ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-29 17:12:48    
ລັດຖະບານກາງຈີນ​ຈະ​ຜັນ​ຂະ​ຫຍາຍ​ທິດ​ທາງ​ປະ​ເທດ​ດຽວ​ສອງ​ລະ​ບອບ​ຢ່າງ​ໝັ້ນ​ໜຽວ​ບໍ່ ປ່ຽນ​ແປງ ​ເພື່ອ​ຮັບ​ປະ​ກັນ​​ໃຫ້​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ຮົງ​ກົງ​ພັດ​ທະ​ນາ​ຢ່າງ​ປອດ​ໃສ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 29 ທັນວາ​ນີ້, ​ໃນ​ພິທີ​ປິດ​ກອງປະຊຸມຄັ້ງທີ 31 ຂອງ​​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝທີ 10, ທ່ານ​ອູ​ປາງ​ໂກ ປະທານ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ເນັ້ນວ່າ, ລັດຖະບານກາງຈີນຈະຜັນຂະຫຍາຍທິດທາງປະເທດດຽວ​ສອງ​ລະ​ບອບ​ຢ່າງ​ໝັ້ນ​ໜຽວ ບໍ່ປ່ຽນ​ແປງ ​ເພື່ອ​ຮັບປະກັນ​ລະບອບ​ປະຊາທິປະ​ໄຕ​ຮົງ​ກົງ​ພັດ​ທະ​ນາ​ຢ່າງ​ປອດ​ໃສ​.

ທ່ານ​ອູ​ປາງ​ໂກ​ກ່າວ​ເນັ້ນວ່າ, ນັບ​ແຕ່ຮົງ​ກົງກັບ​ຄືນ​ສູ່​ປະ​ເທດ​ຊາດ 10 ປີມາ​ນີ້, ​ເວົ້າ​ລວມ​ແລ້ວ ສະພາບ​ການ​ຜັນ​ຂະຫຍາຍ​​ແລະ​ຈັດຕັ້ງປະຕິບັດທິດ​ທາງ​ປະ​ເທດ​ດຽວ​ສອງ​ລະ​ບອບ​ແລະ​ກົດໝາຍ​ພື້ນຖານ ​ແມ່ນ​ໄດ້​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ. ພຶດຕິ​ກຳ​ໄດ້​ພິສູດ​ແລະ​ຈະ​ພິ​ສູດ​ຕໍ່​ໄປ​ວ່າ, ປະ​ເທດ​ດຽວ​ສອງ​ລະບອບ​ມີ​ພະລັງ​ຊີວິດ​ອັນ​ແຂງ​ແຮງ, ກົດໝາຍ​ພື້ນ​ຖານ​ແມ່ນ​ກົດ​ໝາຍ​ທີ່​ດີ​ສະບັບ​ໜຶ່ງ​ທີ່​ໄດ້​ຮັບ​ການ​ທົດ​ສອບ​​ໃນ​ພຶດຕິ​ກຳ.

ທ່າ​ນອູ​ປາງ​ໂກ​ກ່າວ​ວ່າ, ພວກ​ຂ້າພະ​ເຈົ້າ​ເຊື່ອ​ວ່າ, ອຳນາດ​ການ​ປົກຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈະ​ສາມາດ​ແກ້​ໄຂບັນຫາການ​ພັດທະນາ​ໂຄງ​ປະກອບ​ການ​ເມືອງ​ຮົງ​ກົງ​ຢ່າງ​ເໝາະ​ສົມ, ບັນລຸ​ເປົ້າໝາຍ​ທີ່​​ເລືອກ​ຕັ້ງຜູ້​ວ່າການ​​ແລະ​ສະມາຊິກ​ທັງ​ໝົດ​ຂອງ​ສະ​ພາ​ນິ​ຕິ​ບັນ​ຍັດ​ຮົງ​ກົງ​ໂດຍທົ່ວ​ໄປ ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ​ພື້ນ​ຖານ.