ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-27 19:02:26    
ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງປະ​ເທດ​ຈີນ​ກ່າວ​ວ່າ,​ການ​ຊ້ອມ​ລົບ​ຮ່ວມ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ກອງ​ທັບ​ບົກ​ຈີນ​ແລະ​​ອິນ​ເດຍ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ສອງ​ກອງ​ທັບ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ27​ທັນວາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ການ​ຊ້ອມ​ລົບ​ຮ່ວມຕ້ານ​ການ​ກໍ່​ການ​ຮ້າຍ​ທີ່​ຊື່​ວ່າ​"​ເກາະ​ແຂນ​-​2007"​ທີ່​ຈີນ​ກັບ​ອິນ​ເດຍ​ຈັດ​ຂຶ້ນຢູ່​ເມືອງ​ຄຸນ​ມີ​ງ​ແຂວງ​ຢຸນ​ນານ​ຂອງ​ຈີນ​ແຕ່​ວັນ​ທີ21​ຫາ​ວັນ​ທີ25​ທັນວາ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ສອງປະ​ເທດ​ແລະ​ສອງ​ກອງ​ທັບ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ.

ທ່ານຊິນ​ກ່າງ​ກ່າວ​ວ່າ,ຈີນ​ແລະ​ອິນ​ເດຍ​ແມ່ນ​ປະ​ເທດ​ສຳຄັນ​ໃນ​ພາກ​ພື້ນ​​ນີ້,ຈີນ​ຫວັງ​ໃຫ້​ການ​ແລກ​ປ່ຽນ​ແບບ​ນີ້​ຈະ​ສາມາດ​ຮັກສາ​ຕໍ່​ໄປ​ແລະ​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ແລກປ່ຽນ​ແບບ​ນີ້​ຈະ​ກາຍເປັນ​ກົນ​ໄກ​ໄດ້​ຫຼືບໍ່,ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ຈີນ​ຍິນ​ດີ​ປຶ​ກສາ​ຫາລື​ກັບ​ອິນ​ເດຍ​ຢ່າງ​ຕັ້ງໜ້າ,​ແລະ​ຊົມ​ເຊີຍ​ອິນ​ເດຍ​ທີ່​ມີ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ເລື່ອງ​ນີ້.