ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-13 15:54:02    
ລະດູ​ການສະ​ແດງ​ຟ້ອນ​ສາກົນ​ປັກ​ກິ່ງ​ໂຮມ​ສະ​ແດງ​ລະຄອນ​ຟ້ອນ​ທີ່​ດີ​ເລີດ​ຂອງ​ໂລກ

cri

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ລະດູ​ການສະ​ແດງ​ຟ້ອນ​ສາກົນ​ປັກ​ກິ່ງ​ຄັ້ງທີ 5 ທີ່​ພວມດຳ​ເນີນ​ຢູ່​ປັກ​ກິ່ງ, ​ໄດ້​ໂຮມ​ສະ​ແດງ​ລະຄອນ​ຟ້ອນ​ລະດັບ​ຍອດ​ຢ້ຽມ​ຂອງ​ຈີນ​ແລະແຫ່ງ​ຕ່າງໆ​ໃນ​ໂລກ, ລາຍການ​ສະ​ແດງ​ທີ່​ໂລດ​ໂຜນ​​ໄດ້​ກາຍ​ເປັນ​ອາຫານ​ຫູ​ອາຫານ​ຕາ​ຂອງຜູ້ຊົມ​ຊາວ​ປັກ​ກິ່ງ. ​ໃນ​ລາຍການ​ວັດທະນະທຳ​ຈີນ​ພາກ​ນີ້, ພວກ​ເຮົາ​ຈະ​ແນະນຳ​ເນື້ອ​ໃນ​ລະອຽດ​ສູ່​ທ່ານ​ຟັງ.

ລະດູ​ການສະ​ແດງ​ຟ້ອນ​ສາກົນ​ປັກ​ກິ່ງ ທີ່​ຈັດ​ຂຶ້ນປີ​ລະ​ເທື່ອ ​ໄດ້​ກ້າວ​ເຂົ້າສູ່​ປີ​ທີ 5 ​ແລ້ວ. ຕອນ​ຄ່ຳ​ວັນ​ທີ 15 ພະຈິກ​ແລ້ວ​ນີ້, ລະຄອນ​ຟ້ອນ​ເຜົ່າ​ຕິ​ເບ​ດຂະໜາດ​ໃຫຍ່ "ຈ້າງ​ໝີ" ​ແປ​ວ່າ "ປິດສະໜາ​ຂອງ​ຕິ​ເບ​ດ" ​ໄດ້​ສະ​ແດງ​ຢູ່​ໂຮງ​ລະຄອນ​ປາວ​ລີ້​ປັກ​ກິ່ງ, ​ເປັນ​ການ​ເປີດ​ສາກ​ຂອງ​ລະດູ​ການສະ​ແດງ​ຟ້ອນ​ສາກົນ​ຂອງ​ປີ​ນີ້.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ລະຄອນ​ຟ້ອນ​ເຜົ່າ​ຕິ​ເບ​ດຈີນຂະໜາດ​ໃຫຍ່ "ຈ້າງ​ໝີ" "ປິດສະໜາ​ຂອງ​ຕິ​ເບ​ດ".

​ເນື້ອ​ໃນ​ຂອງລະຄອນ "ຈ້າງ​ໝີ" ​ແມ່ນ​ເລື່ອງລາວ​ທີ່​​ແມ່​ເຖົ້າ​ເຜົ່າ​ຕິ​ເບ​ດ​ໄດ້​ເຫັນ​ ຢູ່​ກາງ​ທາງ​ໄປ​ນະມັດສະການ, ​ໄດ້​ສະ​ແດງ​ເຖິງສະພາບ​ຕ່າງໆ ​ເຊັ່ນ ຊີວິດ​ການ​ເປັນ​ຢູ່​ຂອງພໍ່​ແມ່​ປະຊາຊົນ​ເຜົ່າ​ຕິ​ເບ​ດ ສິລະ​ປະ​ພື້ນ​ເມືອງ​ເຜົ່າ​ຕິ​ເບ​ດ ປະ​ເພນີ​ສັງຄົມ ​ແລະ​ພິທີ​ຂອງ​ສາສະໜາ​ຢູ່​ເຂດ​ຕິ​ເບ​ດ ​ເປັນຕົ້ນ, ​ໃນ​ລະຄອນ ການ​ເກັບ​ກ່ຽວ ການ​ສ້ອມ​ແປງ​ຫຼັງຄາເຮືອນ ການ​ປ່ອຍ​ລ້ຽງ​ງົວ ການ​ຮ້ອງ​​​ເພງ​ແລະ​ການຟ້ອນ, ລ້ວນ​ແຕ່​ຮັກສາ​ສະພາບ​ເດີມ​ຂອງ​ເຜົ່າ​ຕິ​ເບ​ດ, ທົ່ວ​ລະຄອນ​ຄື​ເປັນ​ພາບ​ຫຍໍ້​ຂອງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຜົ່າ​ຕິ​ເບ​ດທີ່​ມີ​ຫຼາຍ​ສີ​ຫຼາຍ​ສັນ.

ຄະນະ​ສະ​ແດງ​ລະຄອນ "ຈ້າງ​ໝີ" ​ແມ່ນ​ຄະນະ​ສະ​ແດງ​ຈາກ​ພື້ນ​ເມືອງ​ແທ້ໆ, ນອກຈາກ​ນາງ​ຢາງ​ລີ້​ຜິ​ງ ນັກ​ຟ້ອນ​ທີ່​ມີ​ຊື່ສຽງ​ແລ້ວ, ນັກສະ​ແດງ​ອື່ນໆ​ລ້ວນ​ແຕ່​ແມ່ນ​ຊາວ​ລ້ຽງສັດ​ແລະ​ສິລະ​ປິນພື້ນ​ເມືອງ​ຂອງ​ເຂດ​ຕິ​ເບ​ດ, ການສະ​ແດງ​ອັນ​ປ່ຽນ​ລົ້ນ​ໄປ​ດ້ວຍ​ອາຍ​ກິ່ນຊີວິດ​ການ​ເປັນ​ຢູ່​ນັ້ນ ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຜູ້​ຊົມ​ທັງຫຼາຍ​ຢ່າງ​ຟົດ​ຟື້ນ.

ນາງ​ຢາງ​ລີ້​ຜິ​ງ​ແມ່ນ​ຜູ້​ແຕ່ງ​ຕົ້ນຕໍ​ຂອງລະຄອນດັ່ງກ່າວ​, ​ແລະ​ເປັນ​ຜູ້​ຟ້ອນນຳ ​ແລະ​ຟ້ອນ​ດ່ຽວ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ນາງ​ຢາງ​ລີ້​ຜິ​ງ​ກ່າວ​ວ່າ, ນາງ​ເອງ​ມັກ​​ຟ້ອນລະບຳ​ພື້ນ​ເມືອງ​ປະຈຳ​ຊົນ​ເຜົ່າ​ທີ່​ມີ​ພະລັງ​ຊີວິດ, ມັກ​ຟ້ອນລະບຳ​ເຜົ່າ​ຕິ​ເບ​ດ. ນາງ​ຢາງ​ລີ້​ຜິ​ງ​ເວົ້າວ່າ:

"​ໃນ​ເວລາພວກ​ເຮົາສະ​ແດງ​ລະຄອນ, ກໍ​ຖື​ເວທີ​ເປັນ​ຖົ່ງ​ນາ, ​​ເລື່ອງ​ລາວ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຜົ່າ​ຕິ​ເບ​ດ ແມ່ນ​ມິ່ງຂວັນ​ຂອງຟ້ອນ​ລະບຳ. ​ເນື້ອ​ໃນ​ຂອງຟ້ອນ​ລະບຳ​ແລະ​ເພງ​ເຫຼົ່າ​ນີ້ ລ້ວນ​ແຕ່​​ແມ່ນ​ກ່ຽວ​ພັນ​ເຖິງ​ຊີວິດ​ປະຈຳ​ວັນ​ແລະ​ທຳ​ມະ​ຊາດ, ​ແຕ່ງ​ໂດຍ​ອີງ​ຕາມທ່າ​ທີ​ຕໍ່​ທຳ​ມະ​ຊາດ​ແລະ​ຕໍ່ຊີວິດຂອງ​ຄົນ​ເຮົາ, ​ແມ່ນລະຄອນ​ແລະ​ເພງ​ທີ່​ທຳ​ມະ​ຊາດ."

​ໃນ​ລະຄອນ ''ຈ້າງ​ໝີ'' ກໍ​ມີ​ເນື້ອ​ໃນ​ທີ່​ຕະຫຼົກ​ແລະ​ຢ່ອນ​ອາລົມ, ​​ໄດ້​ສະ​ແດງ​ເຖິງ​ແນວ​ຄວາມ​ຄິດ​ທີ່​ແປກ​ປະຫຼາດ​ຂອງ​ສິລະ​ປິນທັງຫຼາຍ. ຕົວຢ່າງ​ຄື "ຟ້ອນ​ງົວ​ຈາມ​ມະ​ລີ" ກໍ​ມີ​ຈຸດ​ພິ​ເສດ​ຍຸກ​ປັດຈຸບັນ, "ພວກ​ງົວ​ຈາມ​ມະ​ລີ​" ບໍ່​ພຽງ​ແຕ່​ຮູ້​ຢືນ​ກົງ ຢືນ​ພັກ, ຍັງ​ຮູ້​ເຕັມ​ລຳ​ຍຸກ​ປັດຈຸບັນ​ທີ່​

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້ ​ແມ່ນ​ລະຄອນ​ "ຊິນ​ເດ​ເຣວລາ" ທີ່​ສະ​ແດງ​ໂດຍ​ຄະນະ​ຟ້ອນບາ​ເຣລາຊາ​ນູ​ແວນ​ເຊ​ລັງ.

​ລະຄອນ​ "ຊິນ​ເດ​ເຣວລາ" ​ແມ່ນ​ຄຼາຊິກ​ຂອງ​ຟ້ອນ​ບ​າເຣ, ​ແຕ່ງ​ແລະສະ​ແດງ​ໂດຍ​ຄະນະ​ຟ້ອນບາ​ເຣລາຊາ​ນູ​ແວນ​ເຊ​ລັງ, ​ແມ່ນ​ລະຄອນ​ນິທານ​ເດັກ​ພຽງ​ໜຶ່ງ​ດຽວ​ທີ່​ສະ​ແດງ​ໃນ​ລະດູ​ການ​ຟ້ອນ​ສາກົນ​ຄັ້ງນີ້. ລະຄອນ​ "ຊິນ​ເດ​ເຣວລາ" ​ແມ່ນ​ຄວາມດັ້ງ​ເດີມ​ປະສົມ​ກັບ​ຄວາມ​ທັນ​ສະ​ໄໝ, ​ໄດ້​ຮັກສາ​ສິ່ງ​ຍອດ​ຢ້ຽມ​ໃນ​ນິທານ​ດັ້ງ​ເດີມ, ທັງ​ເພີ່ມ​ຕື່ມ​ຮູບ​ການສະ​ແດງ​ເວທີ​ທີ່​ທັນ​ສະ​ໄໝ​ຢ່າງ​ຫຼວງ​ຫຼາຍ, ທັກ​ສະການສະ​ແດງຂອງ​ນັກສະ​ແດງ​ ໄດ້ສະ​ແດງ​ອອກ​ຢ່າງ​ເຕັມ​ສ່ວນ.

ນັກສະ​ແດງ​ຂອງ​ຄະນະ​ຟ້ອນ​ບາ​ເຣລາຊາ​ນູ​ແວນ​ເຊ​ລັງ ລ້ວນ​ແຕ່​​ແຂງ​ແຮງ​ດີ​ແລະ​ມີ​ພອນ​ສະຫວັນ, ມີ​ຊື່​ສຽງ​ດົງ​ດັງ​ດ້ວຍ​ເກັ່ງ​ຫຼາຍ​ດ້ານ ​ເຊັ່ນ ຄວາມ​ແຮງ​ທີ່ເປັນ​​ເອກະລັກພິ​ເສດ​ໃນ​ການສະ​ແດງ ຊ່າງ​ສະ​ແດງ​ໃນ​ຫຼາຍ​ຮູ​ບລັກສະ​ນະ ​ແລະ​ທັກ​ສະ​ທີ່​ພົ້ນ​ເດັ່ນ. ການ​ຟ້ອນ​ຂອງ​ນາງ​ເອກ​ອ້ອນ​ແອ່ນ​ແລະ​ໝັ້ນທ່ຽງ, ສ່ວນ​ການ​ເຕັ້ນ​ແລະ​ການ​ປິ່ນ​ກາຍ​ຂອງພະ​ເອກກໍ​ສະຫງ່າ​ສຸພາບ​ຫຼາຍ. ສາກ​ເບື້ອງ​ຫຼັງ​ເວທີຂອງ​ລະຄອນ​ດັ່ງກ່າວ​ກໍ​ຫຼູຫຼາ​ສົມຄວນ, ​ໄດ້​ສ້າງ​ບັນຍາກາດ​​ເປັນ​ເອກະລັກພິ​ເສດ​ໃຫ້​ນາງ​ນ້ອຍ​ທີ່​ມີ​ການ​ພົບ​ພໍ້ກັນ​ຢ່າງ​ບັງ​ເອີນ, ​ກໍ​ໄດ້​ພັນ​ລະ​ນາ​ຄວາມ​ຄິດ​ໃນ​ໃຈ​ຂອງ​ນາງ​ນ້ອຍ ປະສານ​ສົມທົບ​ກັບ​ຄວາມ​ງາມ​ແລະ​ໂລ​ມັງ​ຕິກ​​ໃນ​ນິທານ​ເດັກ ຢ່າງ​ພໍ​ດ້າມ​ພໍດີ. ທ່ານ​ກາລີ ຮະຣິສ ຜູ້​ກຳກັບ​ການສະ​ແດງ​ດ້ານ​ສິລະ​ປະ​ຂອງ​ລະຄອນ​ຟ້ອນດັ່ງກ່າວ ​ແມ່ນ​ຊ່າງ​ຟ້ອນ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ, ທ່ານ​ເຄີຍ​ອອກ​ແບບ​ ດ້ານ​ເຄື່ອງ​ໃຊ້​ຍາມ​ສະ​ແດງ​ແລະ​ເສື້ອ​ຜ້າ​ອາພອນໃຫ້​ຄະນະ​ຟ້ອນ​ບາ​ເຣສູນ​ກາງ​ຈີນ. ສ່ວນ​ມາສະ​ແດງ​ຢູ່​ຈີນ​ເທື່ອ​ນີ້, ຢູ່​ນອກ​ໂມງ​​ເຝິກຊ້ອມ​ທີ່​ເຄັ່ງ​ຕຶງ, ທ່ານ​ຍັງ​ໄປ​ສອນ​ນັກຮຽນ​ວິຊາ​ຟ້ອນ​ລະບຳ​ພະ​ແນ​ກສິລະ​ປະ​ມະຫາວິທະຍາ​ໄລ​ສ້າງ​ຄູ່​ປັກ​ກິ່ງ. ​ໃນ​ເວລາ​ແນະນຳ​ລະຄອນ "ຊິນ​ເດ​ເຣວລາ", ທ່ານ​ເວົ້າວ່າ:

"ນີ້​ແມ່ນ​ປະພັນ​ໃຫຍ່​ຂອງ​ຄະນະ​ຟ້ອນ​ບາ​ເຣລາຊາ​ນູ​​ແວນ​ເຊ​ລັງ ​ໃນ​ຫຼາຍ​ປີ​ມາ​ນີ້, ການ​ຟ້ອນ​ໄດ້ຮັກສາຄວາມດັ້ງ​ເດີມ​ຂອງ​ນິທານ​ທີ່​ຄຼາຊິກ, ຍັງ​ຖອດ​ຖອນ​ເອົາ​ສິ່ງ​ຍອດ​ຢ້ຽມ​ຂອງ​ລະຄອນ​ສະບັບ​ຕ່າງໆ​ໃນ​ແຕ່​ກ່ອນ, ສ່ວນ​ທ້າວ​ສີ​ຮ່ວນ ພະ​ເອກ​ໃນ​ລະຄອນ​ດັ່ງກ່າວ​ທີ່​ມາສະ​ແດງ​ຢູ່​ປັກ​ກິ່ງ​ເທື່ອ​ແມ່ນ​ຄົນ​ປັກ​ກິ່ງ, ​ເຂົາ​ເຈົ້າມາ​ນູ​ແວນ​ເຊ​ລັງ 2 ປີ, ​ໄດ້​ຮຽນຈົບ​ຢູ່​ພະ​ແນ​ກ​ຟ້ອນເບ​ເຣວິທະຍາ​ໄລ​ການ​ຟ້ອນ​ປັກ​ກິ່ງ​ກ່ອນ​ໜ້າ​ນີ້."

​ໃນ​ລະດູ​ການສະ​ແດງ​ຟ້ອນ​ລະບຳ​ປີ​ນີ້, ລະຄອນຟ້ອນ​ບາ​ເຣ "ຮ່ວາ​ຢ້າງ​ໜຽນຫົວ" ​ແປວ່າ "​ໄວ​ປານ​ດອກ​ໄມ້​ພວມ​ເບັ່ງ​ບານ" ທີ່ຄະນະ​ຟ້ອນ​ບາ​ເຣຊຽງ​ໄຮ້ສະ​ແດງ​ນັ້ນ, ​ໄດ້​ນຳ​ເອົາ​ຄວາມ​ຮູ້ສຶກ​ທີ່​ຕ່າງ​ກັນ​ມາ​ໃຫ້​ຜູ້​ຊົມ​ທັງຫຼາຍ. ລະຄອນ​ດັ່ງກ່າວ​ໄດ້​ສະ​ແດງ​ເຖິງ​ຮີດຄອງ​ປະ​ເພນີ​ນະຄອນຊຽງ​ໄຮ້​ສະ​ໄໝເກົ່າຢ່າງ​ເຂັ້ມຂຸ້ນ. ​ໄດ້​ພັນ​ລະນາ​ເລື່ອງ​ຄວາມ​ຮັກ​​ແຕ່​ຊຸມ​ປີ 1930 ຫາ​ຊຸມ​ປີ 1940, ​​ໄດ້​ສະ​ແດງ​ເຖິງ​ຈິດ​ອາລົມ​ອັນ​ລະອຽດ​ຂອງ​ພະ​ເອກ​ແລະ​ນາງ​ເອກ ​ໂດຍ​ຜ່ານ​ຈາກ​ການ​ຟ້ອນ ດົນຕີ ​ແລະ​ການ​ປ່ຽນ​ສາກ​ເບື້ອງ​ຫຼັງ, ​ໄດ້​ຮັບ​ຜົນສຳ​ເລັດ​ຫຼາຍ. ທ່ານ​ຮາ​ມູ້​ຖີ ຫົວໜ້າ​ຄະນະ​ຟ້ອນ​ບາ​ເຣຊຽງ​ໄຮ້​ກ່າວ​ວ່າ, ລະຄອນ​ນີ້​ກໍ​ແມ່ນ​ຜົນປະດິດ​ສ້າງ​ອັນ​ໃໝ່​ຂອງ​ພວກ​ເຈົາ​ເຈົ້າ. ທ່ານ​ເວົ້າວ່າ:

"ພວກ​ເຮົາພັນ​ລະ​ນາ​ສະພາບນະຄອນຊຽງ​ໄຮ້ ແຕ່​ຊຸມ​ປີ 1930 ຫາ​ຊຸມ​ປີ 1940​, ​ໃນ​ຄາວ​ນັ້ນ ຢູ່​ນະຄອນ​ຊຽງ​ໄຮ້​ມີ​ຄົນ​ປະ​ເທດຝ່າຍ​ຕາ​ເວັນ​ຕົກຢ່າງ​ຫຼວງ​ຫຼາຍ, ຈຶ່ງ​ນຳ​ເອົາ​ສິລະ​ປະຝ່າຍ​ຕາ​ເວັນ​ຕົກມາສະ​ແດງ​ຢູ່​ຊຽງ​ໄຮ້, ​ແລະ​ມີ​ຜົນ​ກະທົບຢ່າງ​ໃຫຍ່​ຕໍ່​ສິລະ​ປະ​ຂອງຈີນ. ບົນ​ເວທີ​ສະ​ແດງ ພວກ​ເຮົາ​ຕ້ອງ​ພະຍາຍາມ​ສະ​ແດງ​ອອກ​ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ສິລະ​ປະຝ່າຍ​ຕາ​ເວັນ​ຕົກ​ກັບ​ສິລະ​ປະ​ຂອງ​ຈີນ, ສະ​ນັ້ນ ​ໃນ​ລະຄອນ​ດັ່ງກ່າວ, ມີ​ເບື້ອງ​ຫຼັງ​ທີ່​ເປັນ​ຖະໜົນ​ເກົ່າ​ຂອງ​ນະຄອນ​ຊຽງ​ໄຮ້, ກໍ​ມີ​ໂຮງ​ເຕັ້ນ​ລຳ​​ໄປ​ເລີ້​ເໝີ​ນ ​ແລະ​ກໍ​ມີ​ລຳ​ຍຸກ​ປັດຈຸບັນ ລຳ​ເຈັສຂອງ​ອາ​ເມ​ລິ​ກາ, ທັງ​ນີ້ ​ໄດ້​ເພີ່ມ​ຕື່ມ​ສີສັນ​ຕ່າງໆ​ໃຫ້​ແກ່​ລະຄອນ​ຟ້ອນ​ບາ​ເຣດັ່ງກ່າວ​ໃນ​ດ້ານ​ການ​ຟ້ອນ, ​ໃນ​ດ້ານ​ດົນຕີ ກໍ​ມີ​​ເອກະລັກ​ພິ​ເສດ."

ລະດູ​ການສະ​ແດງຟ້ອນ​ສາກົນ​ປັກ​ກິ່ງ​ຄັ້ງທີ 5 ຈະ​ດຳ​ເນີນ​ເປັນ​ເວລາ​ 45 ວັນ, ລະຄອນ​ທີ່​ມີ​ຊື່​ສຽງ​ຂອງ​ແອ​ສປາຍ ອົສຕຼາລີ ​​ອາ​ເມ​ລິ​ກາ ແລະປະ​ເທດ​ອື່ນໆ ​ແລະ​ລະຄອນ​ລະດັບ​ຍອດ​ຢ້ຽມ​ທ້ອງ​ຖິ່ນ​ຕ່າງໆ​ຂອງຈີນ ​ໄດ້​ສະ​ແດງ​ສິລະ​ປະລະ​ດັບ​ຍອດ​ຢ້ຽມ​ທີ່​ຫາ​ຍາກ​​ໃຫ້​ແກ່​ຜູ້​ຊົມ​ທັງຫຼາຍ. ​ລະຄອນ"​ເມ​ດາມ​ບັດ​ເຕີ​ຟຼາຍ" ​ແປ​ວ່າ "ພັນ​ລະ​ຍາ​ແມງກະ​ເບື້ອ" ​ເຊິ່ງ​ແມ່ນ​ລະຄອນ​ຟ້ອນ​ບາ​ເຣຄຼາຊິກ​ຂອງ​ໂລກ ທີ່​ສະ​ແດງ​ໂດຍ​ຄະນະ​ຟ້ອນ​ບາ​ເຣພາກ​ເໜືອ​ອັງກິດ ໃນ​ຖານະ​ເປັນ​ລະຄອນ​ທີ່​ຈະ​ສະ​ແດງ​ໃນ​ພິທີ​ປິດ​ສາກ​ລະດູ​ການສະ​ແດງ​ຟ້ອນ​ສາກົນ​ປັກ​ກິ່ງ​ຄັ້ງນີ້, ຈະ​ອອກສະ​ແດງ​​ໃນຕົ້ນ​ເດືອນ​ທັນວາ​ນີ້.
ທ່ານ​ຜູ້​ຟັງ​ທີ່​ໂຄລົບ ທີ່​ຟັງ​ມານັ້ນ ​ແມ່ນລາຍການ​ວັດທະນະທຳ​ຈີນທີ່​ພາດ​ຫົວ​ເລື່ອງ​ວ່າ: ລະດູ​ການສະ​ແດງ​ຟ້ອນ​ສາກົນ​ປັກ​ກິ່ງ​ໂຮມ​ສະ​ແດງ​ລະຄອນ​ຟ້ອນ​ທີ່​ດີ​ເລີດ​ຂອງ​ໂລກ. ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ລາຍການ​ໜ້າ, ສະບາ​ຍດີ.