ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-31 19:49:43    
ຫາງ​ສຽງ​ຮົງ​ກົງ​ສືບ​ຕໍ່​ວິ​ຈານ​ການ​ຕົກ​ລົງ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ​ເຫັນ​ວ່າ​ມີ​ຜົນ​ດີ​ຕໍ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຍາວ​ນານ​ຂອງ​ຮົງ​ກົງ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ຫຼາຍ​ມື້​ມາ​ນີ້, ຫາງ​ສຽງ​ຮົງ​ກົງ​ໄດ້​ວິຈານ​ການ​ຕົກ​ລົງ​ຂອງ​ສະ​ພາ​ປະຊາຊົນ​​ແຫ່ງ​ຊາດ​ກ່ຽວ​ກັບ​ວິທີ​ເລືອກ​ຕັ້ງຜູ້​ວ່າການ​ ​ສະພາ​ນິ​ຕິ​ບັນ​ຍັດ ແລະ​ບັນ​ຫາ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໃນ​ປີ 2012. ໜັງ​ສື​ພິມ​ທີ່​ສຳ​ຄັນ​​ຕ່າງໆຂອງ​ຮົງ​ກົງ​ສະບັບວັນ​ທີ 31 ທັນວາ​ນີ້ ​ໄດ້ພິມ​ບົດ​ວິຈານ​ເຫັນ​ວ່າ, ການ​ຕົກ​ລົງ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ມີ​ຜົນ​ດີ​ຕໍ່​ຜົນ​ປະ​ໂຫຍ​ດຍາວ​ໄກ ຜົນ​ປະ​ໂຫຍ​ດລວມ ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຍາວ​ນານ​ຂອງ​ຮົງ​ກົງ.

ໜັງສືພິມ "​ເວີນ​ຮຸ້ຍປ້າວ" ຂອງ​ຮົງ​ກົງ​ໄດ້​ພິມ​ບົດ​ວິຈານ​ຂຽນ​ວ່າ, ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ໄດ້​ວາງ​ຕາຕະລາງ​ເວລາ​ກ່ຽວ​ກັບ​ການ​ເລືອກ​ຕັ້ງທົ່ວ​ໄປ​ຢ່າງ​ຄັກ​ແນ່ ອັນ​ໄດ້​ຮັບ​ຄວາມ​ຮັບ​ຮອງ​ແລະ​ຢືນຢັນ​ທົ່ວ​ໄປ​ຈາກ​ສັງຄົມ​ຮົງ​ກົງ.

ໜັງສືພິມ "​ເສີງ​ປ້າວ" ຂອງ​ຮົງ​ກົງ​ໄດ້​ພິມ​ບົດ​ວິຈານ​ຂຽນວ່າ, ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ໄດ້​ຕົກລົງ​ຈະເລືອກ​ຕັ້ງຜູ້​​ບໍລິຫານ​ເຂດ​ຮົງ​ກົງ​ໃນ​ປີ 2017, ຕາມ​ແຜນ​ດັ່ງ​ກ່າວ, ຮົງ​ກົງ​ຈະ​ຂຽນ​ບົດ​ທີ່​ກະ​ຕຸ້ນ​ໃຈ​ຄົນ​ແຫ່ງ​ການ​ພັດທະນາ​ປະຊາທິປະ​ໄຕ.

ໜັງສືພິມ "ຊິ່ນ​ປ້າວ"ຂອງ​ຮົງ​ກົງ​ໄດ້ພິມ​ບົດນຳຂຽນ​ວ່າ, ການ​ຕົກລົງ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະບານ​ກາງ​ແມ່ນ​ໂຄ​ລົບ "ປະ​ເທດ​ດຽວ​ສອງ​ລະບອບ" "ຊາວຮົງ​ກົງປົກຄອງ​ຮົງ​ກົງ" ​ແລະ​ປົກຄອງຕົນ​ເອງ​ໃນ​ລະ​ດັບ​ສູງ ​ເທົ່າ​ນັ້ນ, ຍິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ລັດຖະບານ​ກາງ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ສະ​ຖາ​ນະ​ການ​ການ​ເມືອງ​ຮົງ​ກົງ ຫຼັງ​ຈາກຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ 10 ປີ​ມາ​ນີ້, ​ແລະ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ອະ​ນາ​ຄົດ​ການ​ພັດທະນາ​ຂອງ​ຮົງ​ກົງ.