ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-29 17:44:44    
ຈີນ​ສຳ​ເລັດ​ການ​ດັດ​ແກ້"ກົດໝາຍ​ວ່າ​ດ້ວຍ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ" ອອກ​ແຮງ​ສົ່ງ​ເສີມການປະດິດ​ສ້າງ​ໂດຍຕົນ​ເອງ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 29 ທັນວາ​ນີ້,ອົງ​ການ​ນິຕິບັນ​ຍັດ​ຂອງ​ຈີນ​ໄດ້​ສຳ​ເລັດ​ການ​ດັດ​ແກ້"ກົດໝາຍ​ວ່າ​ດ້ວຍ​ຄວາມ​ກ້າວໜ້າ​ດ້ານ​ວິທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ".ກົດໝາຍ​ທີ່​ໄດ້​ດັດ​ແກ້​ແລ້ວ​ຈະເພີ່ມ​ຄວາມ​ແຮງ​ສົ່ງ​​ເສີມ​ການ​ປະດິດ​ສ້າງ​ໂດຍຕົນ​ເອງເລີ່​ມຈາກ​ດ້ານ​ການ​ສ້າງສາລະບຽບ​ການ​ແລະ​ນະ​ໂຍບາຍ​ໃຫ້​ຂໍ້​ສະດວກ​ພິ​ເສດເປັນ​ຕົ້ນ.

"ກົດໝາຍ​ວ່າ​ດ້ວຍ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ"ຂອງ​ຈີນ​ໄດ້​ປະຕິບັດ 14 ປີ​ແລ້ວ,ອົງການ​ນິຕິບັນຍັດ​ໄດ້ດັດ​​ແກ້​ກົດໝາຍ​ດັ່ງກ່າວ​ເມື່ອ 4 ​ເດືອນ​ກ່ອນ.ກົດໝາຍ​ທີ່​ໄດ້​ດັດ​ແກ້​ໃໝ່​ຮຽກຮ້ອງ​ໃຫ້​ລັດຖະບານ​ໃຫ້​ບູລິ​ມະ​ສິດ​ແກ່​ການຈັດ​ຊື້​ຜະລິດ​ຕະພັນ​ການ​ປະດິດ​ສ້າງ​ໂດຍຕົນ​ເອງ,ຕໍ່​​ເຕັກນິກ​ທີ່​ນຳ​ເຂົ້າຕ້ອງຮ່ຳຮຽນ ນຳ​​ເອົາ​ແລະ​ປະດິດ​ສ້າງຄືນ​ໃໝ່;ພ້ອມ​ກັນ​ນັ້ນ,​ເພີ່ມ​ການ​ລົງທຶນ​ດ້ານ​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​​ເປັນ​ກ້າວໆ,​ແລະ​ຈັດການ​ປະດິດ​ສ້າງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນຂໍ້​ກວດກາ​ຜົນງານ​ຂອງ​ຜູ້​ຮັບຜິດຊອບ​ວິ​ສາ​ຫະກິດ.ການ​ດັດ​ແກ້​​ເທື່ອ​ນີ້​ຍັງ​ໄດ້​ກຳນົດ​ຖານະ​ເປັນ​ຫຼັກ​ຂອງ​ວິ​ສາ​ຫະກິດ​ໃນ​ການ​ປະດິດ​ສ້າງ​ດ້ານ​ເຕັກນິກ,ອອກ​​ແຮງ​ຊຸກຍູ້​ໃຫ້​​ເຕັກນິກສູງ​ແລະ​ໃໝ່​ຫັນ​ເປັນ​ອຸດສາຫະກຳ.

ກົດໝາຍ​ທີ່​ໄດ້​ດັດ​ແກ້​ແລ້ວ​ຈະ​ເລີ່​ມປະຕິບັດ​ແຕ່​ວັນ​ທີ 1 ກໍລະກົດ​ປີໜ້າ​ເປັນ​ຕົ້ນ​ໄປ.