ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-18 15:16:27    
ການ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ດຳ​ເນີ​ນ​ໄປຢ່າງ​ສະ​ດວກ

cri

ທ່ານ​ຜູ່​ຟັງ​ທີ່​ເຄົາລົບ, ​ເພື່ອ​ຕ້ອນຮັບ​​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ເຜີຍ​ແຜ່​ຈິດ​ໃຈ​ໂອ​ລິ​ມປິກ, ວິທະຍຸສາກົນ​ແຫ່ງ​ປະ​ເທດ​ຈີນ​ຈະ​ຈັດກິດຈະກຳ​ຖາມ​ຕອບ​ໃນ​ຫົວ​ຂໍ້"ນັດ​ກັນ​ໃນ​ປີ 2008--ການ​ແຂ່ງຂັນ​ເສັງຄວາມ​ຮູ້​ທົ່ວ​ໂລກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​" ​ເລີ່​ມແຕ່​ວັນ​ທີ  ປີ 2007ຫາ​ວັນ​ທີ   ປີ 2008, ການ​ແຂ່ງຂັນ​ເສັງ​ຄວາມ​ຮູ້​ເທື່ອ​ນີ້​ໄດ້​​ແບ່ງ​ເປັນ 4 ​ຕອນ, ​ແລະ​ຈະ​ອອກ​ອາກາດ​ໃນ​ເວລາ 19 ​ໂມງ 45 ນາ​ທີຂອງ​ທຸກ​ວັນ​ເສົາ, ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ຂໍ​ເຊີນຊວນ​ທ່ານ​ມາ​ເຂົ້າຮ່ວມ. ມື້​ນີ້​ຈະ​​ແມ່ນຕອນ​ທີ​ໜຶ່ງ: ການ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ດຳ​ເນີ​ນ​ໄປຢ່າງ​ສະ​ດວກ. ມື້​ນີ້​ມີ 2 ຄຳ​ຖາມ​ຄື: ໜຶ່ງ, ​ເປົ້າ​ໝາຍ​ຂອງ​ວຽກ​ງານ​ກະກຽມ​ຂອງ​ຄະນະ​ກຳມະການຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ແມ່ນ​ຫຍັງ? ສອງ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​ໃນ​ມື້​ໃດ, ​ແລະ​ອັດລົງ​ໃນ​ມື້​ໃດ? ຕໍ່ໄປເຊິນທ່ານ ຟັງເນື້ອໃນລະອຽດ.

ງານກິລາໂອລິມປິກປັກກິ່ງຈະຈັດຂຶ້ນແຕ່ວັນທີ 8 ຫາວັນທີ 24 ສິງຫາປີ 2008.

ປັດຈຸບັນເວລາໄຂງານກິລາໂອລິມປິກປັກກິ່ງຍັງບໍ່ຮອດໜຶ່ງ​ປີ​ແລ້ວ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ຫວາງ​​ເຫວີ​ຍ ຮອງປະທານບໍລິຫານ​ງານ​ຂອງ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອລິມປິກ​ປັກ​ກິ່ງ​ໄດ້​ແນະນຳ​ສະພາບ​ການ​ກະກຽມ​ຂອງ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ.

ທ່ານ​​ເວົ້າ​ວ່າ, ພາຍຫຼັງ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິ​ກປັກ​ກິ່ງ​ສ້າງ​ຕັ້ງ​ຂຶ້ນ, ຖື"ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ທີ່​ມີ​ຈຸດ​ພິ​ເສດ​ແລະ​ລະດັບ​ສູງ"​ເປັນ​ເປົ້າ​ໝາຍ​ຂອງ​ວຽກ​ງານ​ກະກຽມ, ​ແລະ​ພະຍາຍາມ​ເຮັດ​​ໃຫ້​ບັນລຸ​ເປົ້າໝາຍ​ດັ່ງກ່າວ. ທ່ານ​ກ່າວ​ວ່າ:

"ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ທີ່​ມີ​ຈຸດ​ພິ​ເສດ​ແລະ​ລະດັບ​ສູງ, ​ແມ່ນ​ຄຳ​ໝັ້ນ​ສັນຍາທີ່​ພວກ​ເຮົາມີ​ຕໍ່​ຊາວ​ໂລກ, ​ແມ່ນ​ຄວາມ​ຕ້ອງການ​ແລະ​ປາດ​ຖະໜາ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ. ​ເວົ້າ​​ໂດຍ​ລວມ​ແລ້ວ, ວຽກ​ງານ​ກະກຽມ​ຕ່າງໆ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ພວມ​ດຳ​ເນີນ​ໄປ​ຢ່າງ​ສະດວກ​ຕາມ​ແຜນການ."

​ໂດຍ​ຜ່ານ​ການ​ກະກຽມ​ອັນ​ເຄັ່ງ​ຮ້ອນ​ເກືອບ 6 ປີ, ງານ​ກິລາໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ນັບ​ມື້​ນັບ​ໃກ້​ກັບ​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ​ແລ້ວ. ທ່ານ​ຫວາງ​​ເຫວີຍກ່າວ​ວ່າ, ​ໃນ​ສະໜາມກິລາ 37 ​ແຫ່ງ​ນັ້ນ, ​ມີ 10 ​ແຫ່ງ​ໄດ້​ສ້າງ​ສຳ​ເລັດ​ແລ້ວ. ນອກຈາກ​ສະໜາມກິລາ​ຕົ້ນຕໍ---ສະໜາມກິລາ​ແຫ່ງ​ຊາດ​ຍ້ອນ​ໂຄງການ​ພິທີ​ໄຂການ​ນຳ​ໃຊ້​ຕ້ອງ​ສ້າງ​ສຳ​ລັດ​ໃນ​ຕົ້ນ​ປີ 2008 ​ແລ້ວ, ສະໜາມກິລາ​ອື່ນໆ​ລ້ວນ​ແຕ່​ຈະ​ສ້າງ​ສຳ​ເລັດ​ກ່ອນ​ທ້າຍ​ປີ 2007. ປັດ​ຈຸ​ບັນ, ວຽກ​ງານ​ຈັດ​ຕັ້ງ​ການ​ແຂ່ງຂັນ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ​ນັບ​ມື້​ນັບ​ລະອຽດ​ເຂົ້າ, ຕາຕະລາງການ​ແຂ່ງ​ໄດ້​ຕົກລົງ​ໝົດ​ແລ້ວ; ວຽກ​ງານ​ອອກ​ແບບ​ພິທີ​ໄຂ​ແລະ​ພິທີ​ອັດ​​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສຳ​ເລັດ​ໃນ​ຂັ້ນພື້ນຖານ​ແລ້ວ, ຈະ​ເຂົ້າ​ສູ່​ໄລຍະຈັດ​ຕັ້ງ​ປະຕິບັດ​ແລະ​ຝຶກ​ຊ້ອມ, ຫົວໜ້າຜູ່​ກຳກັບ​ການສະ​ແດງຂອງ​ພິທີ​ໄຂ​ແມ່ນ​ທ່ານ​ຈ່າງ​ອີ້​ເໝົາ ຜູ່​ມີ​ຊື່​ສຽງ​ໃນ​ລະດັບສາກົນ. ​​ເສັ້ນທາງສົ່ງ​ທວນ​ໄຟຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ດຶງ​ດູດສາ​ຕາ​ຂອງ​ທົ່ວ​ໂລກ​ກໍ​ໄດ້​ປະກາດ​ແລ້ວ. ປັກ​ກິ່ງ​ຢາກ​ໃຫ້ທວນ​ໄຟຜ່ານ​ຈອມພູ​ຈຸ​ມູລັງ​ມາ​ເຊິ່ງ​ເປັນ​ຈຸດ​ສູງ​ສຸດ​ຂອງ​ໂລກ​ກໍ​ໄດ້​ເຮັດ​ໃຫ້​ຊາວໂລກຄຶດ​ໄປ​ລ່ວງ​ໜ້າຕໍ່ການ​ສົ່ງ​ທວນ​ໄຟທີ່​ຈະ​ເລີ່ມຕົ້ນ​ໃນ​ປີໜ້າ​ແລ້ວ.

​ໃນ 6 ປີ​ທີ່​ຜ່ານ​ມາ, ​ເພື່ອ​ຜ່ອນຄາຍ​ແຮ່ງ​ກົດ​ດັນດ້ານຄົມມະນາຄົມ​, ​ປັກ​ກິ່ງ​ໄດ້​ເລັ່ງລັດ​ການ​ກໍ່ສ້າງ​ລະບົບ​ຂົນ​ສົ່ງ​ທາງ​ລົດ​ໄຟ. ລົດ​ໄຟ​ໃຕ້​ດິນສາຍ​ທີ 4, ​ສາຍ​ທີ 5 ​ແລະສາຍ​ທີ 10 ​ແລະ​ເສັ້ນ​​ໄປ​ສະໜາມ​ບິນ​ໄດ້​ເລີ່​ມ​ກໍ່ສ້າງ​ຕາມ​ລຳດັບ​, ​ໃນ​ນັ້ນ​ສາຍ​ທີ 5 ​ໄດ້​ສ້າງ​ສຳ​ເລັດ​ແລ້ວ, ​ແລະ​ສາຍ​ອື່ນໆຈະ​ສ້າງ​ສຳ​ເລັດ​ໝົດ​ໃນ​ປີ 2008. ຮອດ​ເວລາ​ນັ້ນ, ລະບົບ​ຂົນ​ສົ່ງທາງ​ລົດ​ໄຟ​ໃຕ້​ດິນຂອງ​ປັກ​ກິ່ງ​ຈະຍາວ 200 ກິ​ໂລ​ແມັດ​ເຊິ່ງ​ເປັນສະຖິຕິ​ໃໝ່​ໃນ​ປະຫວັດສາດ, ນີ້​ຈະ​ສະໜອງການຮັບປະກັນ​ດ້ານການ​ຂົນ​ສົ່ງ​ສາທາລະນະ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ພ້ອມ​ກັນ​ນັ້ນ, ​ປັກ​ກິ່ງ​ຍັງ​ໄດ້​ຮັບຄວາມຄືບ​ໜ້າໃນ​ດ້ານ​ປັບປຸງ​ສິ່ງ​ແວດ​ລ້ອມ​ຂອງ​ຕົວ​ເມືອງ, ​ນັບແຕ່​ປີ 1998 ຫາ​ທ້າ​ຍປີ 2006, ປັກ​ກິ່ງ​ໄດ້​​ໃຊ້​ງົບປະມານ 12 ຕື້ 200 ລ້ານ​ໂດ​ລາ, ​ໄດ້​ສຳ​ເລັດ​ໂຄງການ​ປັບປຸງ​ສິ່ງ​ແວດ​ລ້ອມ​ສຳຄັນ 20 ​ໂຄງການ. ຄຸນ​ນະພາບ​ອາກາດ​ທີ່ໄດ້​ຕາມມາດຕະຖານ​ຂອງ​ປັກ​ກິ່ງຈາກ 100 ມື້​ໃນ​ປີ 1998 ​ເພີ່​ມຂຶ້ນ​ຮອດ 241 ມື້​ໃນ​ປີ 2006, ອັດ​ຕະປົກ​ຫຸ້ມ​ສີຂຽວ​​ມີ 42% ​ໃນທ້າຍ​ປີ 2006, ຮອດປີ 2008ຈະ​ຫຼາຍ​ຫວ່າ 43%ຢ່າງ​ແນ່ນອນ; ອັດຕາ​ບຳບັດ​ນ້ຳ​ເປື້ອນສູງ​ເຖິງ 90% ​ແລ້ວ.

ທ່ານ​ຫວາງ​ເຫວີ​ຍ​ຍັງ​ກ່າວ​ວ່າ:

"ພວກ​ເຮົກ​ກໍ​ຫວັງ​ຢ່າງ​ຈິງ​ໃຈໃຫ້​​ເພື່ອນ​ມິດທັງຫຼາຍ​ສາມາດ​ເອົາ​ໃຈ​ໃສ່​ແລະ​ເຂົ້າ​ຮ່ວມ​ວຽກ​ງານ​ກະກຽມ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຕື່ມ​ອີກ​. ​ໂດຍ​ຜ່າ​ນຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ພວກ​ເຮົາ, ທຳ​ຄວາມ​ພະຍາຍາມ​ພ້ອມ​ກັນ​ເພື່ອ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ມີ​ຈຸດ​ພິ​ເສດ​ແລະ​ລະດັບ​ສູງ, ​ເພື່ອ​ພດທະ​ນາ​ວຽກ​ງານ​ໂອ​ລິ​ມປິ​ກຢ່າງ​ຄຶກຄື້ນ​ແລະ​ເພື່ອ​ສ້າງ​ໂລກ​ກົມກຽວ​ກັນ​ທີ່​ດີ​ງາມ​ກວ່າ​ເກົ່າ."

ທ່ານ​ຜູ່​ຟັງ​, ຕອນ​ທີ່​ໜຶ່ງ​ຂອງກິດຈະກຳ​ຖາມ​ຕອບ​ໃນ​ຫົວ​ຂໍ້"ນັດ​ກັນ​ໃນ​ປີ 2008--ການ​ແຂ່ງຂັນ​ເສັງຄວາມ​ຮູ້​ທົ່ວ​ໂລກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​"​ໄດ້​ສິ້ນ​ສຸດ​ລົງ​ພຽງ​ທໍ​ນີ້, ​ໃນ​ຕອນທ້າຍ​ຂອງ​ລາຍການ​ມື້​ນີ້​ຈະ​ອ່ານສອງ​ຄຳ​ຖາມ​ຂອງ​ມື້​ນີ້ຄືນ​ອີກ​ເທື່ອ​ໜຶ່ງ: ຄຳ​ຖາມ​ທີ​ໜຶ່ງ​ແມ່ນ, ​ເປົ້າ​ໝາຍ​ຂອງວຽກ​ງານ​ກະກຽມ​ຂອງ​ຄະນະ​ກຳມະການຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ແມ່ນ​ຫຍັງ? ສອງ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​ໃນມື້ໃດ, ​ແລະ​ອັດລົງ​ໃນ​ມື້​ໃດ? ​ຂອບ​ໃຈ​ທີ່​ຮັບ​ຟັງ, ສະບາຍດີ.