ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-20 18:34:43    
ຫາງ​ສຽງ​ມາ​ກາວ​ຮັບ​ຮອງ​ຢ່າງ​ເຕັມທີ່​ຕໍ່​ຜົນ​ສຳ​ເລັດ​ຂອງ​ມາ​ກາວ​ໃນ 8 ປີ​ພາຍ​ຫຼັງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ແລ້ວ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 20 ທັນວາ​ນີ້​ແມ່ນ​ວັນ​ລະ​ລຶກມາ​ກາວ​ກັບ​ຄືນສູ່​ປະ​ເທດ​ຊາດ​ຄົບຮອບ 8 ປີ,ມື້​ດຽວ​ກັນ,ໜັງສື​ພິມສຳ​ຄັນ​ຕ່າງໆ​ຂອງ​ມາ​ກາວ​ໄດ້ພາກັນ​ພິມ​ບົດ​ຄວາມ,ຮັບ​ຮອງ​ຢ່າງ​ເຕັມທີ່​ຕໍ່​ຜົນ​ສຳ​ເລັດຂອງ​ມາ​ກາວ​ໃນ 8 ປີ​ພາຍຫຼັງກັບ​ຄືນສູ່​ປະ​ເທດ​ຊາດ​ແລ້ວ.

ບົດ​ຄວາມ​ຂອງ​ໜັງ​ສື​ພິມ"ຕ້າ​ຈູ້​ງປ້າວ"ຂຽນ​ວ່າ,ການ​ທີ່ມາ​ກາວ​ໄດ້​ຮັບ​ຜົນສຳ​ເລັດຄື​ປະ​ຈຸ​ບັນ​ນີ້,​ແມ່ນ​ຍ້ອນ​ພະລັງ​ຊີວິດ​ອັນ​ແຂງ​ແຮງ​ຂອງນະ​​ໂຍບາຍ"ປະ​ເທດ​ດຽວ​ສອງ​ລະບອບ",​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ຂອງລັດ​ຖະບານ​ກາງ​ແລະ​ແຂວງ ກຳ​ແພງນະ​ຄອນ​​ແລະ​ເຂດ​ປົກຄອງ​ຕົນ​ເອງ​ຕ່າງໆ​ພາຍ​ໃນປະ​ເທດ​ຈີນ​ພ້ອມ​ດ້ວຍ​ຄວາມ​ພະຍາຍາມ​ຮ່ວມຂອງ​ປະຊາຊົນ​ມາກາວ.

ໜັງສືພິມ"ຊື້​ມີນຢື້​ປ້າວ"ພິມ​ບົດ​ຄວາມ​ວິຈານ​ຂຽນ​ວ່າ,ຜົນສຳ​ເລັດ​ໃນ​ການ​ພັດທະນາ​ສັງຄົມຂອງ​ມາ​ກາວ​ໃນ​ປະຈຸ​ບັນ​ນີ້,ນອກຈາກ​ແມ່ນຄວາມ​ພະຍາ​ຍາມ​ຂອງ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ແລ້ວ,ຍິ່ງ​ຕັດ​ແຍກ​ອອກຈາກການ​ສະໜັບສະໜູນ​ຂອງ​ລັດຖະບານ​ກາງ​ບໍ່​ໄດ້,ກໍ່​ຕັດ​ແຍກ​ອອກ​ຈາກບໍ່​ໄດ້​ກັບ​ລະບອບ"ປະ​ເທດ​ດຽວ​ສອງ​ລະບອບ"ທີ່​ມີ​ພະລັງ​ຊີວິດ​ອັນ​ແຂ​ງ​​ແຮງ​ແລະ"ຊາວ​ມາ​ກາວ​ປົກຄອງ​ມາ​ກາວ" ປົກຄອງ​ໂດຍ​ຕົນ​ເອງ​ໃນ​ລະດັບ​ສູງ​ພ້ອມ​ດ້ວຍ​ພາລະ​ບົດບາດ​ດ້ານ​ກົດໝາຍ​ທີ່ພັດທະນາ​ມາ​ກາວ​ຢ່າງ​ໜັກ​ແໜ້ນ​ຕາມ​ກົດໝາຍ​ພື້ນຖານ.