ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-24 19:46:20    
ອາ​ເມ​ລິ​ກາ​ກ່າວ​ວ່າ,​ຈີນ​ແມ່ນ​ຄູ່​ຮ່ວມ​ມື,​ບໍ່​ແມ່ນ​ໄພ​ຂົ່ມ​ຂູ່

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ໜັງສືພິມ​ລັອດ​ແອນ​ເຈີ​ລິ​ສ ​ໄທ​ມ໌ຂອງ​ອາ​ເມ​ລິ​ກາ​​ສະບັບ​ວັນ​ທີ22​ທັນວາ​ນີ້ລາຍ​ງານ​ວ່າ,ຈີນ​ທີ່​ເປັນ​ປະ​ເທດ​​ເສດຖະກິດ​ໃຫຍ່​ທີ່​ຈະ​ເລີ​ນ​ໃໝ່​ນັ້ນບໍ່​ຄວນ​ຖືກ​ຖື​ວ່າ​ເປັນ​ໄພ​ຂົ່ມຂູ່​ຂອງ​ອາ​ເມ​ລິ​ກາ,​ແຕ່ຄວນ​​ຖື​ເປັນ​ຄູ່​ຮ່ວມ​ມື.

ບົດ​ລາຍ​ງານ​ຂຽນວ່າ,ການ​ສຳ​ຫຼວດສະບັບ​ໜຶ່ງ​ທີ່​ສຳນັກງານ​ສຳ​ຫຼວດຄວາມ​ເຫັນ​ປະ​ຊາ​ຊົນ​ຊັອກ​ບີ​​ສາກົນຂອງ​ອາ​ເມ​ລິ​ກາຈັດ​ໃນ​ຫວ່າງ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ມີ​ປະ​ຊາ​ຊົນ​ອາ​ເມ​ລິ​ກາ​ຫຼາຍກວ່າ​ເຄິ່ງໜຶ່ງ​ມີ​ຄວາມ​ຮູ້ສຶກ​ທີ່​ດີ​ຕໍ່​ຈີນ,​ແຕ່​ໃນ​ນັ້ນ​ພະ​ນັກ​ງານ​ລັດ​ຖະ​ສະ​ພາ​ກວມ​ແຕ່​ປະ​ມານ30%;​ແລະ​ມີ​ພະນັກງານ​ລັດ​ຖະ​ສະ​ພາ​86%​ເຂົ້າ​ໃຈ​ຜິດ​ວ່າ​ຄົນ​ອາ​ເມ​ລິ​ກາ​ມີ​ຄວາມ​ເຫັນ​ບໍ່​ດີ​ຕໍ່​ຈີນ.

ບົດ​ລາຍ​ງານຊີ້​ອອກ​ວ່າ,ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ບໍ່​ແມ່ນ​ການ​ພົວ​ພັນ​ທີ່​ຝ່າຍ​ໜຶ່​ງ​ເອົາ​ຊະນະ​ຝ່າຍ​ໜຶ່ງ.ຈີນ​​ແມ່ນ​ຄູ່​ຮ່ວມ​ມື,ບໍ່​ແມ່ນ​ໄພ​ຂົ່ມຂູ່​.ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ອາ​ເມລິ​ກາ,ການ​ຄ້າ​ກັບ​ຈີນ​ຂອງ​ອາ​ເມ​ລິ​ກາ​ໄດ້​ຊຸກຍູ້​ໃຫ້GDPຂອງ​ອາ​ເມ​ລິ​ກາ​ເຕີບ​ໂຕ.