ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-18 14:50:47    
ຕາ​ໜ່າງ​ທາງ​ຫຼວງ​ລະ​ດັບ​ຊາດ​ສາຍ​ຫຼັກ​ຂອງ​ຈີນ​ໄດ້​ເຊື່ອມ​​ຕໍ່​ກັນ​ໃນ​ຂັ້ນ​ພື້ນ​ຖານ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ18ທັນວາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເວີ່ງ​​ເມີ້​ງຢົງ ລັດຖະມົນຕີຊ່ວຍ​ວ່າ​ການ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂອງ​ຈີນ​ກ່າວ​ວ່າ,​ປະ​ຈຸ​ບັນ​ນີ້,ຕາ​ໜ່າງທາງ​ຫຼວງ​ລະ​ດັບ​ຊາດ​ສາຍ​ຫຼັກ​ທີ່​ມີ​ຄວາມ​ຍາວ​ປະມານ3​ໝື່ນ5​ພັນ​ກິ​ໂລ​ແມັດ​ນັ້ນ​ໄດ້​ເຊື່ອມ​ຕໍ່ກັນ​ໃນ​ຂັ້ນພື້ນຖານ.

ຂ່າວ​ແຈ້ງວ່າ,ຕາໜ່າງທາງ​ຫຼວງລະດັບ​ຊາດ​ສາຍ​ຫຼັກປະກອບ​ດ້ວຍ​ທາງ​ຫຼວງລະດັບ​ສູງ12​ສາຍ​ທີ່​ເນັ່ງ​ແຕ່​ທິດ​ຕາ​ເວັນ​ອອກ​ໄປ​ຫາ​ທິດ​ຕາ​ເວັນ​ຕົກ ​ແຕ່​ເໜືອ​ຮອດ​ໃຕ້,​ໃນ​ນັ້ນ​ທາງ​ດ່ວນ​ກວມ​76%​ຂອງ​​ໄລຍະ​ທາງ​ທັງ​ໝົດ.ທາງ​ຫຼວງ​ເຫຼົ່າ​ນີ້​ໄດ້​ເຊື່ອມ​ຕໍ່​ນະ​ຄອນ​ຫຼວງ ​ເທດ​ສະ​ບານ​ແຂວງ​ຕ່າງໆ ກຳ​ແພງ​ນະ​ຄອນ ​ເຂດ​ເສດ​ຖະ​ກິດ​ພິ​ເສດ ບ່ອນ​ສຳ​ຄັນ​ດ້ານ​ຄົມ​ມະ​ນາ​ຄົມ​ແລະ​ເມືອງ​ທ່າ​ສຳ​ຄັນ​ທີ່​ໄຂ​ປະຕູ​ຕໍ່​ພາຍ​ນອກ,​ປົກ​ຄຸມ​ຕົວ​ເມືອງ​ໃຫຍ່ໆ​​ທັງ​ໝົດ​ທີ່​ມີ​ປະ​ຊາ​ກອນ​ຫຼາຍ​ກວ່າ​ລ້ານ​ຄົນ​ແລະ​ຕົວ​ເມືອງ​ໃຫຍ່​90%​ທີ່​ມີ​ປະ​ຊາ​ກອນ​ຫຼາຍ​ກວ່າ​5​ແສນ​ຄົນ.

ໃນ​ກອງປະຊຸມ​ຂ່າວ​ທີ່​ຈັດ​ໂດຍຫ້ອງການ​ຖະ​ແຫຼງຂ່າວລັດຖະບານຈີນ,ທ່ານ​ເວີ່ງ​ເມີ້​ງຢົງ​ກ່າວ​ວ່າ,​ຕາ​ໜ່າງ​ທາງ​ຫຼວງ​ລະ​ດັບ​ຊາດ​ສາຍ​ຫຼັກ​ເຊື່ອມ​ຕໍ່​ກັນ​ຈະ​ປັບ​ປຸງ​ສະ​ພາບ​ການ​ຈັດ​ວາງ​ລະ​ບົບ​ຄົມ​ມະ​ນາ​ຄົມ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ,​ປັບ​ປຸງ​ສະ​ມັດ​ຖະ​ພາບ​ແລະ​ປະ​ສິດ​ທິ​ຜົນ​ຂອງ​ການ​ຂົນ​ສົ່ງ​ໃຫ້​ດີ​ຂຶ້ນ,​ຊຸກ​ຍູ້​ຂະ​ບວນ​ການ​ຫັນ​ເປັນ​​ຕົວ​ເມືອງ​ຂອງ​ຈີນ,​ແລະ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ທ້ອງ​ຖິ່ນ​ແລະ​ຊຸກຍູ້​ການ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ​ຂອງ​ທ້ອງ​ຖິ່ນ.