ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-27 10:44:45    
ປັກ​ກິ່ງ​ຈະ​ອະ​ນຸ​ລັກ​ສິ່ງ​ກໍ່​ສ້າງ​ສະ​ໄຫມ​ປັດ​ຈຸ​ບັນ​ແລະ​​ໃນ​ປະ​ຫວັດ ສາດ​ສະ​ໄຫມ​ໃຫມ່​ມໍ່​ທີ່​ດີ​ເດັ່ນ

cri
ຕາມ​ຂ່າວ​ຈາກ​ຫນັງສືພິມ​ເຢີ​ນມີນຢື້​ປ້າວ​ສະບັບ​ຕໍ່​ຕ່າງປະ​ເທດ:ຫວ່າງ​ມໍ່ໆ​ນີ້ ປັກ​ກິ່ງ​ໄດ້​ປະກາດ​ລາຍ​ຊື່​​ສິ່ງ​ກໍ່ສ້າງ​ສະ​ໄຫມ​ປັດຈຸບັນ​ ແລະ ໃນ​ປະຫວັດສາດ​​ສະ​ໄຫມ​ໃຫມ່​ທີ່​ດີ​ເດັ່ນ​​ເພື່ອ​ອະນຸລັກ​ເປັນງວດ​ທຳ​ອິດ,​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ສະ​ໄຫມ​ປັດຈຸບັນ​ແລະ​ປະຫວັດສາດ​ສະ​ໄຫມ​ໃຫມ່ທີ່​ດີ​ ທີ່​ບໍ່​ແມ່ນ​ສິ່ງ​ກໍ່ສ້າງສະ​ໄຫມບູຮານ 190 ຫລັງ​​ໄດ້​ຮັບ​ການ​ອະນຸລັກ. ໃນ​ດ້ານ​ຫລັກການ​ແລ້ວ ສິ່ງ​ກໍ່ສ້າງ​ເຫລົ່າ​ນີ້​ຈະ​ບໍ່​ໃຫ້​ມ້າງ, ​ໃນ​ເວລາ​ເລືອກ​ສະຖານ​ທີ່​ສ້າງ​ສິ່ງ​ກໍ່ສ້າງ​ທີ່​ຈະ​ສ້າງ​ໃຫມ່ກໍ່​ຄວນ​ຫລີກອອກ​ຈາກ​ບໍລິ​ເວນ​ສິ່ງ​ກໍ່ສ້າງ​ເຫລົ່າ​ນີ້.

​ກົມ​ວັດຖຸບູຮານ​ປັກ​ກິ່ງ​ແຈ້ງ​ໃຫ້ຊາບ​ວ່າ, ສິ່ງ​ກໍ່ສ້າງທີ່​ດີ​ເລີດ​ເຫລົ່າ​ນີ້​ລວມທັງ​ເຮືອນ​ຢູ່​ຂອງປະຊາຊົນ ​ໂຮງຫມໍ ຮ້ານ​ຄ້າ ຕຶກ​ຫ້ອງການ ​ໂຮງ​ແຮມ​ແລະ​ໂຮງຮຽນ,ລ້ວນ​ແຕ່​​​ແມ່ນ​ສິ່ງ​ກໍ່ສ້າງ​ທີ່​ໄດ້ຮັບ​ການ​ຮັກສາ​​ໄວ້​ຄົບ​ຖ້ວນ ສົມຄວນ,ສາມາດ​ສ່ອງ​ແສງ​ເຖີງປະຫວັດສາດ​ພັດທະນາ​ຕົວ​ເມືອງ​ສະ​ໄຫມ​ປັດຈຸບັນ​​ແລະ​ປະຫວັດສາດ​ສະ​ໄຫມ​ໃຫມ່ຂອງ​ປັກ​ກິ່ງ,ມີ​ຄຸນ​ຄ່າ​ດ້ານ​ປະຫວັດສາດ ສິນລະປະ​ແລະ​ວິທະຍາສາດ.