ຕາມຂ່າວສານຊິນຮວາ: ວັນທີ 19 ທັນວານີ້, ຜູ້ຕາງໜ້າພະແນກທ່ອງທ່ຽວຂອງອົງການປົກຄອງເຂດບໍລິຫານພິເສດມາກາວຈີນປະຈຳມາເລເຊຍກ່າວວ່າ, ນັບແຕ່ເດືອນມັງກອນຫາເດືອນພະຈິກປີນີ້, ຊາວມາເລເຊຍໄປທ່ຽວມາກາວມີ 3 ແສນ 4 ໝື່ນກວ່າເທື່ອຄົນ, ເພີ່ມຂຶ້ນ 97,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ປັດຈຸບັນ, ມາເລເຊຍມີນັກທ່ອງທ່ຽວໄປທ່ຽວມາກາວເປັນອັນດັບທີ 4. ປີນີ້ ຊາວມາເລເຊຍໄປທ່ຽວມາກາວຄາດວ່າຈະບັນລຸ 4 ແສນເທື່ອຄົນ, ມາກາວຫວັງວ່າຈະສາມາດດຶງດູດຊາວມາເລເຊຍມາທ່ຽວຫຼາຍກວ່າ 5 ແສນ 6 ໝື່ນເທື່ອຄົນໃນປີໜ້າ.
|