ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-18 15:16:31    
ຄຳຂວັນແລະ​ສັດນຳ​ໂຊກ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ

cri

ການ​ເສັງ​ຄວາມ​ຮູ້​ທົ່ວ​ໂລກ​"ນັດ​ພົບງານ​ກິລາ​ໂອ​ລິ​ມປິ​ກປັກ​ກິ່ງ​ປີ2008"ພາກ​ທີ​ສອງ: ຄຳ​ຄວັນ​ ແລະ​ສັດນຳ​ໂຊກ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

 ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຈະ​ຈັດ​ຂຶ້ນ​ຢ່າງຄຶກຄື້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ8​ສິງຫາ​ປີ2008.​ເພື່ອ​ໂຄສະນາ​ທັດສະນະ​ຄະຕິ​ຈັດ​ງານ​ແລະ​ສະ​ແດງ​ພື້ນຖານວັດທະນະທຳ​ອັນ​ເລິກ​ເຊິ່ງຂອງ​ຈີນ​ຕໍ່​ຊາວ​ໂລກ​ໃຫ້​ດີກ​ວ່າ​ເກົ່າ,​ໃນ​ປີ2005,ຄະນະ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເປີດ​ເຜີຍ​ຄຳ​ຂວັນ​ແລະ​ສິ່ງ​ນຳ​ໂຊກ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.ຄັນ​ຊັ້ນ,ຄຳ​ຂວັນສະ​ເພາະ​ແລະ​ສັດ​ນຳ​ໂຊກ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ຫຍັງ?​ແລະ​ມີ​ຄວາມ​ໝາຍ​ຫຍັງ​ແດ?

"ຄຳ​ຂວັນຂອງ​ງານ​ກິລາ​ໂອ​ລິ​ມປິກ2008​ແມ່ນ ​ໂລກ​ດຽວ ຄວາມ​ຝັນ​ດຽວ


ຕອນ​ຄ່ຳ​ວັນ​ທີ26​ມິຖຸນາ​ປີ2005,ຢູ່​ທີ່​ສະໜາມ​ກິລາ​ກຳມະກອນ​ປັກ​ກິ່ງ,ທ່ານ​ລີ​ສາງ​ຊຸ່ນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ປະກາດ​ຄຳ​ຂວັນ​ ​ຂ​ອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008ຄື"​ໂລກ​ດຽວ ຄວາມ​ຝັນ​ດຽວ",ມັນ​​ໄດ້​ສ່ອງ​ແສງ​ຄວາມ​ໝາຍ​ຫຍັງ​ແດ່? ຄະນະຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ,ຄຳ​ຂວັນ​ທີ່​ວ່າ"​ໂລກ​ດຽວ ຄວາມ​ຝັນ​ດຽວ"​ໄດ້​ສ່ອງ​ແສງ​ໃຫ້​​​ເຫັນ​ຄວາມ​ມຸ້ງ​ມາດປາຖະໜາ​ຮ່ວມ​ຂອງທົ່ວ​ໂລກສະ​ແຫວ​ງຫາ​ອະນາຄົດ​ອັນ​ດີງາມ​ຂອງ​ມວນ​ມະນຸດພາຍ​ໃຕ້ການ​ລະດົມ​ຈາກ​ຈິດ​ໃຈ​​ໂອ​ລິ​ມປິກ,​ແລະ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ ອຸດົມ​ການ​ຂອງປະຊາຊົນ​ປັກ​ກິ່ງ​ແລະ​ປະຊາຊົນ​ຈີນ​ທີ່ຍິນ​ດີ​ຢູ່​ຮ່ວມ​ກັບ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນທົ່ວ​ໂລກ​ທີ່​ເປັນບ້ານ​ຊ່ອງ​ອັນ​ດີງາມ,ຮ່ວມ​ກັນ​ຊົມ​ໃຊ້​ໝາກຜົນອາ​ລິ​ຍະ​ທຳ,ພ້ອມ​ກັນ​ສ້າງສາ​ອະນາຄົດ.ນອກ​ນີ້,ວັດທະນະທຳ​ດັ້ງ​ເດີມ​ຂອງ​ຈີນ​ແມ່ນ​ກ່າວ​ເນັ້ນ​ການ​ພົວພັນ​ທີ່​ກົມກຽວ​ກັນ​ລະຫວ່າງ​ມະນຸດ​ກັບ​ທຳ​ມະ​ຊາດ​ແລະລະຫວ່າງ​ຄົນ​ກັບ​ຄົນ,​ເນື້ອ​ໃນ​ຂອງ​ຄຳ​ຂວັນ​ ງານ​ກິລາ​ໂອ​ລິ​ມປິກ​ຄື​ການ​ພັດທະນາ​ຢ່າງ​ກົມກຽວ​ກັນ ຢູ່​ຮ່ວມ​ກັນ​ຢ່າງ​ປອງ​ດອງ,ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດພໍດີ​ແມ່ນ​ຖືກ​ກັບ​ວັດ​ທະນະ​ທຳ​ດັ້ງ​ເດີມ​ຂອງ​ຈີນ.ທ່ານ​ຈ່າງ​ອີ​ວູ ຜູ່​ຊ່ຽວຊານ​ງານ​ກິລາໂອ​ລິ​ມປິກຂອງ​ມະຫາວິທະຍາ​ໄລ​ປັກ​ກິ່ງ​ເຫັນວ່າ:

 "ຄຳ​ຂວັນ​ດັ່ງກ່າວ​ມີ​ຈຸດ​ສຳຄັນ​ສອງ​ຂໍ້,​ໃຈກາງ​ແມ່ນ​ໂລກ​ແລະ​ຄວາມ​ຝັນ,​ໂລກດຽວ​ກັນ​ໝາຍ​ເຖິງ​ຈີນ​ມີ​ຈິດ​ໃຈ​ທີ່​​ເປີດ​ປະຕູ​ສູ່​ພາຍ​ນອກ,ຈີນ​ຢາກ​ຕິດ​ຕໍ່​ພົວພັນ​ກັບ​ໂລກ,ຄວາມ​ຝັນ​ດຽວ​ໝາຍ​ເຖິງ​ຄວາມ​ຄອງ​ຄອຍ​ຮ່ວມຂອງ​ຈີນ​ກໍ​ຄື​ຂອງ​ໂລກທີ່​ມີ​ຕໍ່​ງານ​ກິລາ​ໂອ​ລິ​ມປິກ​ແລະທັດສະນະ​ຄຸນຄ່າ​ທັງ​ໝົດທີ່​​ດີງາມ​ຂອງ​ມະນຸດ​ຕົວຢ່າງ​ຄື ​ສັນຕິພາບ"

ຄຳ​ຂວັນ​ດັ່ງກ່າວ​ເຖິງ​ວ່າ​ກະທັດ​ຮັດ​,​ແຕ່​ພັດ​ແມ່ນ​ຍອດ​ແຫ່ງສະຕິ​ປັນຍາ​ລວມໝູ່.​​ແມ່ນ​ຜູ່​ຊ່ຽວຊານ​ວົງ​ການ​ຕ່າງ​ໆ​ຂອງ​ທົ່ວ​ປະ​ເທດ​ຈີນ​ໄດ້​ທຸ້ມ​ເທ​ເຫື່ອ​ແຮງ​ ​ຄົ້ນ​ຄິດ​ອອກມາ,​ໄດ້​ໂຮມ​ສູນ​ຄວາມ​ອວຍພອນອັນ​ດີງາມ​ແລະ​ຄວາມ​ສົນ​ໃຈ​ຢ່າງ​ຈິງ​ໃຈ​ຂອງ​ປະຊາຊົນ​ໂລກ​ທີ່​ມີ​ຕໍ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.ພ້ອມ​ກັນ​ນັ້ນ,ກໍ​​​ໄດ້​ໂຮມ​ສູນ​ສະ​ແດງ​ໃຫ້​ເຫັນ​ ​ຄວາມ​ເຂົ້າ​ໃຈ​ຂອງ​ປະຊາຊົນ​ຈີນ​ທີ່​ມີ​ຕໍ່ກິລາ​ໂອ​ລິ​ມປິກ.

​ໃນ​ເວລາ​ທີ່ຄຳ​ຂວັນ​ ​ງານ​ກິລາ​ໂອລິ​ມປິກ​ເຂົ້າ​ເຖິງ​ດວງ​ໃຈ​ຂອງ​ຄົນ,ວັນ​ທີ11​ພະຈິກ​ປີ2005,​​ເຊິ່ງ​ເປັນ​ມື້​ທີ່ນັບ​ເວລາ​ຖອຍຫຼັງ1000​ມື້​ຮອດ​ວັນ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ສັດ​ນຳ​ໂຊກ​ງານ​ກິລາ​ໂອ​ລິ​ມປິກ​ກໍ​ໄດ້​ເປີດ​ເຜີຍ​ສູ່​ສາທາລະນະ​ຊົນ.​ມັນແມ່ນ​ຕຸກກະຕາ​ຟູ​ວາ​ທີ່​ໜ້າ​ຮັກ5​ໂຕ​ທີ່ມີ​ຊື່ວ່າ ​ເປ້​ເປ້ ຈິ່ງ​ຈິ່ງ ຮວ່ານ​ຮວ່ານ ອິງ​ອິງ ນີ່ນີ່ .ຍ້ອນ​ວ່າ​ວັດທະນະທຳ​ມີ​ເນື້ອ​ໃນ​ອຸດົມສົມບູນ​ແລະ​ເລິກ​ເຊິ່ງ,ສິ່ງ​ທີ່​ຕ້ອງ​ສະ​ແດງ​ນັ້ນ​ແມ່ນ​ຫຼາຍ​ໂພດ.ປັກ​ກິ່ງ​ຈັດ​​ເອົາ​ສັດ​ນຳ​ໂຊກ​ງານ​ກິລາ​ໂອ​ລິ​ມປິກ​ເປັນ5​ອັນ,ນີ້​ແມ່ນ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອທຳ​ອິດທີ່​ມີຈຳນວນສັດ​ນຳ​ໂຊກຫຼາຍ​ກວ່າ​ໝູ່​ນັບ​ແຕ່​ງານ​ກິລາ​ໂອ​ລິ​ມປິກ​ໂມ​ນິກປີ1972​ທີ່​ມີ​ສັດນຳ​ໂຊກ​ເປັນ​ເທື່ອ​ທຳ​ອິດ​ມາ​ຮອດ​ປັດຈຸບັນ.

ຮູບ​ຮ່າງລັກສະນະ​ຂອງ​ນຳ​ໂຊກ​ຕຸກກະຕາຟູ​ວາ5​ໂຕ​ຄື ​ເປ​ເປ ຈິ່ງ​ຈິ່ງ ຮວານ​ຮວານ ອິງ​ອິງ ນີນີ ຕ່າງ​ໄດ້​​​ເຊື່ອມ​​ໂຍງຮູບ​ຮ່າງ​ຂອງ​ປາ, ໝີ​ແພນ​ດາ ​​ໄຟ​ສັກສິດ​ໂອ​ລິ​ມປິກ,​ເຍືອງ​ຕິ​ເບ​ດ​ແລະ​ນົກ​ແອ່ນ.ພາບ​ພົດ5​ອັນ​ດັ່ງກ່າວ​ມີ​ຄວາມ​ໝາຍ​ກ່ຽວ​ພັນ​ເຖິງ ທະ​ເລ ປ່າ​ໄມ້,​ໄຟ,​ແຜ່ນດິນ​ແລະ​ທ້ອງຟ້າ,​ເປັນ​ສັນຍະລັກ​ໃຫ້​ແກ່​ຄວາມ​ກົມກຽວ​ກັນ​ລະຫວ່າງ​ຄົນ​ກັບ​ທຳ​ມະ​ຊາດ,​ແມ່ນ​ຖື​ກກັບ​ທັດສະນະ​ຄະຕິ​ຂອງງານ​ກິລາ​ໂອ​ລິ​ມປິກ​ສີຂຽວທີ່ລິ​ເລີ່​ມ​ໂດຍ​ ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​.ນອກ​ນີ້,ຕຸກກະຕາ​ຟູ​ວາ​ຍັງ​ສະທ້ອນ​ເຖິງ​ວັດທະນະທຳ​ຈີນ​ຫຼາຍ​ດ້ານ,ຕົວຢ່າງ​ຕຸກກະຕາ​ຟູ​ວາທີ່​ຊື່ວ່າ"​ເປ້​ເປ້"ທີ່​ມີ​ຮູບ​ຮ່າງ​ປາ​ໄດ້​ໃຊ້​ວິທີ​ແຕ້ມ​ຮູບ​ພາບ​ບຸນ​ກຸດ​ຈີນ​ດັ້ງ​ເດີມ​ຂອງ​ຈີນ.​ເລື່ອງ​ທີ່​ມ່ວນ​ກວ່າ​ນັ້ນ​ແມ່ນ​ຊື່​ຂອງ​ຕຸກກະຕາ​ຟູ​ວາ5​ໂຕ​​ເມື່ອ​ເອົາ​ມາ​ໂຮມ​ເຂົ້າ​ກັນ​ແລ້ວ,​ຄືBeiJing Huan Ying ni ໃນ​ພາສາ​ຈີນ​ກໍ​ມີ​ຄວາມ​ໝາຍວ່າ​ປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ​ທ່ານ.ນອກ​ນັ້ນ,ຕຸກກະຕາ5​ໂຕ​ນີ້​ຍັງກົມກຽວ​ກັນ​ກັບ5ບ້ວງຂອງ​ໂອ​ລິ​ມປິກ.ທ່ານ​ກາວ​ສ໌ພາ ຮອງ​ປະທານ​ຄະນະ​ກຳມະການ​ປະສານ​ງາ​ນງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ຍ້ອງ​ແລ້ວ​ຍ້ອງ​ອີກ​ຕໍ່​ຕຸກ​ກະຕາ5​ໂຕ​ດັ່ງກ່າວ.ທ່ານ​ກ່າວ​ວ່າ​​.

 "ສັດ​ນຳ​ໂຊກ​ຟູ​ວາ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປະກອບ​ດ້ວຍ​ຕຸກກະຕາ​ໜ້າ​ຮັກ5​ໂຕ.​ພວກ​ມັນ​ສະໜິດແໜ້ນ​ກັນ​ເໝືອນ​ດັ່ງ5​ນີ້ວ​ ​ມື,ທັງ​​ກົມກຽວ​ກັນ​ກັບ5​ບ້ວງ​ຂອງ​ໂອ​ລິ​ມປິກ,​ເຊິ່ງ​ໄດ້​ສ່ອງ​​ແສງ​ເຖິງ​ຄົນ​ກັບ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ.ສ່ອງ​ແສງ​ເຖິງ​ຈິນຕະນາການອັນ​ອຸດົມສົມບູນ,ສະ​ນັ້ນ,ກິລາ​ໂອ​ລິ​ມປິກ​ຄວນ​ຂອບ​ໃຈ​ນຳ​ປັກ​ກິ່ງ"