ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-18 16:50:56    
ນັດ​ພົບ​ກັນ​ໃນ​ປີ2008--ການ​ແຂ່ງຂັນ​ເສັງ​ຄວາມ​ຮູ້​ທົ່ວ​ໂລກ​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ ພາກ​ທີ​ສີ່

cri

ຕົວ​ເມືອງ​ມີ​ສ່ວນ​ຮ່ວມ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຕາມ​ການຈັດ​ວາງ​,ການ​ແຂ່ງຂັນ​ຂອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008​ບໍ່​ແມ່ນ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໝົດ,ຮອ​ດ​ເວລານັ້ນ,ນະຄອນ​ທຽນ​ສິນ ​ເມືອງ​ຊິນ​ຮວາງ​ຕາວ ນະຄອນ​ຊຽງ​ໄຮ້​ແລະ​ນະຄອນ​ເສິນ​ຢາງ​ຂອງ​ຈີນ​ຈະຮັບ​ຈັດ​ການ​​ແຂ່ງຂັນ​ບານ​ເຕະ,ນະຄອນ​ຊິ່ງຕາວ​ຈະ​ຮັບ​ຈັດ ການ​ແຂ່ງຂັນເຮືອໃບແລະແປ້ນຕ້ານຄື້ນ,ສ່ວນການແຂ່ງຂັນຄວາມ​ຊຳນານ​ໃນ
​ການ​ຂີ່​ມ້າ ຈະຈັດຂຶ້ນຢູ່ຮົງກົງໝົດ.ເຖິງວ່າຕົວເມືອງ6ແຫ່ງດັ່ງກ່າວບໍ່
ແມ່ນຕົວເມືອງເຈົ້າພາບຂອງ ງານກິລາໂອລິມປິກກໍຕາມ,ແຕ່ຊື່ຂອງຕົວ
ເມືອງ6ແຫ່ງນີ້ຈະຖືກບັນທຶກໄວ້ໃນປະຫວັດ ສາດຂອງງານກິລາໂອລິມ
ປິກຄືກັນ.ຄຳຖາມສອງຂໍ້ໃນບົດນີ້ແມ່ນ:ໜຶ່ງ,ຕົວເມືອງມີ​ສ່ວນ​ຮ່ວມ6
ແຫ່ງຂອງງານກິລາໂອລິມປິກປັກກິ່ງມີເມືອງໃດແດ່?ສອງ,ຮົງກົງຈະຈັດ
ການແຂ່ງຂັນປະ​ເພດ​ໃດຂອງງານກິລາໂອລິມປິກປັກກິ່ງ?

​ເຮືອ​ໃບ​ແລະ​ແປ້ນ​ຕ້ານ​ຄື້ນ​ແມ່ນ​ລາຍການ​ແຂ່ງຂັນ​ທີ່​ຈັດ​ຂຶ້ນ​ເທິງ​ທະ​ເລ.ສະນັ້ນ,​ຍາມ​ໃດ​ມີ​ງານ​ກິລາ​ໂອ​ລິ​ມຈັດ​ຂຶ້ນຢູ່​ຕົວ​ເມືອງ​ບໍ່​ຕິດ​ທະ​ເລ,ກໍ​ຕ້ອງ​​ໄປຈັດ​ສອງ​ລາຍການນີ້​ຢູ່​ຕົວ​ເມືອງ​ແຄມ​ທະ​ເລ.​ເມືອງ​ຊິ່ງຕາວ​ຕັ້ງຢູ່​ແຄມ​ຝັ່ງ​ຕາ​ເວັນ​ຕົກ​ມະຫາ​ສະໝຸດ​ປາຊິ​ຟິກ,ຕິ​ດກັບ​ທະ​ເລ​ເຫຼືອງ,​ແຫຼມ​ເກົາຫຼີ​ແລະ​ຍີ່ປຸ່ນ​ຢູ່​ຝັ່ງ​ກົງກັນຂ້າມ​ໄປ​ທິດຕາ​ເວັນ​ອອກ.​​ແຫ່ງ​ນີ້ມີພະລັງ​ລົມ​ແລະ​ກະ​ແສ​ນ້ຳທີ່​ໝັ້ນທ່ຽງ,​ແມ່ນ​ບ່ອນ​ທີ່​ເໝາະ​ຈັດການ​ແຂ່ງຂັນ​ເຮືອ​ໃບ​ສາກົນ.ທ່ານ​​ເຊ້ຍ​ເກີ່ງ ​ເຈົ້າຄອງ​ນະຄອນ​ຊິ່ງຕາວບອກ​ວ່າ:

"ຍ້ອນ​ຜົນ​ສະທ້ອນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ,​ເສດຖະກິດ​ນະຄອນ​ຊິ່ງຕາວ​ໄດ້​ພັດທະນາ​ອ່າວ​ໄວ​ໃນ​ຫຼາຍປີ​ມາ​ນີ້.ຊີວິດ​ການ​ເປັນ​ຢູ່​ຂອງ​​ຊາວ​ເມືອງ​ຊິ່ງຕາວ​ໄດ້​ປ່ຽນ​ແປງ​ຢ່າງ​ຫຼວງ ຫຼາຍຍ້ອນ​ງານ​ກິລາ​ໂອ​ລິ​ມປິກ.ລາຍ​​ໄດ້​ຂອງ​ຊາວ​ເມືອງ​ເພີ່ມ​ຂຶ້ນຢ່າງຕໍ່​ເນື່ອງ,ສີ່​ປີ​ມາ​ນີ້, ​ລາຍ​ໄດ້​ຂອງປະຊາຊົນ​ຕົວ​ເມືອງ​​​​ເພີ່ມ​ຂຶ້ນ15,1%,ຂອງ​ປະຊາຊົນ​ຊົນນະບົດ​ໄດ້​ເພີ່ມ​ຂຶ້ນ 15,1%​ແລະ11,8%,​ໄດ້​ກາຍ​ເປັນ​ໄລຍະ​ທີ່​ລາຍ​ໄດ້​ຊາວເມືອງ​ພວກ​ເຮົາ​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ."

"ນັດ​ພົບ​ກັບ​ງານ​ກິລາ​ໂອ​ລິ​ມປິກ,ຊົມ​ລາຍການ​​ເຮືອ​ໃບຢູ່​ຊິ່ງຕາ​ວ"​ແມ່ນ​ຄຳ​ເຊີນ​ຂອງ​ນະ ຄອນ​ຊິ່ງຕາວ​ທີ່​ມີຕໍ່​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ.​ໃນ​ລະດູ​ຮ້ອນ​ປີ2008,ການ​ແຂ່ງຂັນ​ເຮືອ​ໃບ​ທີ່ມີ​ບັນຍາ​ກາດ​ຕື່ນ​ເຕັ້ນຫຼາຍ​ແລະ​ນະຄອນ​ຊິ່ງຕາວ​ທີ່ງາມ​ຫຼາຍຈະລໍ​ຖ້າ​ທ່ານ​ມາ​ທ່ຽວຊົມ.

ການ​ແຂ່ງຂັນ​ຄວາມ​ຊຳນານ​ໃນ​ການ​ຂີ່​ມ້າ​ແມ່ນ​ລາຍການ​ພຽງ​ໜຶ່ງ​ດຽວ​ທີ່​ຕ້ອງການ​ນັກ​ກິ ລາ​ປະ​ສານ​ສົມ​ທົບ​ກັບ​ສັດ,ຈຶ່ງ​ເປັນຕາ​ຊົມ​ເບິ່ງ​ແລະ​ມ່ວນຫຼາຍ,​​​ໃນ​ກ​ອງປະຊຸມ​ຄົບຄະນະ ຄັ້ງທີ117ທີ່ຈັດ​ຂຶ້ນຢູ່​ສິງກະ​ໂປ​ເມື່ອ​ປີ2005,ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ,ຄະນະ​ກຳມະ​ການຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ສະຫະ​ພັນ​ກິລາ​ຄວາມ​ຊຳນານ​ໃນ​ການຂີ່​ມ້າ​ສາກົນ​ໄດ້​ເປັນ​ເອກະ​ສັນ​ກັນ​ທີ່​ຈະ​ຈັດ​ການ​ແຂ່ງຂັນ​ຄວາມ​ຊຳນານ​ໃນ​ການ​ຂີ່​ມ້າ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປີ2008ຢູ່​ຮົງ​ກົງ.ບຸກຄົນ​ສຳຄັນ​ໃນ​ວົງ​ການ​ກິລາ​ສາກົນ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,ຮົງ​ກົງ​ທີ່​ມີ​ປະ​ເພນີຊ່ວງ​ມ້າ​ຮ້ອຍ​ກວ່າ​ປີນັ້ນ​ແມ່ນ​ບ່ອນ​ດີ​ສົມຄວນ​ສຳລັບ​ການ​ແຂ່ງຂັນ​ຄວາມ​ຊຳນານ​ໃນ​ການ​ຂີ່​ມ້າ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ການ​​ຊ່ວງ​ມ້າ​ແມ່ນ​ປະ​ເພດກິລາ​ທີ່​ຊາວ​ຮົງ​ກົງ​ມັກຫຼາຍ.​​ທ່ານຮໍ້​ເຈີ້ນ​ທີ​ງ ປະທານ​ຄະນະ​ກຳ ມະການ​ໂອ​ລິ​ມປິກຮົງ​ກົງ​ເຫັນ​ວ່າ,ການ​ແຂ່ງຂັນ​ຄວາມ​ຊຳນານ​ໃນ​ການ​ຂີ່​ມ້າ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈັດ​ຂຶ້ນຢູ່​ຮົງ​ກົງ,ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ດ້ານ​ກິລາ​ຕໍ່​ຮົງ​ກົງ.ທ່ານ​ຮໍ້​ເຈີ້ນ  ທີ​ງກ່າວ​ວ່າ:"ຜ່ານ​ການ​ຈັດການ​ແຂ່ງຂັນ​ຄວາມ​ຊຳນານ​ໃນ​ການ​ຂີ່​ມ້າ​ຢູ່​ຮົງ​ກົງ,ຈະ​​ເສີມ​ສ້າງ​ຄວາມພາກພູມ​ໃຈ​ຂອງ​ຊາວ​ຮົງ​ກົງ​ທີ່​ມີ​ຕໍ່​ປະ​ເທດ​ຊາດ.ພວກ​ເຮົາຮູ້​ວ່າ,ຜ່ານ​ການຈັດງານ​ກິລາ​ໂອ​ລິ​ມປິກ​ຢ່າ​ງສຳ​ເລັດ​ຜົນ,​ລະດັບ​ກິລາ​ແລະ​ຄວາມ​ສາມາດ​ສັງ​ລວມ​ແຫ່ງ​ຊາດ​ຂອງ​ເກຼັກ​ໄ​ດ້ ຍົກ​ສູງ​ຂຶ້ນຫຼາຍ,ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ,ມັນ​ໄດ້​ສ້າງ​ໂອກາດ​ອັນ​ໜຶ່ງ​ທີ່​ກະ​ຕຸ້ນ​ໃຈ​ຊາວ​ໜຸ່ມ​ໃຫ້​ຮັກຫອມ​ປະ​ເທດ​ຊາດ.ຮົງ​ກົງ​ກໍ​ຄື​ກັນ,ຖ້າວ່າ​ໄດ້​ຈັດການ​​ແຂ່ງຂັນ​ຄວາມ​ຊຳນານ​ໃນ​ການ​ຂີ່​ມ້າ​ຄັ້ງນີ້​ຢ່າງສຳ​ເລັດ​ຜົນ,ຍ່ອມ​ຈະ​ມີ​ຜົນ​ດີ​ຕໍ່​ກິລາ,ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຈະ​ມີ​ຜົນ​ສະທ້ອນ​ອັນຕັ້ງໜ້າ​ຕໍ່​ຊາວ​ໜຸ່​ມ,​ການ​ຮ່ວມ​ມື​ຈັດງານ​ກິລາ​ໂອ​ລິ​ມປິກ​ກັບ​ນະຄອນ ຫຼວງຂອງ​ປະ​ເທດ​​ຊາດ,​ແມ່ນ​ສຳຄັນ​ຫຼາຍຕໍ່​ການ​ເພີ່ມ​ຄວາມພາກ​ພູມ​ໃຈ​ຕໍ່​ປະ​ເທດ​ຊາດ​ຂອງ​ຊາວ​ຮົງ​ກົງ."

ບານ​ເຕະ​ແມ່ນ​ລາຍການ​ແຂ່ງຂັນ​ທີ່​ມີ​​ໄລຍະ​ເວລາແຂ່ງຂັນ​ຍາວ​ກວ່າ​ໝູ່​ໃນ​ງານ​ກິລາ​ໂອ​ລິ​ມ ປິກ.ເພື່ອຈັດ​ວາງ​ການ​ແຂ່ງຂັນ​​ໃຫ້​ສະ​ດວກ,ການ​ຕັ້ງສະໜາມ​ສາຂາ​ໃຫ້ການ​ແຂ່ງຂັນ​ບານ​ເຕະ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ກາຍ​ເປັນ​ປະ​ເພນີຂອງ​ງານ​ກິລາ​ໂອ​ລິ​ມປິກ​ຫຼາຍຄັ້ງຜ່ານ​ມາ.ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008ກໍ​ຈະ​ຈັດ​ວາງ​ການ​ແ​ຂ່ງຂັນ​ບານ​​ເຕະ​ຈຳນວນ​ໜຶ່ງ​ຢູ່​ສີ່​ຕົວ​ເມືອງ  ຄື ນະຄອນ​ຊຽງ​ໄຮ້ ນະຄອນ​ເສິນ​ຢາງ ​ເມືອງ​ຊິນ​ຮວງ​ເຕົາ​ແລະ​ນະຄອນ​ທຽນ​ສິນ,​ແລະ​​ແຕ່​ລະ​ຕົວ​ເມືອງ​ຈະ​ຈັດການ​ແຂ່ງຂັນ​ປະມານ10​ນັດ.ການຈັດ​ວາງ​ການ​ແຂ່ງຂັນ​ບານ​ເຕະ​ຢູ່ຕົວ​ເມືອງ​ເຫຼົ່ານີ້,ດ້ານ​ໜຶ່ງ​ແມ່ນ​ຍ້ອນຄວາ​ມຕ້ອງການ​ຂອງ​ການຈັດ​ວາງ​ການ​ແຂ່ງຂັນ,ອີກ​ດ້ານ​ໜຶ່ງ,ກໍ​​ແມ່ນ​ຢາກເຮັດ​ໃຫ້​ປະຊາຊົນ​ຈີນຫຼາຍກວ່າ​ເກົ່າ​ໄດ້​​ແບ່ງປັນ​ຄວາມ​ຊື່​ມມ່ວນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ.

ສະນັ້ນ,ຕົວ​ເມືອງ​ເຫຼົ່ານີ້​ລ້ວນ​ແຕ່​ສະ​ແດງ​ຄວາມ​ຫ້າວຫັນຫຼາຍທີ່​ສຸດ​ຕໍ່​ການຈັດ​ການ​ແຂ່ງຂັນ​ບານ​ເຕະ​ຂອງ​ງານ​ກິລາ​​ໂອ​ລິ​ມປິກ​ປັກ​ກິ່ງ.ນະຄອນ​ຊຽງ​ໄຮ້​ແມ່ນໜຶ່ງ​ໃນ​ບັນດາ​ຕົວ​ເມືອງ​ທີ່​ຈະ​​ເລີ​ນກວ່າ​ໝູ່ແລະ​​ເສດຖະກິດ​ຟົດຟຶ້ນ​ກວ່າໝູ່​ຂອງ​ຈີນ.​ເລື່ອງ​ອັດສະຈັນ​ດ້ານ​ເສດ​ຖະກິດ​ຂອງ​ຈີນ​ໄດ້ສະ​ແດງ​ອອກ​ໂດຍ​ຜ່ານ​ຊຽງ​ໄຮ້ຢ່າງເຕັມສ່ວນ.ທ່ານ​ຮານ​ເຈີ້​ງ ​ເຈົ້າຄອງ​ນະຄອນ​ຊຽງ​ໄຮ້​ກ່າວ​ວ່າ: (ປ່ອຍ​ສຽງ)
"ຂ້າພະ​ເຈົ້າ​​ເຫັນ​ວ່າ,ຊຽງ​ໄຮ້​ແມ່ນ​ຕົວ​ເມືອງ​ສາກົນ​ທີ່​ໄຂ​ປະຕູ,ຄວນ​ຈັດການ​ແຂ່ງຂັນ​ແບບ​ນີ້​, ມາສ່ອງແສງໃຫ້ເຫັນພາບ​ພົດ​ໃໝ່​ຂອງ​ປະ​ເທດ​ເຮົາ​ທີ່​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ,ມາສະແດງໃຫ້ເຫັນພາບ​ພົດ​ໃໝ່​ຂອງ​ນະຄອນຊຽງ​ໄຮ້."