|
 |
(GMT+08:00)
2007-12-14 11:30:23
|
 |
ຍົນຮົບອິສຣາແອນຫຼອນໂຈມຕີແຖບກາຊາ ພາໃຫ້ຜູ້ປະກອບອາວຸດປາເລັສຕີນ 4 ຄົນເສຍຊີວິດຫຼືບາດເຈັບ ປະຊາຄົມໂລກເອົາໃຈໃສ່ນຳສະຖານະການປາເລັສຕີນອິສຣາແອນ
cri
Author: cai
ຕາມຂ່າວCRI:ວັນທີ 13 ທັນວານີ້,ເຈົ້າໜ້າທີ່ພາກສ່ວນຮັກສາຄວາມປອດໄພຂອງປາເລັສຕີນກ່າວວ່າ,ມື້ດຽວກັນ,ທະຫານອາກາດອິສຣາແອນໄດ້ຫຼອນໂຈມຕີພາກໃຕ້ແຖບກາຊາ,ພາໃຫ້ຜູ້ປະກອບອາວຸດປາເລັສຕີນ 3 ຄົນເສຍຊີວິດ,ອີກຄົນໜຶ່ງບາດເຈັບໜັກ.
ໂຄສົກຝ່າຍທະຫານອິສຣາແອນກ່າວວ່າ,ເປົ້າໝາຍຫຼອນໂຈມຕີແມ່ນຜູ້ປະກອບອາວຸດປາເລັສຕີນທີ່ຍິງຈະຫຼວດຈາກແຖບກາຊາໄປສູ່ດິນແດນອິສຣາແອນ.
ມື້ດຽວກັນ,ປະຊາຄົມໂລກໄດ້ປະກອບຄວາມຄິດຄວາມເຫັນກ່ຽວກັບສະຖານະການປາເລັສຕີນອິສຣາແອນ.ສົມເດັດອັບດຸນລາລາດຊະການທີສອງ ເຈົ້າຊີວິດຊອກຕານີກ່າວເນັ້ນວ່າ,ປະຊາຄົມໂລກຄວນສືບຕໍ່ສະໜັບສະໜູນແລະຊ່ວຍເຫຼືອການເຈລະຈາສັນຕິພາບລະຫວ່າງປາເລັສຕີນກັບອິສຣາແອນໃນໄລຍະຕໍ່ໄປ,ຊຸກຍູ້ໃຫ້ສອງຝ່າຍປອງດອງກັນດ້ານການເມືອງກ່ຽວກັບຖານະສຸດທ້າຍຂອງປາເລັສຕີນແລະອິສຣາແອນ ການສ້າງປະເທດປາເລັສຕີນທີ່ເປັນເອກະລາດເປັນຕົ້ນກ່ອນທ້າຍປີໜ້າ;ກະຊວງການຕ່າງປະເທດຕວກກີອອກຖະແຫຼງການຮຽກຮ້ອງໃຫ້ປາເລັສຕີນກັບອິສຣາແອນຮັກສາຄວາມອົດກັ້ນໄວ້,ຫຼີກລຽງໃຊ້ການເຄື່ອນໄຫວແຕ່ຝ່າຍດຽວທີ່ພາໃຫ້ຂະບວນການສັນຕິພາບຕາເວັນອອກກາງຢຸດສະຫງັກ;ທ່ານນາງເມເກວານດ໌ ໂຣໂກ ຜູ້ຕາງໜ້າສະພາກາແດງສາກົນປະຈຳເຂດປາເລັສຕີນຮຽກຮ້ອງໃຫ້ປະຊາຄົມໂລກຜ່ານຈາກການເຄື່ອນໄຫວການເມືອງມາແກ້ໄຂການເປັນປໍລະປັກກັນລະຫວ່າງປາເລັສຕີນກັບອິສຣາແອນແລະການແບ່ງແຍກພາຍໃນປະເທດປາເລັສຕີນຈາກດ້ານກົກຮາກ,ແລ້ວແກ້ໄຂຄວາມທຸກທໍລະມານຂອງປະຊາຊົນປາເລັສຕີນ.
|
|
|