ຕາມຂ່າວ CRI: ວັນທີ 18 ທັນວານີ້, ຜູ້ສັນທັດກໍລະນີປາເລັສຕິນໄດ້ຢືນຢັນວ່າ, ແຕ່ຕອນຄ່ຳວັນທີ 17 ທັນວາເປັນຕົ້ນມາ, ກອງທະຫານອິສຣາແອນໄດ້ດຳເນີນການເຄື່ອນໄຫວທາງການທະຫານຕ່າງໆ ເພື່ອໂຈມຕີອົງການຈີຮາດ, ໄດ້ຍິງສະມາຊິກອົງການດັ່ງກ່າວຕາຍ 10 ຄົນ.
ໂຄສົກອົງການຈີຮາດໄດ້ກ່າວວ່າ, ອົງການນີ້ຈະແກ້ແຄ້ນຕໍ່ອິສຣາແອນ.
ວັນທີ 18 ທັນວານີ້, ທ່ານມາແຕນ ວິນເນວ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດອິສຣາແອນກ່າວວ່າ, ໃນ 2 ປີມານີ້ ອົງການຈີຮາດແມ່ນໜຶ່ງໃນອົງການປະກອບອາວຸດຫົວຮຸນແຮງທີ່ສຳຄັນຂອງປາເລັສຕິນ ໄດ້ຍິງລູກສອນໄຟໂຈມຕີພາກໃຕ້ອິສຣາແອນ, ກອງທະຫານອິສຣາແອນພວມດຳເນີນການເຄື່ອນໄຫວກຳຈັດຜູ້ນຳຂອງອົງການດັ່ງກ່າວ.
|