ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-20 17:04:16    
ພັດທະນາ​ປະຊາທິປະ​ໄຕ​ຂັ້ນ​ພື້ນຖານ, ຮັບປະກັນ​ໃຫ້ຊາຊົນ​ມີ​ສິດ​ປະຊາທິ​ປະ​ໄຕ​ຫຼາຍ​ກວ່າ​ເກົ່າ​ແລະ​ຕິດ​ແທ້​ຕົວ​ຈິງ​ກວ່າ​ເກົ່າ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 20 ທັນວາ​ນີ້, ຂ່າວສານ​ຊິນ​ຮວາ​ໄດ້​ພິມ​ບົດ​ຄວາມ​ທີ່ມີ​ຫົວ​ຂໍ້​ວ່າ" ພັດທະນາ​ປະຊາທິປະ​ໄຕ​ຂັ້ນ​ພື້ນຖານ, ຮັບປະກັນ​ໃຫ້​ປະຊາຊົນ​ມີ​ສິດ​ປະຊາທິ​ປະ​ໄຕ​ຫຼາຍ​ກວ່າ​ເກົ່າ​ແລະ​ຕິດ​ແທ້​ຕົວ​ຈິງ​ກວ່າ​ເກົ່າ"

ບົດ​ຄວາມ​ຂຽນວ່າ, ບົດ​ລາຍ​ງານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 17 ຂອງ​ພັກ​ກອມ​ມູນິດ​ຈີນຖືການ ພັດທະນາ​ປະຊາທິປະ​ໄຕ​ຂັ້ນ​ພື້ນຖານ, ຮັບປະກັນ​ໃຫ້​ປະຊາຊົນ​ມີ​ສິດ​ປະຊາທິ​ປະ​ໄຕ​ຫຼາຍ​ກວ່າ​ເກົ່າ​ແລະ​ຕິດ​ແທ້​ຕົວ​ຈິງ​ກວ່າ​ເກົ່າ​ເປັນ​ໜ້າ​ທີ່​ສຳຄັນ​ໜຶ່ງ​ຂອງ​ການ​ກໍ່ສ້າງລະບົບ​ການ​ເມືອງ​ສັງຄົມ​ນິຍົມ​ເປັນ​ຄັ້ງ​ທຳ​ອິດ, ​ແລະ​ຮຽກຮ້ອງ​ໃຫ້ປະຕິບັດ​ວຽກ​ງານ​ດັ່ງກ່າວ​ເປັນ​ໂຄງການ​ພື້ນຖານຂອງ​ການ​ພັດທະນາການ​ເມືອງ​ປະຊາທິ​ປະ​ໄຕ​ສັງຄົມ​ນິຍົມ.

ບົດ​ຄວາມ​ຂຽນ​ວ່າ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​​ໃນລະດັບ​ສູງ​ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​ການ​ພັດທະນາ​ປະຊາທິປະ​ໄຕ​ຂັ້ນ​ພື້ນ​ຖານ, ສອດຄ່ອງ​ກັບ​ຄວາມ​ຕ້ອງ​ການ​ດ້ານ​ພາວະ​ວິ​ໄສ​ຂອງ​ປະຊາຊົນ​ທັງຫຼາຍ​ທີ່​ເຂົ້າ​ຮ່ວມ​ການ​ເມືອງ​ຢ່າງ​​ເປັນລະບົບ, ​ແລະ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການຊຸກຍູ້​ການ​ກໍ່ສ້າງ​ການ​ເມືອງ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ຮັບປະກັນ​ຖານະທາງ​ການ​ເມືອງ​ຂອງ​ປະຊາຊົນທີ່​ເປັນ​ເຈົ້າ​ຢ່າ​ງ​ແທ້​ຈິງ.​