ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-17 17:37:45    
ຈີນ​ໃຊ້​ງົບປະມານ​ສະ​ເພາະ​ເພື່ອ​ອະ​ນຸ​ລັກ​ພູ​ຈິ​ວຮວາ ບ່ອນ​ສັກ​ສິດ​ຂອງ​ສາ​ສະ​ໜາ​ພຸດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ເຈົ້າໜ້າ​​ທີ່​ກ່ຽວຂ້ອງ​ຂອງ​ແຂວງ​ອ່ານ​ຮຸ່ຍ ພາກ​ກາງ​ຂອງ​ຈີນ​​ແຈ້ງ​ໃຫ້​ຊາບວ່າ, ​ໃນ​ຖານະ​ເປັນ​ບ່ອນ​ສັກສິດ​ໜຶ່ງ​ໃນ​ສີ່ຂອງ​ສາສະໜາ​ພຸດ​ຂອງ​ຈີນ, ຫວ່າງ​ມໍ່ໆ​ນີ້, ພູ​ຈິ​ວຮວາ​ແຂວງ​ອ່ານ​ຮຸ່ຍ​ໄດ້​ຮັບງົບປະມານ​ອະນຸລັກ 25 ລ້ານ​ຢວນ.

ຈີນ​ຫາ​ກໍ່​ເລີ່​ມດຳ​ເນີນ​ໂຄງການ​ອະນຸລັກ​ມໍລະດົກ​ວັດທະນະທຳ​ແລະ​ທຳ​ມະ​ຊາດ​​ແຫ່ງ​ຊາດ, ພູ​ ຈິ​ວຮວາ​ໃນ​ຖານະ​ເປັນ​ມໍລະດົກທຳ​ມະ​ຊາດ​ແລະ​ວັດທະນະທຳ​​ແຫ່ງ​ຊາດ​ທີ່​ຖືກ​ຮັບ​ຮອງ​ໃນ​ງວດ​ທຳ​ອິດ ​ໄດ້​ຮັບ​ທຶນ​ອະນຸລັກ. ທຶນ​ດັ່ງກ່າວ​ຈະ​ໃຊ້​ເຂົ້າ​ໃນ​ການ​ກໍ່​ສ້າງ​ໂຄງ​ລ່າງ​ດ້ານ​ການ​ດັບ​ເພີງ ​ອະນາ​ໄມ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ ການ​ປົວ​ແປງ​ສິ່ງ​ແວດ​ລ້ອມ ການ​ປ້ອງ​ກັນ​ໄພ​ທໍ​ລະ​ນີສາດ ​ແລະ​ການ​ກໍ່ສ້າງ​ສູນ​ວາງສະ​ແດງ​ວັດທະນະທຳ​ພື້ນ​ເມືອງ​ແຫ່ງ​ໃໝ່.