ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-20 17:13:35    
ທ່ານ​ປູ​ຕິນກ່າວ​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ຈີນ​ພວມ​ຢູ່​ໃນ​ລະ​ດັບ​ດີ​ທີ່​ສຸດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 19 ທັນວາ​ນີ້, ຂ່າວສານ​ອິຕາ-ຕັສຣັດ​ເຊຍ​ລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​ນີ້ ທ່ານ​ວຼາດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ໄດ້​ໃຫ້​ສຳພາດ​ຕໍ່​ວາ​ລະ​ສານ "​​ໄທມສ໌" ລາຍ​ສັບປະດາ​ຂອງ​ອາ​ເມ​ລິ​ກາ, ທ່ານ​ກ່າວ​ວ່າ, ການ​ພົວພັນລະ​ຫວ່າງ​ຣັດ​ເຊຍ​ກັບ​ຈີນ​ພວມ​ຢູ່​ໃນ​ລະ​ດັບ​ດີທີ່​ສຸດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ຫວັງ​ວ່າ​ທັງ​ສອງ​ປະ​ເທດ​ຈະ​ຮັກ​ສາ​ການ​ພົວ​ພັນ​ແນວ​ນີ້​ຕໍ່​ໄປ.

ທ່ານ​ປູ​ຕິນກ່າວ​ວ່າ, ຄຸນ​ນະພາ​ບຂອງ​ການ​ພົວພັນ ​ແລະ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງຣັດ​ເຊຍ​ຈີນ ​ໄດ້​ບັນລຸ​ລະດັບ​ສູງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ຈີນ​ພວມ​ພະ​ຍາ​ຍາມ​ສຸດ​ຂີດ ​ເພື່ອ​ຮັກສາ​ລະດັບ​ສູງ​ຂອງ​ກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດ, ຝ່າຍຣັດ​ເຊຍ​ກໍ​ຖະ​ນຸ​ຖະ​ໜອມ​ການ​ພົວ​ພັນ​ແບບ​ນີ້, ​ແລະ​ກໍພະຍາຍາມ​ປະສານ​ສົມທົບ​ຢ່າງ​ຕັ້ງໜ້າ. ຝ່າຍ​ຣັດ​ເຊຍ​ຮູ້​ສຶກ​ເພິ່ງ​ພໍ​ໃຈ​ທີ່​ສຸດຕໍ່ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປັດຈຸບັນ​, ຫວັງ​ວ່າການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ຂະຫຍາຍຕົວ​ຕໍ່​ໄປ.