ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-18 18:01:41    
ຝ່າຍ​ຈີນ​ຫວັງ​ໃຫ້​ການ​ກະ​ທຳ​ຂອງ​ຍີ່​ປຸ່ນ​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້

cri Author: lm

ຕາມ​ຂ່າວ CRI: ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​​ຢູ່​ທີ່​ປັກ​ກິ່ງ​ໃນວັນ​ທີ 18 ທັນ​ວາ​ນີ້, ​ທ່ານ​ສິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ໃຫ້​ການ​ກະ​ທຳ​ຂອງ​ຍີ່ປຸ່ນມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້, ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ປະ​ເທດ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ທ່ານ​ສິນ​ກ່າງ​ກ່າວ​ວ່າ, ຝ່າຍ​ຈີນ​ປະຕິບັດ​ນະ​ໂຍບາຍ​​ມິດຕະພາບ​ກັບປະ​ເທດ​ອ້ອມ​ຂ້າງ, ຍິນ​ດີ​ຮ່ວມ​ກັບປະ​ເທດ​ໃນ​ພາກ​ພື້ນ​ແຫ່ງ​ນີ້ ​ແລະ​ປະ​ເທດ​ອື່ນໆ​ທຳ​ຄວາມ​ພະ​ຍາ​ຍາມ, ຊຸກ​ຍູ້​ຄວາມ​ໄວ້​ເນືອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສະຖຽນ​ລະ​ພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​ແຫ່ງ​ນີ້. ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ, ບັນຫາ​ໄຕ້​ຫວັນ​ແມ່ນ​ວຽກ​ງານ​ພາຍ​​ໃນ​ຂອງ​ຈີນ, ຈີນ​ຄັດຄ້ານ​ປະ​ເທດ​ໃດໆ​ແຊກ​​ແຊງ​ເຂົ້າ​ວຽກ​ງານ​ໄຕ້​ຫວັນ​ດ້ວຍ​ຮູບ​ແບບ​ໃດໆ.

ວັນ​ທີ 18 ທັນວາ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ​ປະກາດ​ວ່າ, ຕອນ​ເຊົ້າ​ມື້​ດຽວ​ກັນ ຢູ່​ເຂດ​ທະ​ເລ​ຮາ​ວາຍ​ອາ​ເມ​ລິ​ກາ, ກ່ຳ​ປັ່ນ​ອາ​ເອກິ​ສ​ໝາຍເລກຄອງ​​ໂກ​ຂອງ​ກອງ​ປ້ອງ​ກັນ​ຕົວ​ເທິງ​ທະ​ເລ​ຍີ່ປຸ່ນ ​ໄດ້ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ສະກັດ​ກັ້ນ​ເທິງ​ທະ​ເລ SM-3 ຢ່າງ​ສຳ​ເລັດ​ຜົນ, ​ແລະ​ສາມາດສະກັດ​ກັ້ນຂີ​ປະ​ນາ​ວຸດທີ່​ສົມມຸດ​ວ່າ​ເປັນ​ຂີ​ປະ​ນາ​ວຸດ​ຂອງ​ຝ່າຍ​ສັດ​ຕູ​ໄດ້​ຢ່າງ​ສຳ​ເລັດ​ຜົນ.