ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-19 18:59:23    
ວົງ​ການ​ໂທລະ​ພາບ​ຈີນອາ​ຊຽນ​​ເຕົ້າ​ໂຮມ​ກັນ​ຢູ່​ເມືອງ​ຄຸ່ນມີງ ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 19 ທັນວາ​ນີ້,"ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ໂທ​ລະ​ພາບ​ຈີນ-ອາ​ຊຽນ​ປີ 2007"​ໄດ້​ໄຂ​ຢູ່​ເມືອງ​ຄຸ່ນມີ​ງ​ແຂວງ​ຢຸນນານ​ຈີນ,ນີ້​ແມ່ນ​ກອງ​ປະຊຸມ​ໃຫຍ່​ການ​ຮ່ວມ​ມື​ແລະ​ການ​ແລ​ກ​ປ່ຽນ​ທີ່​ສຳຄັນ​ເທື່ອ​ໜຶ່ງ​ລະ​ຫວ່າງ​ວົງ​ການ​ໂທລະ​ພາບຈີນ​ອາ​ຊຽນ,ມີ​ຈຸດປະສົງ​ເພື່ອ​ສ້າງ​ຂົວ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ລະຫວ່າງ​ວົງ​ການ​ໂທລະ​ພາບຈີນ​ກັບປະ​ເທດ​ຕ່າງໆ​ອາ​ຊຽນ,​ແລະ​ເພີ່ມ​ເນື້ອ​ໃນ​ລາຍ​ການ​ຂອງ​ສະຖານີ​ໂທລະ​ພາບ​ປະ​ເທດ​ຕ່າງໆ,​ແລ້ວ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດ​ຕະພາບ​ລະ​ຫວ່າງ​ປະຊາ​ຊົນ​ຈີນ​ກັບ​ປະຊາຊົນ​ປະ​ເທດ​ຕ່າງໆ​ອາ​ຊຽນ,ຊຸກຍູ້​ໃຫ້​ຈະ​​ເລີນຮຸ່ງ​ເຮືອງ​ພ້ອມ​ກັນ.

ໃນ​ກອງ​ປະຊຸມ​ທີ່​ດຳ​ເນີນ​ເປັນ​ເວລາ 3 ມື້,ສື່​ໂທລະ​ພາບ​ສຳຄັນ​ແລະ​ຜູ້​ຮັບຜິດ​ຊອບ​ໂທລະ​ພາບ​ຂອງ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນຈະ​ຫາລື​ກັນ​ກ່ຽວ​ກັບ​ການ​ແລກປ່ຽນ​ລາຍການ​ລະຫວ່າງ​ສະຖານີ​ໂທລະ​ພາບປະ​ເທດ​ຕ່າງ​ໆ ການ​ສົ່ງ​ນັກ​ຂ່າວ​ໄປ​ສຳພາດ​ເຊິ່ງກັນ​ແລະ​ກັນ​ແລະ​ການ​ຮ່ວມ​ມື​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເປັນ​ຕົ້ນ,​ແລະ​ຫາລື​ກັນຕົກ​ລົງວ່າ,ຢູ່ລະ​ຫວ່າງ​ສະຖານີ​ໂທ​ລະ​ພາບ​ຕ່າງໆ​ຈະ​ສ້າງ​ກົນໄກ​ແລກ​ປ່ຽນ​ແລະ​ຮ່ວມ​ມືຢ່າງ​ຍາວ​ນານ​ແນວ​ໃດ.​ໃນກອງ​ປະຊຸມ​ຍັງ​ຈະ​ເຊັນ​ສັນຍາ​ຮ່ວມ​ມື​ແລະ​​ແລກປ່ຽນ​ລະ​ຫວ່າງ​ສະຖານີ​ໂທລະພາບ​ຂອງ​ປະ​ເທດ​ຕ່າງໆ.