ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-26 19:40:49    
ຈີນ​ເລີ່ມ​ວາງ​ກົດ​ໝາຍ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​​ອາ​ຫານ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ26​ທັນວາ​ນີ້,ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ຂອງ​ອາ ຫານ​ຂອງ​ຈີນ​ໄດ້​ຍື່ນ​ໃຫ້​ຄະນະ​ກຳມະການ​ປະຈຳ​ສະພາ​ປ​ະຊາ​ຊົນ​ແຫ່ງ​ຊາດ​ຈີນ ​ເຊິ່ງ​ເປັນ​ອົງການ​ນິຕິ​ບັນຍັດ​ຂອງ​ຈີນ​ກວດກາ​ພິຈາລະ​ນາ.ອີງ​ຕາມ​ຮ່າງ​ກົດໝາຍ​ສະບັບ​ນີ້,ຈີນ​ຈະ​ສ້າງຕັ້ງລະບອບ​ຕ່າງໆ ຄື​ລະບອບປະ​ເມີນ​ຄວາມ​ປອດ​ໄພ​ຂອງ​ອາຫານ​ແລະ​ລະບອບ​ຮຽກ​ຄືນ​ອາຫານ​ທີ່​ບໍ່​ປອດ​ໄພ​ເປັນ​ຕົ້ນ,​ອາ​ຫານ​ທີ່​ຈີນ​ສົ່ງ​ອອກ​ກໍ​ຕ້ອງ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ປະ​ເທດ​​ແລະ​ເຂດ​​ແຄ້ວ​ນທີ່​ນຳ​ເຂົ້າ​ອາ​ຫານ​ເຫຼົ່ານີ້.

ຮ່າງ​ກົດໝາຍ​ຍຶດໝັ້ນຫຼັກການ​ທີ່​ວ່າຖື​ການ​ປ້ອງ​ກັນ​ເປັນຫຼັກ,ສ້າງ​ລະບຽບ​ແບບ​​ແຜນທີ່​ເຄັ່ງ​ຄັດ​ໃນ​ຂອດ​ຕ່າງໆ ຄື​ການ​ຜະລິດ ປຸງ​ແຕ່ງ ຫຸ້ມ​ຫໍ່ ຂົນ​ສົ່ງ​ແລະ​ຈຳ​ໜ່າຍ.ຮ່າງ​ກົດໝາຍ​ຍັງ​ໄດ້​ບັນ​ຈຸ​ລະ​ບອບ​ກາ​ໝາຍ​ສິນຄ້າ​ອາຫານ​ແລະ​ສຳ​ເນົາ​ສິນ​ເຊື່ອ​ດ້ານ​ຄວາມ​ປອດ​ໄພ​ຂອງ​ວິ​ສາ​ຫະ​ກິດ​ຜະ​ລິດ​ອາຫານ,​ແລະ​ຕົກລົງ​ສ້າງ​ກົນ​​ໄກ​ປົກ​ປ້ອງສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ບໍ​ລິ​ໂພກ​ທີ່​ສະດວກ​​ແລະ​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ດ້ານ​ຄວາມ​ປອດ​ໄພ​ຂອງ​ອາຫານ.

ນອກ​ນີ້,ຮ່າງ​ກົດໝາຍ​ຍັງ​ໄດ້​ເພີ່ມ​ຄວາມ​​ເຂັ້ມງວດ​ໃນ​ການປັບ​ໄໝ​ການ​ກະທຳ​ທີ່​ລະ​ເມີດ​ກົດ​ໝາຍ​ໃນ​ການ​ຜະລິດ​ແລະ​ທຸລະ​ກິດ​ອາ​ຫານ.