ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-22 19:09:21    
ອາ​ເມ​ລິ​ກາ​ຄັດ​ຄ້ານ​ເຈົ້າ​ຫນ້າ​ທີ່​ໄຕ້​ຫວັນ​ຈັດ​ການ​ປ່ອນ​ບັດ​ເອົາ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ສະ​ຫະ​ປະ​ຊາ​ຊາດ

cri
ຕາມ​ຂ່າວ cri: ວັນ​ທີ 21 ທັນວາ​ນີ້ ທ່ານ​ນາງ​ຄຶນ​ໂດ​ລີ​ຊາ ​​ໄລ​ສ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຄັດຄ້ານ​​ເຈົ້າຫນ້າ​ທີ່​ໄຕ້​ຫວັນ​ຈັດການ​ປ່ອນ​ບັດ​ເອົາ​ປະຊາ​ມະຕິ​ກ່ຽວ​ກັບ​​ໄຕ້​ຫວັນ​ເຂົ້າຮ່ວມ​ສະຫະ​ປະຊາ​ຊາດ,​ແລະ​ກ່າວ​ວ່ານີ້​ແມ່ນ​ນະ​ໂຍບາຍ​ທີ່​ມີ​ລັກສະນະ​ທ້າ​ທາຍ​ເກາະ​ຜິດ,​ແມ່ນບໍ່​ມີປະ​ໂຫຍດ​ຫຍັງ.

ທ່ານ​ນາງ​ໄລ​ສ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມຂ່າວ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຈັດ​ຂຶ້ນ​ໃນມື້​ດຽວ​ກັນ.ນາງ​ກ່າວ​ວ່າ,ການ​ປ່ອນ​ບັດ​ເອົາ​ປະຊາ​ມະຕິ​ກ່ຽວ​ກັບ​ການ​ເຂົ້າຮ່ວມ​ສະຫະ​ປະຊາ​ຊາດ​ຈະ​ເຮັດ​ໃຫ້​ສະຖານະ​ການ​ຊ່ອງ​ແຄບ​ໄຕ້​ຫວັນ​ເຄັ່ງ​ຕຶງ​ຂຶ້ນ​ໂດຍ​ບໍ່​ມີ​ຄວາມ​ຈຳ​ເປັນ,​ແລະກໍ່​ບໍ່​ສາມາດ​ນຳ​ເອົາ​ຜົນ​ດີ​​ແທ້​ຈິງ​ມາ​ໃຫ້​ປະຊາຊົນ​ໄຕ້​ຫວັນ​ໃນ​ເວທີ​ສາກົນ,ນີ້​ແມ່ນ​ມູນ​ເຫດ​ທີ່​ອາ​ເມ​ລິ​ກາ​ຄັດຄ້ານ​ເຈົ້າຫນ້າ​ທີ່​ໄຕ້​ຫວັນ​ຈັດການ​ປ່ອນ​ບັດ​ເອົາ​ປະຊາ​ມະຕິ​ກ່ຽວ​ກັບ​​ໄຕ້​ຫວັນ​ເຂົ້າຮ່ວມ​ສະຫະ​ປະຊາ​ຊາດ.

ນາງ​ໄລ​ສກ່າວ​ວ່າ,ອາ​ເມ​ລິ​ກາ​ຄັດຄ້ານ​ໄຕ້​ຫວັນ​ເປັນ​ເອກະລາດ.