ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-17 15:08:01    
ສະ​ພາ​ກາ​ແດງ​ຮົງ​ກົງ​ຊອກ​ທຶນ​ໄດ້​650​ລ້ານ​ໂດ​ລາ​ຮົງ​ກົງ​​ໃຫ້​ແກ່​ເຂດ​ປະ​ສົບ​ໄພ​ຊຶ ນາ​ມີ​ທີ່​ອາ​ຊີ​ໃຕ້

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ສະພາກາ​ແດງ​ຮົງ​ກົງ​ປະກາດ​ຫຼ້າສຸດ​ວ່າ,​ໃນ​ສາມ​ປີ​ມາ​ນີ້,​ສະ​ພາ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ສ້າງ​ສາ​ຄືນ​ໃໝ່​ຂອງ​ເຂດ​ປະ​ສົບ​ໄພ​ຊຶນາ​ມີ​ທີ່​ອາ​ຊີ​ໃຕ້,​ຊອກ​ທຶນ​ໄດ້​650​ລ້ານ​ເງິນ​ໂດ​ລາ​ຮົງ​ກົງ,​ສ້າງ​ສະ​ຖິ​ຕິ​ຊອກ​ທຶນ​ໄດ້​ສູງ​ສຸດ​ແຕ່​ສະ​ພາ​ນີ້​ສ້າງ​ຕັ້ງ​ຂຶ້ນ​ມາ.

​ປະຈຸ​ບັນ​ນີ້,​ທຶນ​​ເພື່ອ​ການ​ກຸສົນ​ເຫຼົ່ານີ້​ໄດ້​​ໃຊ້​ປະມານ550​ລ້ານ​ໂດ​ລາ,ສ່ວນ​ຫຼາຍ​ໃຊ້​ເຂົ້າ​ໃນ​​​ໂຄງ​ການ​ສ້າງ​ສາ​ຄືນ​​ໃໝ່​​ແລະ​ການ​ປ້ອງ​ກັນ​ໄພ​​ຕ່າງໆ​ຂອງ​ປະ​ເທດ​ປະ​ສົບ​ໄພ​ອາ​ຊີ​​ໃຕ້,​ຄື​ການ​ກໍ່​ສ້າງ​ເຮືອນຢູ່3000​ຫຼັງ ຄລີ​ນິກ​ຊົນ​ນະ​ບົດ​27​ແຫ່ງ ກໍ່ສ້າງ​ແລະ​ສ້ອມ​ແປງ​ໂຮງຮຽນ9​ແຫຼ່ງ​ແລະ​ໂຮງ​ໝໍ​1​ແຫ່ງ​ໃຫ້​ຜູ້​ປະສົບ​ໄພ​ອິນ​ເດຍ​ແລະ​ສີ​ລັງ​ກາ.

ທ່ານ​ຢາງ​ເຖລຽງ ປະທານ​ສະພາກາ​ແດງ​ຮົງ​ກົງ​ກ່າວ​ວ່າ,​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ຝ່າຍ​ຕ່າງໆ,​ວຽກ​ງານ​ສ້າງ​ສາ​ຄືນ​ໃໝ່​ຂອງ​ອາຊີ​ໃຕ້​ໄດ້ຮັບ​ຜົນ​ສຳ​ເລັດ​ເທື່ອ​ລະ​ກ້າວ,​ວຽກ​ງານ​ປາ​ມົງ​ແລະ​ກະ​ສິ​ກຳ​ຂອງ​ທ້ອງ​ຖິ່ນ​ດັ່ງກ່າວກໍ​ໄດ້​ຟື້ນ​ຟູ​ໃນ​ຂັ້ນ​ພື້ນ​ຖານ.