ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-13 15:47:02    
ກິ່ງ​ແຂວງ​ເອີ່​ນຊື່ແຂວງ​ຫູ​ໄປ​ອອກ​ແຮງ​ຊຸກຍູ້​​ການ​ຜະລິດ​ແກັດ​ຊີວະ​ພາບ​ແບບ​ໝູນວຽນ

cri

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​​ເອີ່​ນຊື່ເຜົ່າຖູ​ເຈ່ຍ​ເຜົ່າ​ມົ້ງ ​ແຂວງ​ຫູ​ໄປ ທາງ​ພາກ​ກາງຂອງ​ຈີນ ​ແມ່ນ​ຕັ້ງຢູ່​ເຂດ​ພູດ​ອຍທີ່​ຫ່າງ​ໄກ​ສອກ​ຫຼີກ, ການ​ໄປ​ມາ​ບໍ່​ສະດວກ​ປານ​ໃດ, ເສດ​ຖະ​ກິດ​ພັດ​ທະ​ນາ​ອ່າວ​ຫຼ້າ​ຫຼັງ. ໃນຫຼາຍປີມານີ້, ​ກິ່ງແຂວງ​ປົກຄອງ​ຕົນ​ເອງ​​ເອີ່​ນຊື່ຜ່ານ​ຈາກ​ການ​ອອກ​ແຮງ​ຊຸກ​ຍູ້​ການ​ຜະລິດ​ແກັດ​ຊີວະ​ພາບ​ແບບ​ໝູນວຽນ, ບໍ່​ພຽງ​ແຕ່​ໄດ້​ປັບປຸງ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ເທົ່ານັ້ນ, ຫາກ​ຍັງ​ຊຸກ​ຍູ້​ການ​ຜະລິດ​ກະສິກຳ​ອີກ, ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ກໍ​ນັບ​ມື້​ນັບຮັ່ງມີ​ຂຶ້ນ. ​ໃນ​ລາຍການ​​ເສດຖະກິດ​ຈີນພາກ​ນີ້, ພວກ​ເຮົາ​ຈະ​ລົມ​ກັບ​ທ່ານ​ກ່ຽວ​ກັບ​ເນື້ອ​ໃນ​ດັ່ງກ່າວ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້ ​ແມ່ນ​ "ເພງ​ຍົກ​ຈອກດຶ່ມ" ທີ່​ຮ້ອງ​ໂດຍ​ນ້ອງ​ສາວ​ເຜົ່າ​ຖູເຈ່ຍ ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​​ເອີ່​ນຊື່​ເຜົ່າ​ຖູ​ເຈ່ຍ​ເຜົ່າ​ມົ້ງ, ນາງ​ພວມຕ້ອນຮັບ​ແຂກທີ່​ເດີນທາງ​ໄກ ດ້ວຍ​ສຽງ​ເພງ​ທີ່​ອ່ອນ​ຫວານ.

ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​​ເອີ່​ນຊື່​ເຜົ່າ​ຖູ​ເຈ່ຍ​ເຜົ່າ​ມົ້ງ ​ແມ່ນ​ສ້າງຕັ້ງຂຶ້ນ​ເມື່ອ​ຊຸມ​ປີ 1980, ​ເນື້ອ​ທີ່​ກວ້າງ 2 ໝື່ນ 4000 ກິ​ໂລ​ຕາ​​ແມັດ, ປະ​ຊາກ​ອນມີ 3 ລ້ານ 8 ​ແສນ​ກວ່າ​ຄົນ, ​ໃນ​ນັ້ນ ກວ່າ​ເຄິ່ງໜຶ່ງ​ແມ່ນ 27 ​ເຜົ່າ​ສ່ວນ​ໜ້ອຍ ​ເຊັ່ນ​​ເຜົ່າຖູ​ເຈ່ຍ ​ເຜົ່າ​ມົ້ງ​ແລະ​ເຜົ່າ​ຕົ້ງ​ເປັນຕົ້ນ.

ສຽງ​ເພງ​ແລະ​ການ​ຟ້ອນ​ຂອງຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເອີ່​ນຊື່ ​ແມ່ນ​ລື​ຊື່​ຢູ່​ເຂດ​ອ້ອມ​ຂ້າງ, ຢູ່​ເຂດ​ນີ້​ ​ເພິ່ນ​ວ່າ "ທະ​ແນມ​ແຕ່​ເວົ້າ​ເປັນ ກໍ​ຮ້ອງ​ເພງ​ເປັນ, ທະ​ແນມ​ແຕ່​ຍ່າງ​ເປັນ ກໍ​ຟ້ອນ​ເປັນ". ນອກ​ນີ້, ຢູ່​ເຂດ​ນີ້​ຍັງ​ມີ​ພາບ​ວິວທີ​ວທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ອັດຕາ​ປ່າ​ໄມ້​ປົກ​ຫຸ້ມ​ບັນລຸ​ເຖິງ 67%. ຕາມ​ທຳ​ມະ​ດາ​ແລ້ວ, ​ເຂດ​ທີ່​ທີ​ວທັດ​ສວຍ​ງາມ​ຄື​ແນວ​ນີ້ ກໍ​ນັບ​ວ່າ​ແມ່ນ​ສວນ​ສະຫວັນ​ໃນ​ໂລກ​ມະນຸດ, ​ແຕ່​ຢູ່​ຈີນ ​ເຂດ​ເອີ່​ນຊື່ພັດ​ແມ່ນ​ເຂດ​ທຸກ​ຍາກ​ໜຶ່ງ​ໃນ​ທົ່ວ​ປະ​ເທດ. ຍ້ອນ​ຢູ່​ເຂດ​ພູດ​ອຍ, ການ​ໄປ​ມາ​ບໍ່​ສະດວກ, ການ​ພັດທະນາ​ຂອງ​ອຸດສາຫະກຳ​ແລະ​ກະສິກຳ​ຈຶ່ງ​ຫຼ້າ​ຫຼັງ, ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ຕໍ່​ປີ​ໃນ​ເຂດ​ນີ້ ຍັງ​ບໍ່​ຮອດ 1800 ຢວນ.

ກ່ອນ​ນີ້ 4 ປີ, ​ເຂດ​ເອີ່​ນຊື່​ເລີ່​ມ​ເຜີຍ​ແຜ່​ຮູບ​ແບບ​ການ​ຜະລິດ​ແກັດຊີວະ​ພາບ​ແບບ​ໝູນວຽນ ຢ່າງ​ຂະໜາດ​ໃຫຍ່. ປະຊາຊົນ​ທ້ອງ​ຖິ່ນ​ນັ້ນ ນຳ​ໃຊ້​ຂີ້ຂອງ​ສັດ​ແລະ​ຄົນມາ​ຜະລິດ​ແກັດ​ຊີວະ​ພາບ, ​ໃຊ້​​ເປັນ​ວັດຖຸ​ເຊື້ອ​ໄຟ​ໃນ​ການຕົ້ມ​ເຂົ້າ​ແລະ​ຕົ້ມນ້ຳ​ຮ້ອນ​ເພື່ອ​ອາບ​ນ້ຳ; ​ໃນ​ການ​ຜະລິດ​ແກັດ​ຊີວະ​ພາບ, ຍັງ​ໄດ້​ຝຸ່ນ​ຄອກ​ໃຊ້​ມາ​ປູກພືດ​ຊະນິດຕ່າງໆ ​ເຊັ່ນ ​ຕົ້ນຊາ​ ​ຜັກ ​ແລະ​ອື່ນໆ. ​ເຮັດ​ແນວ​ນີ້, ສາມາດ ປະຢັດ​ລາຍ​ຈ່າຍ, ​ແລະ​ກໍ​ສາມາດ​ປັບປຸງ​ເງື່ອນ​ໄຂ​ສາທາລະນະ​ສຸກ​ໃນ​ຊົນນະບົດ​ທ້ອງ​ຖິ່ນ​ນັ້ນ​ໄດ້​ອີກ.
ທ່ານ​ຫູ​ຢົງ​ຈ່ຽງທີ່​ອາຍຸ 58 ປີ ​ແມ່ນ​ຜູ້​ຊ່ຽວຊານ​ດ້ານ​ແກັດ​ຊີວະ​ພາບ​ທີ່​ມີ​ຊື່​ສຽງ​ດົງ​ດັງ​ຂອງ​ຈີນ. ທ່ານ​ເຫັນ​ວ່າ, ​ແຕ່​ກ່ອນ, ມີຊາວ​ຕົວ​ເມືອງສ່ວນ​ໜ້ອຍ​ທີ່​ສຸດ ທີ່​ສາມາດ​ລື້​ງກັບ​ເງື່ອນ​ໄຂ​ສາທາລະນະ​ສຸກ​ຂອງຫ້ອງ​ນ້ຳ​ໃນ​ທ້ອງ​ຖິ່ນ​ນັ້ນ. ທ່ານ​ເວົ້າວ່າ:

"ຜູ້​ເຮັດວຽກ​ໃນ​ຕົວ​ເມືອງ​ມັກ​ເວົ້າວ່າ, ຢູ່​ຊົນນະບົດ ພູ​ຂຽວສົດ​ງົດ​ງາມ ນ້ຳ​ກໍ​ສະອາດ ຍັງ​ມີ​ຄົນ​ດີ​ອີກ, ​ເປັນ​ຫຍັງ​ຜູ້​ເຮັດ​ວຽກ​ໃນ​ຕົວ​ເມືອງບໍ່​ຍິນ​ດີ​ໄປ​ຊົນນະບົດ? ບໍ່​ແມ່ນ​ພໍ່​ແມ່​ປະຊາຊົນ​ບໍ່​ອົບ​ອຸ່ນ, ກໍບໍ່​ແມ່ນຕ້ອນຮັບ​ບໍ່​ດີ, ຍິ່ງ​ບໍ່​ແມ່ນ​ພູ​ບໍ່ຂຽວ ນ້ຳ​ບໍ່​ສະອາດ, ຫາກ​ແມ່ນ​ສະພາບ​ອະນາ​ໄມ​ຂອງ​ຫ້ອງ​ນ້ຳຂີ້ຮ້າຍ. ພວກ​ເຂົາ​ເຈົ້າ​ໄປ​ຮອດ​ຊົນນະບົດ ກໍ​ຢ້ານ​ເຂົ້າຫ້ອງ​ນ້ຳ​ທີ່​ສຸດ​ເລີຍ."

​ແຕ່ພາຍຫຼັງ​ພວກ​ຊາວ​ກະສິກອນ​ສ້າງ​ອ່າງ​ບົ່ມ​ແກັດ​ຊີວະ​ພາບ​ແລ້ວ, ສະພາບ​ອະນາ​ໄມ​ທ້ອງ​ຖິ່ນ​ນັ້ນ ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່, ​ໃນ​ຊົນນະບົດ ບໍ່​ໄດ້​ເຫັນ​ຫ້ອງ​ນ້ຳ​ທີ່​ເປື້ອນ​ເປິ​ອີກ​ແລ້ວ. ປັດຈຸບັນ, ຊາວ​ທ້ອງ​ຖິ່ນ​ໃຊ້​ທໍ່​ເຊື່​ອມຕໍ່​ອ່າງ​ບົ່ມ​ແກັດ​ຊີວະ​ພາບ ຫ້ອງ​ອາບ​ນ້ຳ ​ແລະ​ຫ້ອງ​ແຕ່ງກິນ​ເຂົ້າກັນ, ບໍ່​ພຽງ​ແຕ່​ສາມາດ​ໃຊ້​ແກັດ​ມາຕົ້ມນ້ຳ​ຮ້ອນ​ເພື່ອ​ອາບ​ນ້ຳ​ໄດ້ ຍັງ​ໃຊ້​ມາຕົ້ມ​ເຂົ້າ​ໄດ້​ອີກ​ດ້ວຍ.
ນາງ​ຖານ​ກຸ້ຍ​ອິ່ງ ຊາວ​ກະສິກອນ​ບ້ານ​ສຽວ​ລ້າ​ປີ້​ເມືອງ​ສຽນ​ເຟິ່ງກິ່ງ​ແຂວງ​ເອີ່​ນຊື່​ບອກ​ນັກ​ຂ່າວ​ວ່າ, ​ແກັດ​ໃຊ້​ໄດ້​ໃນ​ຫຼາຍ​ດ້ານ, ​ສ້າງ​ອ່າງ​ບົ່ມ​​ແກັດ​ຊີວະ​ພາບອ່າງ​ໜຶ່ງ, ສາມາດ​ແກ້​ໄຂ​ບັນຫາ​ໄດ້​ບໍ່​ໜ້ອຍ. ນາງ​ເວົ້າວ່າ:

"ຄື​ວ່າການ​ຕົ້ມ​ເຂົ້າ ​ແຕ່ງກິນ ຕົ້ມນ້ຳກິນ, ​​ຕົ້ມນ້ຳ​ຮ້ອນທີ່​ໃຊ້ອາບ​ນ້ຳ ​ແລະ​ອື່ນໆ, ​​ແກັດໃຊ້​ໄດ້​ໃນ​ຫຼາຍ​ດ້ານ. ​ແຕ່​ກ່ອນ, ​ເຖິງ​ວ່າ​ອາກາດ​ໜາວ ກໍ​ຕ້ອງ​ໄປ​ນອກເອົາ​ຟືນ. ດຽວ​ນີ້​ໃຊ້​ແກັດ​, ບໍ່​ຕ້ອງ​ຂຶ້ນພູ​ໄປ​​ເອົາ​ຟືນ​ອີກ​ແລ້ວ. ສະດວກ​ສະບາຍ! ​ເມື່ອ​ກັບ​​ເຮືອນ​ແລ້ວ ​ເປີດ​ສະ​ວິກກໍ​​ແຕ່ງກິນ​ໄດ້​ໂລດ, ຫາກ​ບໍ່​ຕ້ອງ​ເສຍ​ຄ່າ​ຊ້ຳ!"

ຕາມ​ແນະນຳ​ວ່າ, ລະບົບ​ໝູນວຽນ​ແກັດ​ຊີວະ​ພາບ ນອກຈາກສາມາດ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ​ແລ້ວ, ກໍ​ສາມາດ​ໃຊ້​ໃນ​ການ​ຜະລິດ​ໄດ້​ອີກ​ດ້ວຍ. ຊາວ​ກະສິກອນ​ເຂດ​ເອີ່​ນຊື່​ກໍ​ມັກ​ໃຊ້​ເຄື່ອງ​ເສດ​ທີ່​ກຳ​ເນີ​ດຈາກ​ການ​ບົ່ມ​ແກັດ​ຊີວະ​ພາບ​​ເປັນຝຸ່ນ​ຄອກ, ​ໃຊ້​ໃນ​ການ​ປູກ​ຕົ້ນຊາ, ມີ​ປະສິດທິ​ຜົນ​ບໍ່ດ້ອຍ​ກວ່າ​ຝຸ່ນ​ເຄມີ​ຈັກ​ດີ້. ທ່ານ​ຫູ​ຢົງ​ຈ່ຽງ ຜູ້​ຊ່ຽວຊານ​ດ້ານ​ແກັດ​ຊີວະ​ພາບ​ໄດ້​ແນະນຳ​ຄວາມ​ດີ​ຂອງ​ການ​ນຳ​ໃຊ້​ເຄື່ອງ​ເສດ​ແກັດ​ຊີວະ​ພາບ. ທ່ານ​ເວົ້າວ່າ:

"ອາ​ໄສ​ແຕ່​ຝຸ່ນ​ເຄມີ​ແລະ​ຝຸ່ນ​ຄອກ ຈະ​ມີ​ການ​ເຊື່ອມ​ພິດ​ສິ່ງ​ແວດ​ລ້ອມ. ​ເຄື່ອງ​ເສດ​ແກັດ​ຊີວະ​ພາບ​ແມ່ນ​ຝຸ່ນ​ທີ່​ມີ​ອີນ​ຊີ, ປ້ອນ​ໃສ່​ກົກ​ຕົ້ນຊາ​ເທື່ອ​ໜຶ່ງ ຈະ​ຮັກສາ​ປະສິດທິ​ຜົນ​ໄດ້​ເຖິງ 5 ປີ. ເນື່ອງ​ຈາກ​ນ້ຳ​ບົ່ມ​ແກັດ​ຊີວ​ະ​ພາ​ບ​ມີ​ທາດ​ບຳ​ລູງ​ທີ່​ເຄື່ອງ​ປູກ​ຂອງ​ຝັງ​ຕ້ອງ​ການ ເຊັ່ນ ອາ​ມີ​ໂ​ນອາ​ສິດ ເປັນ​ຕົ້ນ, ສະ​ນັ້ນ ເຄື່ອງ​ປູກ​ຂອງ​ຝັງ​ເຕີບ​ໃຫຍ່​ໄວ. ຖ້າ​ທຽບ​ກັບ​ການ​ໃຊ້​ຂີ້​ສັດ​ແລະ​ຄົນ​ແລ້ວ, ໃຊ້​ນ້ຳ​ບົ່ມ​ແກັດ​ຊີວະ​ພາ​ບ​ຈະ​ໄດ້​ຜົນ​ດີ​ກວ່າ, ຈະ​ເ​ດັດ​ໃບ​ຊາ​ໄດ້​ກ່ອນ​ໄຕ​ມາດ​ໜຶ່ງ, ລາຍ​ໄດ້​ຂອງ​ຊາວ​ກະສິກອນ​ກໍຈະ​ເພີ່ມ​ຂຶ້ນ."

ທ່ານ​ລີ​ຊິ້ງ​ໂກ ​ຮອງເລຂາພັກ​ເມືອງ​ເອີ່​ຊື່​ເຫັນ​ວ່າ, ຊາວ​ກະສິກອນ​ນຳ​ໃຊ້​ແກັດ​ຊີວະ​ພາບ ​ແມ່ນ​ເລື່ອງ​ດີ ທີ່​ເກືອບ​ບໍ່ຕ້ອງ​ເສຍ​ຄ່າ​ແຕ່​ໄດ້ຮັບຜົນ​ປະ​ໂຫຍ​ດ. ທ່ານ​ໄດ້​ຄິດ​ໄລ່​ໃຫ້​ນັກ​ຂ່າວ​ວ່າ: ຊາວ​ກະສິກອນ​ສ້າງ​ອ່າງ​ບົ່ມ​ແກັດ​ຊີວະ​ພາບອ່າງ​ໜຶ່ງ ​ໃຊ້​ເງິນ​ປະມານ 1600 ຢວນ, ​ໃນ​ນັ້ນ ອຳນາດ​ການ​ປົກຄອງ​ໃຫ້​ເງິນ​ເກື້ອກູນ 1000 ຢວນ, ​ແຕ່​ຊາວ​ກະສິກອນ​ສ້າງ​ອ່າງ​ບົ່ມ​ແກັດ​ຊີວະ​ພາບ​ອ່າງ​ໜຶ່ງ, ຈະ​ໄດ້​ກຳ​ໄລ​ໂດຍ​ກົງ 500 ຢວນຂຶ້ນ​ໄປ​ຕໍ່​ປີ, ສ່ວນ​ການ​ປູກຝັງ ການ​ລ້ຽງສັດ ​ແລະ​ການ​ປຸງ​ແຕ່ງ ຈະ​ມີລາຍ​​ໄດ້ 1000 ຢວນຂຶ້ນ​ໄປ. ສະນັ້ນ, ນອກຈາກ​ຄ່າ​ໃຊ້​ຈ່າຍ​ແຮງ​ງານ​ໃນ​ການ​ກໍ່ສ້າງ​ອ່າງ​ບົ່ມ​ແກັດ​ຊີວະ​ພາບ​ແລ້ວ, ຊາວ​ກະສິກອນ​ເກືອບ​ບໍ່​ຕ້ອງ​ເສຍ​ຄ່າ​ອື່ນໆ​ອີກ. ທ່ານ​​ລີ​ໂກ​ຊິ້ງກ່າວ​ວ່າ, ປັດຈຸບັນ, ຊາວ​ກະສິກອນ​ໃຊ້​ຝຸ່ນ​ຈາກ​ອ່າງ​ບົ່ມ​ແກັດ​ຊີວະ​ພາບມາ​ປູກ​ຕົ້ນຊາ, ລາຍ​ຮັບ​ໄດ້​ເພີ່ມ​ຂຶ້ນຢ່າງ​ເດັ່ນ​ຊັດ. ທ່ານເວົ້າວ່າ:


"ປັດຈຸບັນ, ​ເມືອງ​ເອີ່​ນຊື່​ມີ​ສວນ​ຊາ​ລວມເກືອບ 1 ໝື່ນ​ເຮັກຕາ, ​​ກວມ​​ໂກ​ຕາ​ຕະຫຼາດ​ຊາ​ແນວ​ດີ​ຂອງ​ແຂວງ​ຫູ​ໄປ​ຫຼາຍ​ກວ່າ​ໝູ່. ລາຍ​ໄດ້​ໂດຍ​ກົງ​ຂອງຊາວ​ກະສິກອນຈາກສວນ​ຊາ​ແຕ່ລະ 0,067 ​ເຮັກຕາ ຈະ​ມີ​ເຖິງ 3000 ຢວນຕໍ່​ປີ. ຕາມ​ແນວ​ພັນ​ຊາ​ແລະ​ການ​ຄຸ້ມ​ຄອງ​ທີ່​ຕ່າງ​ກັນ, ສູງ​ສຸດ​ຈະ​ມີ​ເຖິງ 8000 ຢວນຕໍ່​ປີ.

ປັດຈຸບັນ, ຢູ່ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເອີ່​ນຊື່​ເຜົ່າ​ຖູ​ເຈ່ຍ​ເຜົ່າ​ມົ້ງ, ມີ​ຄອບຄົວ​ກວ່າ​ເຄິ່ງໜຶ່ງ​​ໄດ້​ສ້າງ​ອ່າງ​ບົ່ມ​ແກັດ​ຊີວະ​ພາບ. ຕາມ​ແຜນການ​ຂອງ​ອຳນາດ​ການ​ປົກຄອງ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງເອີ່​ນຊື່, ຮອດ​ປີ 2010, ທົ່ວ​ກິ່ງ​ແຂວງປົກຄອງ​ຕົນ​ເອງ​ເອີ່​ນຊື່ ຈະ​ເຜີຍ​ແຜ່​ອ່າງ​ບົ່ມ​ແກັດ​ຊີວະ​ພາບ​​ໃຫ້​ທົ່ວ​ເຖິງ​ກັນໂດຍ​ພື້ນຖານ.

​ເອົາລະ ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ລາຍການ​ເສດຖະກິດ​ຈີນ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ສະ​ເໜີ​ໂດຍ, ສະບາຍດີ.