ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-13 15:38:42    
ການ​ເຈລະ​ຈາ​​ເສດ​ຖະ​ກິດ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ຄັ້ງ​ທີ 3 ອັດ​ລົງ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 13 ທັນວາ​ນີ້,ການ​ເຈລະຈາ​​ເສດຖະກິດ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຄັ້ງ​ທີ 3 ທີ່​ດຳ​ເນີນ​ຢູ່​ປັກ​ກິ່ງ​ເປັນ​ເວລາ 2 ມື້​ໄດ້​ອັດ​ລົງ.

ທ່ານ​ນາງ​ອູ​ອີ ຮອງ​ນາ​ຍົກລັດ​ຖະມົນ​ຕີຈີນ​ກ່າວ​ວ່າ,ການ​ເຈລະຈາ​ເທື່ອ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.ຈີນ​ກັບ​ອາ​​ເມ​ລິ​ກາ​ໄດ້​ຫາລື​ກັນ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ​ການ​ພັດທະນາ​​ເສດຖະກິດ​ຢ່າງ​ສະ​ໝ່ຳສະ​​ເໝີ​ກັນ ການ​ລົງທຶນລະຫວ່າງ​ສອງ​ຝ່າຍ ຄຸນ​ນະພາບ​ຂອງ​ຜະລິດ​ຕະພັນ​ແລະ​ຄວາມ​ປອດ​ໄພ​ຂອງ​ອາຫານ​ ພະລັງ​ງານ​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ,​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ 31 ຂໍ້.ສອງ​ຝ່າຍ​ຕົກລົງຈະ​ສ້າງ​ໜ່ວຍ​ງານປະ​ສົມ,ຄົ້ນຄວ້າ​ແຜນຮ່ວມ​ມື 10 ປີ​ໃນ​ຂົງ​ເຂດ​ພະລັງງານ​ແລະ​ສິ່ງ​​ແວດ​ລ້ອມ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ.

ທ່ານ​ເຮ​ນຣີ ພໍ​ຊັນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ກັບ​ຈີນ​ໄດ້​​ແກ້​ໄຂ​ບັນຫາຈຳນວນ​ໜຶ່ງທີ່​ສົນ​ໃຈ​ນຳ​ກັນຢ່າງ​ບັງ​ເກີດ​ຜົນ​ທີ່​ສຸດ​ໂດຍ​ຜ່ານ​ການ​ເຈລະຈາ,ກົນ​ໄກ​ການ​ເຈລະຈາ​ເສດຖະກິດ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ໄດ້​ເສີມ​ຂະຫຍາຍ​ບົດ​ບາດ​ສຳຄັນ​ເພື່ອ​ຂະຫຍາຍ​ການ​ພົວພັນດ້ານ​ເສດຖະກິດ​ການ​ຄ້າລະຫວ່າງ​ສອງ​ຝ່າຍ.

ການ​ເຈລະຈາ​ເສດຖະກິດ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຄັ້ງ​ທີ 4 ຈະ​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນອາ​​ເມ​ລິ​ກາ​ໃນ​ເດືອນ​ມິຖຸນາ​ປີໜ້າ.