ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-29 16:32:12    
ນາຍົກ​ຍີ່ປຸ່ນ​ຮູ້ສຶກ​ເພິ່ງ​ພໍ​ໃຈ​ທີ່​ສຸດ​​ຕໍ່​ການ​ພົບ​ປະ​ກັບ​ຜູ້​ນຳ​ຈີນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ເຊົ້າວັນ​ທີ 29 ທັນວາ​ນີ້ ຢູ່​ທີ່​ປັກ​ກິ່ງ, ​ໂຄສົກ​ລັດຖະ​ບານ​ຍີ່​ປຸ່ນ​ກ່າວ​ວ່າ, ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ ນາຍົກລັດຖະມົນຕີຍີ່ປຸ່ນ​ຮູ້ສຶກ​ເພິ່ງ​ພໍ​ໃຈ​ທີ່​ສຸດ​ຕໍ່​ການ​ເຈ​ລະ​ຈາ​ອັນ​ບັງ​ເກີດ​ຜົນ​ກັບ​ຜູ້ນຳ​ຈີນ.

ທ່ານ​ກ່າວ​ວ່າ, ທ່ານ​ນາຍົກ​ລັດຖະມົນຕີຢາ​ຊູ​ໂອ ຟູ​ຄູ​ດາ​ຍິນ​ດີ​ພ້ອມ​ກັນ​ກັບ​ຜູ້ນຳ​ຈີນ​ຄົ້ນ​ຄວ້າ​ການຂະຫຍາຍ​ການພົວພັນ​ລະຫວ່າງ​ຍີ່ປຸ່ນ​ກັບ​ຈີນ​​ໃນ​ສາຍຕາ​ຍາວ​ໄກ, ​ແລະ​ເຫັນ​ວ່າ ສອງ​ຝ່າຍ​ຈະ​ສາມາດ​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະ​ພາບ​ກັນ​ຕໍ່​ອະນາຄົດ​​ແຫ່ງການ​ຂະ​ຫຍາຍ​ຕົວ​ອັນ​ຍາວ​ໄກ​ຂອງການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ກ່າວ​ວ່າ, ຈີນ​ກັບ​ຍີ່​ປຸ່ນ​ແມ່ນ​ມະ​ຫາ​ປະ​ເທດ​ເສດ​ຖະກິດ​ໃນ​ອາຊີ, ຍີ່ປຸ່ນ​ແລະ​ຈີນ​ຂະຫຍາຍ​ການ​ພົວພັນ​ທາງ​ຍຸດ​ທະ​ສາດ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດນັ້ນ ບໍ່​ພຽງ​ແຕ່​ຈະ​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ເທົ່າ​ນັ້ນ, ກໍ​ຈະ​ມີ​ຜົນ​ດີ​ຕໍ່​ພາກ​ພື້ນ​ແຫ່ງ​ນີ້​ແລະ​ທົ່ວ​ໂລກອີກ​ດ້ວຍ.