ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-19 18:08:24    
ສະພາ​ສູງ​ອາ​ເມ​ລິ​ກາ​ຮັບ​ຮອງ​ຍັດ​ຕິ​ທີ່​ໃຊ້​ງົບ​ປະ​ມານ​ສົງ​ຄາມ 70 ຕື້​ໂດ​ລາ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 18 ທັນວາ​ນີ້, ສະພາ​ສູງ​ອາ​ເມ​ລິ​ກາ​ໄດ້​ຮັບ​ຮອງ​ຍັດ​ຕິ, ​ໃຊ້​ງົບ​ປະມານ 70​ ຕື້​ໂດ​ລາ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ອີ​ຣັກ​ແລະ​ອັຟ​ກາ​ນິສຖານ.

ຍັດຕິ​ໃຫ້​ງົບປະມານ​ດັ່ງກ່າວ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຍັດຕິງົບປະມານ​ລວມ 555 ຕື້​ໂດ​ລາ​​ຂອງ​​ປີ 2008. ​ແຕ່​ຍັດຕິ​ດັ່ງກ່າວ​ບໍ່​ໄດ້​ກຳນົດ​ຕາຕະລາງ​ເວລາ​ທີ່​ອາ​ເມ​ລິ​ກາ​ຖອນ​ທະ​ຫານ​ອອກ​ຈາກ​ອີຣັກ, ​ແລະ​ບໍ່​ໄດ້​ບອກ​ວ່າ ງົບປະມານ​ໃນຍັດຕິ​ດັ່ງກ່າວ​ແມ່ນ​ງົບ​ປະ​ມານ​ສົງ​ຄາມ​ງວດ​ສຸດ​ທ້າຍ​ຫຼື​ບໍ່​ສຳລັບ​​ປີ 2008.