິກ​ໃນ​ມຸນ​ແຈ​ຂອງ​ຕົນ, ​ໃນ​ຍາມ​ເດິກ​ປອບ​ໃຈ​ຂອງ​ຕົນ​ທີ່​ຖືກ​ທໍລະ​ມານ, ​ໃຫ້​ຄວາມ​ກ້າຫານ​ແລະ​ກຳລັງ​ແຮງອັນ​ໃຫຍ່​ທີ່​ສຸດ​ແກ່​ຕົນ​ເພງ, ນີ້​ກໍ​ແມ່ນ​ຄວາມ​ນ້ອຍໆ​ຂອງຣົງຈູ​ເອີ, ກໍ​ແມ່ນ​ຄວາມ​ນ້ອຍໆ​ຂອງ​ທົກ​ຄົນ. ​ເປັນ​ກຳ​ລັງ​ແຮງ​ທີ່​ສະ​ໜູ​ບສະ​ໜູນ​ພວກ​ເຮົາ​ຢ່າງ​ລັບໆ​ໃຫ້​ພວກ​ເຮົາ​ກ້າວໜ້າ​ຕໍ່​ໄປ​ຢ່າງ​ອົງ​ອາດ. ​​ໃນ​ຕອນ​ເລີ່​ມຕົ້ນ​ລາຍການ​ມື້​ນີ້​ເຊີນ​ຟັງ​ເພງ​ໃໝ່​ຊື່​ດຽວ​ກັນ​ໃນCDຊຸດ​ໃໝ່​ຂອງຣົງຈູ​ເອີ, ຄື​ເພງ 小小 ນ້ອຍໆ. ​ໃນ​ເພງ​ນີ້​ຮ້ອງ​ວ່າ, ຄວາມ​ຊົງ​ຈຳ​ເໝືອນ​ດັ່ງ​ຜູ້​ເລົ່າ​ເລື່ອງ​ລາວ, ​ໃຊ້​ສຽງ​ຄໍ​ທີ່​ເຕັມ​ໄປ​ດ້ວຍ​ບັນຍາກາດ​ຂອງ​ບ້ານ​ເກີດ, ​ເຕັ້ນ​ຂ້າມ​ຂຸມ​ນ້ຳ ລ້ຽງ​ອ້ອມ​ບ້ານ​ນ້ອຍ, ຄອຍ​ຖ້າ​ສາຍ​ຜູກ​ພັນ​ທີ່​ຈະ​ພົບ​ກັນ. ມາ​ຟັງ​ນຳກັນ​ເລີຍ.

​ເພງ​ຕໍ່​ໄປ​ແມ່ນ​ເພງ​ໃໝ່​ເພງ​ໜຶ່ງ​ຂອງ​ຈ້າວ​​ເຊີນ​ຢາງ, ຄື​ເພງ  ຢ່າ​ເວົ້າ​ນີ້​ແມ່ນ​ຄວາມ​ຜິດ​ຂອງ​ຜູ້​ໃດ. ​ໃນ​ເພງ​ນີ້​ຮ້ອງ​ວ່າ, ຢ່າ​ຄິດ​ຜົນ​ໄດ້ຜົນ​ເສຍຫຼາຍ​​ເກີນ​ໄປ, ຄວາມ​ຮັກ​ກໍ​ຄວນ​ມີ​ຄວາມ​ອິດສະຫຼະ, ຢ່າງ​ໜ້ອຍ​ຂ້ອຍ​ເຄີຍ​ຮັກ​ກໍ​ເຄີຍ​ຄຽດ​ແຄ້ນ, ຊັງ​ກຽດ​ຕົນ​ເອງ, ​ແລະ​ຢາກ​ປ່ອຍ​ປະ​ໄປ​ເລີຍ, ​ແຕ່​ເປັນ​ຫຍັງ​ຍັງ​ມີ​ຄວາມ​ເສຍດາຍ​ຄ້າງ​ຢູ່​ໃນ​ໃຈ, ​ເຈົ້າ​ຮັກ​ຂ້ອຍ​ບໍ່ ​ເຈົ້າ​ຊັງ​ຂ້ອຍ​ບໍ່, ຢ່າ​ເວົ້າ​ນີ້​ແມ່ນ​ຄວາມ​ຜິດ​ຂອງ​ຜູ້​ໃດ, ​ແມ່ນ​ຜູ້​ໃດ​ນ້ຳຕາ​ໄຫຼ​ເພື່ອ​ຜູ້​ໃດ, ​ແມ່ນ​​​ໃຜ​ຖືກ​ທໍລະມານ​ໃຈ.

ຫຼັງຈາກ1000ກວ່າມື້, ໂຈ່ວຮຸ້ຍໄດ້ອອກCDຊຸດ​ໃໝ່  ​ແຕກດອກ. CDຊຸດ​ນີ້​​ໄດ້ຖື​ເອົາ​ດົນຕີ​ລະບາຍ​ອາລົມ​ເປັນ​ພື້ນຖານ, ​ມີ​ບັນຍາກາດບູຮານ​ທັງ​ມີ​ລັກສະນະ​ສະ​ໄໝ​ນິຍົມ. ຕໍ່​ໄປ​​ໄຊຊະນະ​ຈະ​ຈັດ​ເພງ​ຊື້​ງໆ​ເພງ​ໜຶ່ງ​ສູ່​ຟັງ, ຄື​ເພງ  ຄວາມ​ມ່ວນ​ຊື່ນ​​ທີ່​ອອບກອດ​ກັນ. ​ໃນ​ເພງ​ນີ້​ຮ້ອງ​ວ່າ, ​ໃນ​ຂະນະ​ທີ່​ກອດ​ກັນ ມີ​ຄວາມ​ຮູ້​ສຶກທີ່​ສວຍ​ງາມ, ຄື​ຊິ​ເວລາ​ກໍ​ຢຸດ​ເຊົາ, ຂະນະ​ພັບ​ຕາ​ດຽວ​ນັ້ນ​ກໍ​ຮັກສາ​ຢ່າງ​ຖາວອນ, ​ໃນ​ຂະນະ​ທີ່​ກອດ​ກັນ, ຄວາມ​ປາຖະໜາ​ໄດ້​ກາຍ​ເປັນຄວາມ​ຈິງ​ໝົດ, ຄວາມ​ຄິດ​ຂອງ​ພວກ​ເຮົາ​ມີ​ແຕ່​ພວກ​ເຮົາ​ເອງ​ເຂົ້າ​ໃຈ, ບໍ່​ວ່າ​ເວລາ​ຈະ​ປິ່ນ​ໄປ​ແນວ​ໃດ, ຖ້າ​ບໍ່​ວາງ​ມື​ກໍ​ສາມາດ​ຍ່າງ​ເດີ​ນ​ໄປ​ຕະຫຼຶດ, ​ຍ້ອນ​ວ່າ​ມີ​ເຈົ້າ​ຂ້ອຍ​ກໍ​ໄດ້​ມີ​ທົ່ວ​​ໂລກ.

​ເພງ​ທີ່​ຟັງ​ມາ​ນັ້ນ​ຫວັງ​ວ່າ​ຍັງ​ຖືກ​ໃຈ​ທ່າ​ນຜູ້​ຟັງ​ທັງຫຼາຍ, ຕໍ່​ໄປ​​ໄຊຊະນະ​ຈະ​ຈັດ​ເພງ​ໜຶ່ງ​ທີ່​ມີ​ຈັງຫວະ​ໄວ, ຄືເພງດ່ຽວເພງໃໝ່ຂອງວາງລີ້ຮົງ ປ່ຽນ​ແປ​ງ ຕົນ​ເອງ. ​ໃນ​ເພງ​ນີ້​ຮ້ອງ​ວ່າ, ຂ້ອຍ​ສາມາດ​ປ່ຽນ​ແປງ​ທົ່ວ​ໂລກ, ປ່ຽນ​ແປງ​ຕົນ​ເອງ, ປ່ຽນ​ແປງ​ສິ່ງ​ກີດຂວາງ, ປ່ຽນ​ແປງ​ຄວາມ​ຂີ້​ຖີ່, ຕ້ອງ​ພະຍາຍາມ​ຕໍ່ໆ​​ໄປ, ບໍ່​ປ່ອຍປະ​ຈັກ​ເທື່ອ, ຈຶ່ງ​ສາມາດ​ປ່ຽນ​ແປງ​ໂລກ, come on ປ່ຽນ​ແປງ​ຕົນ​ເອງ.

ຕໍ່​ໄປ​ແມ່ນ CDຊຸດ​​ໃໝ່​ຂອງ​ຊີ​ຊ່ຽນ​ຢາ ຄື  ທິດ​ໃຕ້​ຂອງ​ເມ​ກສີ. ​ໃນ CDຊຸດ​​ນີ້​ໄດ້​ເກັບ​ໂຮມ​ບົດ​ແຕ່ງ​ຂອງ​ຜູ້​ແຕ່ງ​ເພງ​ດີ​​ເລີດ​ຂອງ​ເຂດ​ໃນ​ຈີນ ຮົງ​ກົງ ​ໄຕ້​ຫວັນ​ແລະ​ອາຊີ​ອາຄະ​ເນ, ​ໄດ້​ໃຊ້​ສຽງ​ຄໍ​ທີ່​ມ່ວນ​ຫູ​ພິລຶກ​ສະ​ແດງ​ໃຫ້​ເຫັນ​ສີສັນ​ຕ່າງໆ, ​ເຊິ່ງ​ເປັນ​ໝາກຜົນ​ທີ່​ວັດທະນະທຳ​ພິ​ເສດ​ຂອງ​ທ້ອງ​ຖິ່ນ​ຈີນ​ເຊື່ອມ​ໂຍງ​ກັບ​ປັດ​ໄຈ​ແຟຊັນ​ສະ​ໄໝ​ປະຈຸ​ບັນ. ​ໃນ​ນັ້ນ ​ເພງ​ທີ່​ມີ​ຊື່​ດຽວ​ກັນ​ກັບ CDຊຸດ​​ນີ້ ຄື ທິດ​ໃຕ້​ຂອງ​ເມກ​ສີ​ແມ່ນ​ຕົວ​ແທນ​ພົ້ນ​ເດັ່ນ​ຂອງ​ເພງ​ພື້ນ​ເມືອງ​ສ​ະ​ໄໝ​ປະຈຸ​ບັນ. ຊີ​ຊ່ຽນ​ຢາ​ມີ​ສຽງ​ຄໍ​ທີ່​ຈັດ​ໃຈ​ຄົນ, ສາມາດ​ເວົ້າ​ໄດ້​ວ່າ​ພໍດີ​ປະສານ​ກັບ​ຮູບ​ການ​ດົນຕີ​ທີ່​ມີ​ສີສັນ​ຊົນ​ເຜົ່າ​ອັນ​ເຂັ້ມ​ຂຸ້ນ​ແນວ​ນີ້​ເປັນ​ຢ່າງ​ດີ. ມາ​ຟັງ​ນຳ​ກັນ​ເລີຍ.

ຍັງ​ບໍ່​ຮູ້ສຶກ​ຕົວ​ກໍ​ໃກ້​ມາ​ຮອດ​ຕອນ​ທ້າຍ​ຂອງ​ລາຍການ​ມື້​ນີ້, ​ໄຊຊະນະ​ຂໍ​ລາ​ທ່ານ​ຜູ້​ຟັງ​ໄປ​ກ່ອນ​ດ້ວຍ​ເພງ​ດ່ຽວ​ຫຼ້າ​ສຸດ​ຂອງ​ເຊີນ​ກ້ວນ​ຊີ່, ຄື​ເພງ  ​ເປັນ​​ໄປ​ບໍ່​ໄດ້. ​ໃນ​ເພງ​ນີ້​ຮ້ອງ​ວ່າ, ​ໃນ​ໂລກ​ນີ້​ມີ​ເລື່ອງ​ໃດ​ແມ່ນມີ​ເລື່ອງ​ໃດ​ເປັນ​ໄປ​ບໍ່​ໄດ້​ບໍ່? ຂ້ອຍ​ສາມາດ​ເຮັດ​ໃຫ້​ໄດ້​ໝົດ, ບໍ່​ວ່າ​ປະສົບ​ຄວາມ​ຫຍຸ້ງຍາກ​ຫຍັງ​ຂ້ອຍ​ກໍ​ບໍ່​ໝອງ​ໃຈ, ຊີວິດ​ກໍ​ແມ່ນ​ໃບ​ອະນຸຍາດ​ຂອງ​ຂ້ອຍ, ຈະ​ເຮັດ​ໃຫ້​ຂ້ອຍ​ສາມ​າດຂຶ້ນ​ສູ່​ລະດັບ​ສູງ​ສຸດ, ຄວາມ​ໃຝ່ຝັນ​ແລະ​ເປົ້າ​ໝາຍ​ທີ່ສຳ​ເລັດ​ບໍ່​ໄດ້​ຂ້ອຍ​ຈະ​ເຮັດ​ໃຫ້​ໄດ້​ໝົດ, ຈົນ​ກວ່າ​ຂ້ອຍ​ລົ້ມ​ລົງ​ຈະ​ຫງາຍ​ຫົວ​ຂຶ້ນ​ອີກ, ​ແຕ່ລະ​ເທື່ອ​ເມື່ອ​ຂ້ອຍ​ເສຍ​ໄຊ​ຂ້ອຍ​ກໍ​ເລີ່​ມ​ໃໝ່​ແຕ່​ຫົວທີ, ​ແຕ່ລະ​ເທື່ອ​ເມື່ອ​ຂ້ອຍ​ປະສົບ​ຄວາມ​ອັບປະຍົດ​ຂ້ອຍ​ກໍ​ຈື່​ວ່າຄວາມ​ເຄົາລົບ​ຕົນ​ເອງ​ແມ່ນ​ສ້າງ​ຂຶ້ນ​ໃນ​ໃຈ​ເອງ.

​ເອົາລະ ທ່ານ​ຜູ້​ຟັງ​ທີ່​ຮັກ​ເພງ ລາຍການ​ແຟຊັນ​ສຽງ​ເພງ​ມື້​ນີ້​ກໍ​ຮອດ​ນີ້​ແລ້ວ, ​ພົບ​ກັນ​ໃໝ່​ໃນເວລາ​ດຽວ​ກັນ​ຂອງ​ວັນ​ຈັນ​ໜ້າ,  ສະບາຍດີ.