ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-28 21:04:58    
ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ກ່າວ​ເນັ້ນ​ວ່າ,​ຄວນ​ເບິ່ງ​ບັນ​ຫາ​ປະ​ຫວັດ​ສາດ ຢ່າງ​ຖືກ​ຕ້ອງ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ28​ທັນວາ​ນີ້,​ໃນ​ເວລາ​ກ່າວ​ປາຖະກະຖາ​ຢູ່​ມະຫາວິທະຍາ​ໄລ​ປັກ​ກິ່ງ,ທ່ານ​ຢາ​ຊູ​ໂອ ຟູ​ຄູດາ ນາຍົກລັດຖະມົນຕີຍີ່ປຸ່ນ​ກ່າວ​ວ່າ,​ໃນ​ເວລາ​ຢ້ຽມຢາມ​ຍີ່ປຸ່ນ​ໃນ​ເດືອນ​ເມສາ​ປີ​2007,ທ່ານ​ນາຍົກ​ເວີ່ນ​ເຈ່ຍ​ປາວ​ເຄີຍ​ກ່າວ​ວ່າ,ການ​ເນັ້ນ​ໜັກ​ການ​ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ​ບໍ່​ແມ່ນ​​​ແກ່ຍາວຄວາມ​ຄຽດ​ແຄ້ນ,​​ແຕ່​ຫາກແມ່ນ​ເພື່ອ​ບຸກ​ເບີກ​ອະນາຄົດ​​ໃຫ້ດີກວ່າ​ເກົ່າ.ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ​ກ່າວ​ວ່າ,ທ່ານ​ໄດ້​ຮັບ​​ເຫັນ​ດີ​ຄວາມ​ເວົ້າ​ດັ່ງ​ກ່າວ​ຂອງ​ທ່ານ​ນາຍົກ​ເວີ່ນ​ເຈ່ຍ​ປາວ​ດ້ວຍ​ນ້ຳ​ໃຈ​ອັນ​ເຄັ່ງ​ຂຶມ.

ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ​ກ່າວ​ວ່າ,​ໃນ​ປະຫວັດສາດ​ອັນ​ຍາວ​ນານ,​ເຖິງ​ວ່າ​ຍີ່ປຸ່ນ​ກັບ​ຈີນ​ເຄີຍ​ມີ​ໄລຍະ​ທີ່ບໍ່​ເປັນ​ຈັ່ງ​ບຸນ​ແນວ​ນັ້ນ​ແນວ​ນີ້,​ແຕ່​ວ່າ​ພວກ​​ເຮົາມີໜ້າ​ທີ່​ແລະ​ມີພັນທະ​ໄປ​ເບິ່ງ​ໄລ ຍະ​ດັ່ງກ່າວ​ຕາມ​ສະພາບ​ຕົວ​ຈິງ​ຮ້ອຍ​ເປີ​ເຊັນ,​ແລະ​ໃຫ້​ລູກຫຼານຮູ້ຈັກ​ແລະ​ສືບ​ຕໍ່​ກັນ​ໄປ​ທຸກ​ເຊັ່ນ​ຄົນ.

ທ່ານ​ຍັງ​ກ່າວ​ເນັ້ນວ່າ,ຍີ່ປຸ່ນ​ເດີນ​ຕາມ​ເສັ້ນທາງ​ປະ​ເທດ​ສັນຕິພາບ​ຢູ່​ສະ​ເໝີ,​ແລະ​ອອກ​ແຮງ​ຮ່ວມ​ມື​ກັບ​ປະຊາ​ຄົມ​ໂລກ.​ແຕ່​ວ່າ,ຍີ່ປຸ່ນ​ຍັງຕ້ອງ​ສຳ​ຫຼວດຄວາມ​ຜິດພາດ​ຂອງ​ຕົນຄືນ​ໃໝ່,​ແລະຫວນ​ຄືນ​ເລື່ອງ​ໃນ​ອະດີດຢ່າງ​ຕັ້ງໜ້າ​ແລະ​ຖ່ອມຕົວ,​ໂດຍ​ຄຳນຶງ​ເຖິງ​ອາລົມ​ຈິດຂອງ​ຜູ້​ຖືກ​ທຳຮ້າຍ,​ເຮັດ​ແບບ​ນີ້​ຈຶ່ງ​ສາມາດ​ຫຼີກ​ເວັ້ນບໍ່​ຊ້ຳຄວາມ​ຜິດ​ໃນ​ອະດີດ.