ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-20 18:21:00    
ບັນ​ດາ​ຝ່າຍ​ຂອງ​ການ​ເຈ​ລະ​ຈາ 6 ຝ່າຍ​ຄວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ດຳ​ເນີນ​ງານ​ໄລ​ຍະ​ທີ​ສອງ​ທີ່​ໄດ້​ຕົກ​ລົງ​ໃນ​ການ​ເຈ​ລະ​ຈາ 6 ຝ່າຍ​ຮອບ​ທີ 6 ຢ່າງ​ຮອບ​ດ້ານ​ແລະ​ສະ​ໝ່ຳ​ສະ​ເໝີ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 20 ທັນວາ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານ​ສິນ​ກ່າງ ​ໂຄສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍຂອງ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ສືບ​ຕໍ່​ປະຕິບັດ​ພັນທະ​ຂອງ​​ໃຜລາວ, ຈັດຕັ້ງປະ​ຕິ​ບັດ​ແຜນ​ດຳ​ເນີນ​ງານ​ໄລ​ຍະ​ທີ​ສອງ​ທີ່​ໄດ້​ຕົກລົງ​ກັນ​ໃນ​ການ​ເຈລະຈາ 6 ຝ່າຍ​ຮອບ​ທີ 6 ຢ່າງ​ຮອບ​ດ້ານ​ແລະ​ສະ​ໝ່ຳ​ສະ​ເໝີ, ​ເພື່ອ​ຊຸກ​ຍູ້​ໃຫ້ການ​ເຈລະຈາ 6 ຝ່າຍ​​ມີ​ຄວາມ​ຄືບ​ໜ້າ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນ​ມື້​ດຽວ​ກັນ, ທ່ານ​ສິນ​ກ່າງ​ໄດ້​ແນະ​ນຳ​ສະພາບ​ການ​ໄປ​ຢ້ຽມຢາມ ສປປ ​ເກົາຫຼີ​ຂອງ​ທ່ານ​ອູ​ຕ້າ​ເວີຍ ລັດຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ 6 ຝ່າຍ ​​ແຕ່​ວັນ​ທີ 17 ຫາ​ວັນ​ທີ 19 ທັນວາ​ນີ້.

ທ່ານ​ສິນ​ກ່າງ​ກ່າວ​ວ່າ, ການ​ບັນລຸ​ແຫຼມ​ເກົາຫຼີ​ປາສະຈາກ​ນິວ​ເຄຼຍ ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຖາວອນ​ຂອງ​ແຫຼມ​ເກົາຫຼີ, ​ແລະກໍສອດຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ບັນດາ​ຝ່າຍ ​ເຊິ່ງລວມທັງ ສ.​ເກົາຫຼີ, ຝ່າຍ​ຈີນ​ເຊື່ອ​ວ່າ, ບໍ່​ວ່າ​ສະຖາ​ນະ​ການ​ການ​ເມືອງ​ຢູ່​ພາຍ​ໃນປະ​ເທດ ສ.​ເກົາຫຼີຈະມີ​ການ​ປ່ຽນ​ແປງ​ເປັນ​ແນວ​ໃດ​, ຝ່າຍ ສ.​ເກົາ​ຫຼີ​ກໍ​ຈະ​ສາ​ມາດ​ພ້ອມ​ກັນ​ກັບ​ບັນດາ​ຝ່າຍ​ອື່ນໆ​ທຳ​ຄວາມ​ພະຍາຍາມ, ຊຸກ​ຍູ້​ການ​ເຈລະ​ຈາ 6 ຝ່າຍ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.