ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-13 15:59:27    
ລະດູ​ຫນາວຢູ່​ແຫ່ງນີ້​ຍັງ​ອົບ​ອຸ່ນ​ຢູ່ ບັນທຶກ​ການ​ດັດ​ສ້າງ​ຄຸ້ມ​​ເຮືອນ​ກະທັດ​ຮັດ​ຂອງ​ແຂວງ​ຈີ​ລິນ

cri Author: lm

ທີ່​ນີ້ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ສະບາຍດີ ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ຮັບ​ຟັງ​ລາຍການ​ຊີວິດ​ສັງຄົມ.​ໃນ​ຫຼາຍ​ປີ​ມາ​ນີ້,​ແຂວງ​ຈີ​ລິນ ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ຂອງ​ຈີນ​ໄດ້​ດັດ​ສ້າງຄຸ້ມ​ເຮືອນ​ກະທັດ​ຮັດ​ຂອງຊາວ​ເມືອງ​ຈຳນວນ​ຫຼວງ​ຫຼາຍ,ຊາວ​ເມືອງ​ຢ່າງ​ຫຼວງ​ຢູ່​ຄຸ້ມ​ໃນ​ເມື່ອ​ກ່ອນ​ຈະ​ຮູ້ສຶກ​ອົບ​ອຸ່ນ​ທີ່​ສຸດ​ໃນ​ລະດູ​ຫນາວ​ປີ​ນີ້.​ໃນ​ເວລາ​ນັກ​ຂ່າວ​ໄດ້​ເອົາ​ຂ່າວ​ຢູ່​ແຂວງ​ດັ່ງກ່າວ,​ໄດ້​ຮູ້​ໄດ້​ເຫັນ​ສະພາບ​ບາງ​ຢ່າງ​ແລະ​ຫມາກຜົນ​ທີ່​ແຂວງ​ດັ່ງກ່າວ​ໄດ້​ຮັບ​ໃນ​ການ​ດັດ​ສ້າງ​ຄຸ້ມ​ເຮືອນ​ກະທັດ​ຮັດ​ແລະ​ປັບປຸງ​ສະພາບ​ແວດ​ລ້ອມ​ທີ່ຢູ່​ອາ​ໄສ​ຂອງ​ໄທ​ເມືອງ​​ໃຫ້​ດີ​ຂຶ້ນ

ອັນ​ທີ່​ວ່າ​ຄຸ້ມ​ເຮືອນ​ກະທັດ​ຮັດ​ແມ່ນ​ເຮືອນ​ກໍ່​ດ້ວຍ​ຂີ້​ດິນ​ຈຳນວນ​ຫຼວງ​ຫຼາຍ​ໃນ​ສະ​ໄຫມ​ຫາ​ກໍ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃຫມ່​ແລະ​ຄຸ້ມ​ເຮືອນ​ກະທັດ​ຮັດ​ທີ່​ສ້າງ​ເພື່ອ​ປ້ອງ​ກັນ​ແຜ່ນດິນ​ໄຫວ​ຈຳນວນ​ຫນຶ່ງ,ຍັງ​ມີ​ຈຳນວນ​ຫນຶ່ງ​ແມ່ນ​ເຮືອນ​ຢູ່​ຊົ່ວຄາວ​ຂອງ​ຜູ່​ເຄື່ອນ​ທີ່,ພຽງ​ແຕ່​ຢູ່​ນະຄອນ​ສາງ​ຊຸ່ນ ​ເທດ​ສະບາ​ນ​ແຂວງ​ຈິ​ລິນ ​ເນື້ອທີ່​ຄຸ້ມ​ເຮືອນ​ກະທັດ​ລວມມີ 7 ລ້ານ​ກວ່າ​ແມັດ​ຕາ.

 ​ໃນ​ລະດູ​ຫນາວ​ທຸກໆ​ປີ,​ເວົ້າ​ສຳລັບ​ຊາວ​ເມືອງ​ຫມົດ​ທຸກ​ຄົນ​ທີ່ຢູ່​ຄຸ້ມ​ເຮືອນ​ຢູ່​ທີ່​ກະທັດ​ຮັດ​ຂອງ​ແຂວງ​ຈີ​ລິນ ພາກ​ຕາ​ເວັນ​ອອກສຽງ​​ເຫນືອ​ຂອງ​ຈີນ​ແມ່ນ​ໄລ​ຍະ​ທີ​ຢູ່​ຍາກ​ທີ່​ສຸດ.​ເພາະວ່າ​ລະດູ​ຫນາວ​ຂອງ​ແຂວງ​ຈີລິນ​ອາດ​ກາດ​ຫນາວ​ຈັດ​ທັງ​ມີ​ເວລາ​ຍາວ​ນານ.​​ແຕ່​ເຮືອນ​ຢູ່​ແບບ​ງ່າຍ​ຢູ່​ຄຸ້ມ​ດັ່ງກ່າວ​ປ້ອງ​ກັນ​ອາກາດ​ຫນາວ​ຈັບໍ່​ໄດ້.ທ້າວ​ໂຈ​ວ​ແລ້​ຟານ ຊາວ​ເມືອງ​ທີ່ຢູຄຸ້ມ​ເຮືອນ​ຢູ່​ທີ່​ກະທັດຮັດ​ຖະຫນົນ​ຊ່ານ​ຂອງ​ນະຄອນ​ຊາງ​ຊຸ່ນປີ​ນີ້​ອາຍຸ 51 ປີ,​ໄດ້​ດຳລົງ​ຊີວິດ​ຢູ່​ຄຸ້ມ​ດັ່ງກ່າວ 20 ປີ​ປາຍ​ແລ້ວ,ຄອບຄົວ​ມີ 5 ຄົນ ​ແຕ່​ເຮືອນ​ຢູ່​ກວ້າງ​ພຽງ 20 ກວ່າ​ແມັດ​ຕາ,​ເມື່ອ​ເວົ້າ​ເຖິງ​ຄວາມ​ບໍ່​ສະດວກ​ດ້ານ​ຊີວິດ​ການ​ເປັນ​ຢູ,​ເພິ່ນ​ໄດ້​ສະ​ແດງ​ເປັນ​ຫນ້າ​ເສົ້ນ​ຕາ​ຫມອງ:

   ຂ້າພະ​ເຈົ້າ​ຮູ້ສຶກ​ອຸດ​ອັ່ງ,​ເປັນ​ຫຍັງ​ບໍ່​ອຸກ​ອັ່ງ?ຖ້າ​ມື້​ໃດ​ຝົນຕົກ ​ເຮືອນ​ມີ​ນ້ຳ​ຜົນ​ຮົ່ວ​ເຂົ້າ​ໃນ​ເຮືອນ​ເຕັມ​ໄປ​ດ້ວຍ​ນ້ຳ​ຝົນ​ແລະ​ເຮືອນ​ກໍ​ຈະ​ເພພັງ​ລົງ.

  ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ຕົວ​ເມືອງ,ຕຶກ​ສູງ​ສູງ​ໄດ້​ກໍ່​ຂຶ້ນ​ນັບ​ມື້​ນັບ​ຫຼາຍດຄົນ​ນັບ​ມື້​ນັບ​ຫຼາຍ​ໄດ້​ເຂົ້າ​ພັກ​ຢູ່​ເຮືອນ​ທີ່​ສະບາຍ​ແລ​ະກວ້າງຂວາງ,​ເມື່ອ​ໄດ້​ເຫັນ​ສະພາບ​ດັ່ງກ່າວ,ຜູ່​ຢູ່​ຄຸ້ມ​ເຮືອນ​ຢູ່​ທີ່​ກະທັດ​ຮັດ​ໄດ້​ອອນຊອນ​ນຳ​ພວກ​ເຂົາ​ເຈົ້າ​ຫຼາຍ,​ແລະ​ໃນ​ໃຈ​ຮູ້ສຶກ​ບໍ່​ມີ​ຄວາມ​ສະ​ເຫມີ​ພາບ ​ແຕ່​ວ່າ​ຍ້ອນ​​ເບຍ​ບຳນານ​ມີ​ຫນ້ອຍ​ຫຼື​ເສດຖະກິດ​ຜື​ດ​ເຄືອງ ຖ້າ​ຢາກ​ຊື້​ເຮືອນ ​ເວົ້າ​ສຳລັບ​ເຂົາ​ເຈົ້າ​ແມ່ນ​ຍາກ.

 ອຳນາດ​ການ​ປົກຄອງ​​ແຂວງ​ຈີ​ບິນ​ຊອກ​ຫາ​ວິທີ​ໃຊ້​ມາດ​ຕະການ​ຕ່າງໆ​ແກ້​ໄຂ​ບັນຫາ​ຄຸ້ມ​ເຮືອນ​ຢູ່​ທີ່​ກະທັດ​ຮັດ​ເທື່ອ​ລະກ້າວ,​ໃນ​ທ້າຍ​ປີ 2005,​ແຂວງ​ຈີ​ລິນ​ໄດ້ອອກ​ເອກະສານ​ກ່ຽວ​ກັບ​ການ​ດັດ​ສ້າງ​ຄຸ້ມ​ເຮືອນ​ຢູ່​ທີ່​ກະທັດ​ຮັດ,​ເອກະສານ​ໄດ້​ສະ​ເຫ​ນີວ່າ,ຕ້ອງ​​ໃຊ້​ເວລາ​ສາມ​ປີ​ສຳ​ເລັດ​ການ​ດັດ​ສ້າງ​ຄຸ້ມ​ເຮືອນ​ຢູ່​ທີ່​ກະທັດ​ຮັດ​ໃນ​ຕົວ​ເມືອງ 1500 ​ແມັດ​ຕາ​ໃນ​ຂັ້ນ​ພື້ນຖານ,ປັບປຸງ​ເງື່ອນ​ໄຂ​ເຮືອນ​ຢູ່​ຂອງ 3 ​ແສນ​ກວ່າ​ຄອບຄົວ​ແລະ​ຊາວ​ເມືອງ​ປະມານ 1 ລ້ານ​ຄົນ​ທີ່ຢູ່​ຄຸ້ມ​ເຮືອນ​ຢູ່​ກະທັດ​ຮັດ​ໃຫ້​ດີ​ຂຶ້ນ,ນັບ​ແຕ່​ຕົ້ນ​ປີ 2006 ​ເປັນ​ຕົ້ນ​ມາ,ວຽກ​ງານ​ດັດ​ສ້າງ​ຄຸ້ມ​ເຮືອນ​ຢູ່​ທີ່​ກະທັດ​ຮັດ​ຂອງ​ນະຄອນ​ຊ່າງ​ຊຸ່ນ​ໄດ້​ດຳ​ເນີນ​ໄປ​ຢ່າງຮອບດ້ານ.

 ຍ້ອນ​ວ່າ​ອາກາດ​ໃນ​ລະດູ​ຫນາວ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ໄດ້​ຫນາວ​ໂພດ,​ໄດ້​ຢຸດຕິ​ການ​ກໍ່ສ້າງ​ໂດຍ​ທົ່ວ​ໄປ,ການ​ດັດ​ສ້າງ​ຄຸ້​ມ​ເຮືອນ​ຢູ່​ກະທັດ​ຮັດ​ໃຫ້​ຄຳ​ເຣັດ​ໃນ​ເວລາ​ກຳນົດ,ສະຫນອງ​ເຮືອນ​ຢູ່​ທີ່​ດີ​ໃຫ້​ແກ່​ຊາວ​ເມືອງ​ເປັນ​ການ​ທົດ​ສອບຄວາມ​ຊື່ສັດ​ຂອງ​ການ​ປົກຄອງ​ນັ້ນ,ຄຸ້ມ​ເຮືອນ​ທີ່​ນາງ​ເວ້ຊູ່​ນລີ້​ພັກ​ເຊົາ​ຢູ່ນັ້ນ​ໄດ້​ເລີ່​ມດັດ​ສ້າງ​ແຕ່​ເດືອນ​ຕຸລາ​ປີ​ກາຍ,ນາງ​ຍົກຍ້າຍ​ຈາກ​ຄຸ້ມ​ດັ່ງ​ກ່າວ​,​ເຖິງ​ວ່າ​ໄດ້​ຜ່ານລະດູ​ຫນາວ​ກໍ​ຕາມ,​ແຕ່​ກິດຈະການ​ດັດ​ສ້າງ​ຄຸ້ມ​ເຮືອນ​ທີ່​ນາງ​ພັກ​ເຊົາ​ນັ້ນ​ບໍ່​ໄດ້​ຢຸດຕິ​ການ​ກໍ່ສ້າ​ສງຈັກ​ວັນ,ນາງ​​ເວ້ຊຸ່ນລີ້​ໄດ້​ໄປ​ເບິ່ງ​ຂະ​ບວນການ​ກໍ່ສ້າງ​ຂອງ​ເຮືອນ​ຢູ່​ຄຸ້ມ​ໃຫມ່​ເລື້ອຍໆ,​ເບິ່ງ​ຕິດ​ກະ​ເບື້ອງ​ດິນ​ເຄືອບ​ຢູ່​ເທິງ​ຝາ​ຫຼື​ບໍ່,ຕິດ​ຕັ້ງ​ປະຕູ​ເຫຼັກ​ຫຼື​ບໍ່,ຫຼັງ​ຈາກ​ໄດ້​ລໍຖ້າ​ເປັນ​ເວລາ 14 ​ເດືອນ​ແລ້ວ,ນາງ​ເວ້ຊຸ່ນລີ້​ໄດ້​ຍ້າຍ​ເຂົ້າ​ເຮືອນ​ໃຫມ່.

​ເວລາ​ທີ່​ເບີກ​ລູກ​ກະ​ແຈ​ໃຫ້​ແກ່​ຂ້າພະ​ເຈົ້າ​ແມ່ນ​ເວລາ​ຕື່ນ​ເຕັ້ນ​ໃຈ​ທີ່​ສຸດ,ຄຸ້ມ​ນີ້​ຈັ່ງ​ແມ່ນ​ງາມຫຼາຍ,ມີ​ເດີນ​ຫຍ້າ​ຂຽວ​ຕົ້ນ​ໄມ້​ນ້ອຍໆ​ກໍ​ມີດ​ອກ​ໄມ້,ສີ​ຕ່າງໆ​ແລະ​ເຮືອນ​ຂອງ​ພວກ​ຂ້າພະ​ເຈົ້າ​ກໍ​ເປັນ​ຢູ່​ຕຶກ​ຫຼາຍ​ຊັ້ນ​ແລ້ວ.

 ​ເຮືອນ​ໃຫມ່​ຂອງ​ນາວ​ເວ້ຊຸ່ນລີ້​ກວ້າງ 60 ກວ່າ​ຕາ​​ແມັດ​ຕ່າງ​ກັບ​ເຮືອນ​ເກົ່າ​ທີ່​ກວ້າງ 20 ກວ່າ​ຕາ​ແມັດ​ຢ່າງ​ຫຼວງຫຼາຍ​ແລ້ວ,ຕາມ​ຮູ້​ວ່າ ​ເພື່ອ​ປັບປຸງ​ເງື່ອນ​ໄຂ​ເຮືອນ​ຢູ່​ຂອງ​ຊາວ​ເມືອງ​ໃຫ້​ດີ​ຂຶ້ນຈາກ​ກົກ​ຮາກ,ຄະນະ​ກຳມາ​ທິການ​ກໍ່ສ້າງ​ຂອງ​ນະຄອນ​ຊ່າງ​ຊຸ່ນ​ໄດ້​ກຳນົດ​ໄວ້​ວ່າ,​ເນື້ອ​ທີ່​ເຮືອນ​ທີ່​ເປັນ​ຊຖດຢ່າງ​ຫນ້ອຍ​ຕ້ອງ​ກວ້າງ 49 ​ແມັດ​ຕາ,ນອກ​ນີ້​ບັງ​ມີ 54 ​ແມັດ​ຕາ​ແລະ 64 ​ແມັດ​ຕາ ສອງ​ຊະນິດ​ສຳລັບ​ຄວາມ​ໂຕນ​ກັນ​ດ້ານ​ເນື້ອ​ທີ່​ລະຫວ່າງ​​ເຮືອນ​​ເກົ່າ​ກັບ​ເຮືອນ​ໃຫມ່,ຈະ​ໄລ່​ເປັນ​ຫນຶ່ງ​ສ່ວນ​ສາມ​ຂອງ​ຕົ້ນ​ທຶນ​ກໍ່​ສ້າງ​ຕໍ່​ແມັດ​ຕາ​ຫນຶ່ງ​ຂາຍ​ໃຫ້​ແກ່​ເຈົ້າ​ຂອງ​ເຮືອນ ອີກ 2 ສ່ວນ​ສາມ​ຂອງ​ຕົ້ນ​ທຶນ​ກໍ່​ສ້າງຈະ​ແມ່ນ​ອຳນາດ​ການ​ປົກຄອງ​ເອົາ​ໃຫ້​ບໍລບິ​ມາດ​ກໍ່ສ້າງ.

 ຄຸ້ມ​ຊ່າງ​ທົງ​ຂອງ​ນະຄອນ​ຊ່າງ​ຊຸ່ນ​ເລີ່​ມກໍ່ສ້າງ​ຊ້າ​ກວ່າ​ເຂດ​ຖວນຊານ,​ແຕ່​ເມື່ອ​ໄດ້​ເຫັນ​ນາງ​ເວ້ຊຸ້ນລີ້​ໄດ້​ເອົາ​ລູກກະ​ແຈ​ຂອງ​ເຮືອນ​ໃຫມ່​ແລ້ວ,ທ້າວ​ຫຼີຢົງຊຸ່ນມີ​ຄວາມ​ຫມັ້ນ​ໃຈ​ຕໍ່​ເຮືອນ​ໃຫມ່​ທີ່​ຈະ​ຍ້າຍ​ເຂົ້າ​ຕາມ​ເວລາ​ກຳນົດ.

   ​ໃບ​ປະກາດ​ໄດ້​ຂຽນ​ວ່າ​ຈະ​ຍ້າຍ​ເຂົ້າ​ເຮືອນ​ໃຫມ່​ໃນ 30 ຕຸລາ ປີ 2008,​ເມື່ອ​ຮອດ​ເວລາ​ນັ້ນ,​ໃນ​ຄຸ້ມ​ເຮືອນ ຫຍ້າ​ຂຽວ​ກໍ​ມີ​ແລ້ວ,​ແລະ​ເຮືອນ​ກໍ​ມີ​ແລ້ວ,ຫຼັງ​ຈາກ​ປະດັບ​ປະດາ​ແລ້ວ,ຂ້າພະ​ເຈົ້າ​ສາມາດ​ສະ​ເຫວີຍ​ຊີວິດ​ການ​ເປັນ​ຢູ່​ໃນ​ໄວ​ຊະລາ

  ​ເພາະວ່າ ຊາວ​ເມືອງ​ທີ່​ຍ້າຍ​ເຂົ້າ​ເຮືອນ​ໃຫມ່​ສ່ວນ​ຫຼາຍ​ແມ່ນ​ຄອບຄົວ​ທີ່​ມີ​ລາຍ​ໄດ້​ຕ່ຳ,​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ສະບາຍ,​ໃນ​ເວລາ​ດັດ​ສ້າງ,ຢູ່​ໃນ​ຄຸ້ມ​ດັ່ງກ່າວ​ຍັງ​ໄດ້​ກໍ່ສ້າງ​ເຮືອນ​ສິນຄ້າ​ຈຳນວນ​ຫນຶ່ງ​ເພື່ອ​ໃຫ້​ເຊົ່າ,ລາຍ​ໄດ້​ຈາກ​ການ​ເຊົ່າ​ເອົາ​ໄປ​ເປັນ​ຄ່າ​ການ​ຄຸ້ມ​ຄອງ​ຄຸ້ມ,ນອກ​ນີ້​ຍັງ​ຈັດ​ວາງ​ຊາວ​ເມືອງ​ຈຳນວນ​ຫນຶ່ງ​ເຂຂົ້າຮ່ວມ​ວຽກ​ງານ​ບໍລິການ​ແລະ​ຄຸ້ມ​ຄອງ​ຢູ່​ຄຸ້ມ​ແກ້​ໄຂ​ບັນຫາ​ປະກອບ​ອາຊີບ​ສ່ວນ​ຫນຶ່ງ​ຂອງ​ເຂົາ​ເຈົ້າ.

  ທ່ານ​ວາງ​ກວາງ​ທາວ ລັດຖະມົນຕີ​ວ່າການ​ກະຊວງ​ກໍ່ສ້າງ​ຈີນ​ໄດ້​ມາ​ຮອດ​ເຂດ​ຊຸມ​ຊົນ​ຊ່າງ​ຊິນ​ເຈ່ຍ​ຢວນຂອງ​ນະຄອນ​ຊ່າງ​ຊຸ່ນ​ແຂວງ​ຈີ​ລິນ,​ເບີກ​ລູກ​ກະ​ແຈ​ໃຫ້​ເກ່ຊາວ​ເມືອງ​ທີ່​ຍ້າຍ​ເຂົ້າ​ສູ່​ເຮືອນ​ໃຫມ່,ທ່ານ​ກ່າວ​ວ່າ:

  ​ເປົ້າ​ຫມາຍ​ສົນ​ໃຈ​ຂອງ​ຈີນ​ຕໍ່​ການ​ສ້າງ​ເຮືອນ​ຢູ່​ແມ່ນ​ຝູງ​ຄົນ​ຢູ່​ໃນ​ທ່ອ່ອນ,ບໍ່​ແມ່ນ​ຄົນ​ຮັ່ງມີ,​ລັດຖະບານ​ແລະ​ອຳນາດ​ກາ​ນປົກຄອງ​ແກ້​ໄຂບັນຫາ​ເຮືອນ​ຢູ່​ຂອງ​ຝູງ​ຄົນ​ຢູ່​ໃນ​ທ່າ​ອ່ອນ​ໃຫ້​ດີ,ນີ້​ກໍ່​ແມ່ນ​ຍຸດຕິ​ທຳ​ສັງຄົມ​ໃນ​ດ້ານ​ເຮືອນ​ຢູ່.

ຕາມ​ການ​ແນະນຳ,ຕາມ​ແຜນການ ວຽກ​ງານ​ດັດ​ສ້າງ​ຄຸ້ມ​ເຮືອນ​ຢູ່​ທີ່​ກະທັດ​ຮັດ​ແຂວງ​ຈີ​ລິນ​ຈະ​ດຳ​ເນີນ​ພາຍ​ໃນ​ສາມ​ປີ​ແຕ່​ຄາດ​ວ່າ​ຈຳ​ເລັດ​ປີ​ນີ້​ກ່ອນ​ເວລາ​ກຳນົດ  ອຳນາດ​ກາ​ນປົກຄອງ​ແຂວງ​ໄດ້​ຕົກລົງ​ວ່າ,​ເພື່ອ​ປັບປຸງ​ເຮືອນ​ໄຂ​ເຮືອນ​ຢຸ້ຂອງ​ຄອບຄົວ​ທີ່​ບໍ່​ມີ​ເຮືອນ​ຢູ່​ທັງ​ທຸກ​ຍາກ​ທີ່​ສຸດ​ແລະ​ຊາວ​ກະສິກອນ​ອັນ​ໄພສານ​ໃຫ້​ດີ​ຂຶ້ນ,ປີ 2008,​ແຂວງ​ຈີ​ລິນ​ຈະ​ລົງທຶນ​ກໍ່ສ້າງ​ເຮື້ອນ​ຢູ່​ທີ່​ເຊົ່າລາຄາ​ຖືກຢ່າງ​ຫຼວງ​ຫຼາຍ ຍັງ​ຈະ​ດັດ​ສ້າງ​ເຮືອນ​ມຸ່ງ​ຫຍ້າ​ໃນ​ຊົນນະບົດ​ໄປ​ພ້ອມ.