ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-01 20:07:17    
ອົງການ​ຈັດຕັ້ງມະຫາ​ຊົນ​ແລະ​ພັກ​ທີ່​ສຳ​ຄັນ​ຕ່າງໆ​ຂອງ​ຮົງ​ກົງ​ເຫັນ​ວ່າ ການ​ຕົກ​ລົງ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ສອດ​ຄ່ອງ​ກັບ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ແລະ​ຜົນ​ປະ​ໂຫຍດ​ຍາວ​ໄກ​ຂອງ​ຮົງ​ກົງ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ພາຍຫຼັງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ທຳ​ການ​ຕົກ​ລົງ​ກ່ຽວ​ກັບ​ວິ​ທີ​​ເລືອກ​ຕັ້ງຜູ້​ບໍລິຫານ ແລະ ​ສະພາ​ນິຕິບັນຍັດ ໃນ​ປີ 2012 ​ ​​ແລະບັນ​ຫາ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​​ແລ້ວ, ອົງການ​ຈັດຕັ້ງມະຫາຊົນ​ແລະ​ພັກ​ທີ່​ສຳ​ຄັນ​ຕ່າງໆ​ຂອງ​ຮົງ​ກົງ ​ໄດ້​ພາກັນ​ກ່າວ​ວ່າ, ການ​ຕົກລົງ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ແມ່ນ​ສອດ​ຄ່ອງ​ກັບ​ຂໍ້​ກຳນົດ​ຂອງ​ກົດໝາຍ ສອດຄ່ອງ​ກັບ​ຄວາມ​ຈິງ ​ແລະ​ຈິດ​ໃຈ​ຂອງ​ຊາວ​ຮົງ​ກົງ.

ທ່ານ​ຖານ​ຢ້າວ​ຈົ່ງ ປະທານ​ສະຫະພັນ​ຮ່ວມ​ສ້າງ​​ຮົງ​ກົງປະຊາທິປະ​ໄຕກ່າວ​ວ່າ, ການ​ຕົກ​ລົງ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​​ໂຄງ​ປະກອບ​ການ​ເມືອງ​ຂອງ​ຮົງ​ກົງ, ໄດ້​ພິຈາລະນາ​ເຖິງ​ບົດ​ລາຍ​ງານ​ໃຫ້​ຄຳ​ປຶກສາ​ການ​ພັດທະນາ​ໂຄງ​ປະ​ກອບ​ການ​ເມືອງ​ທີ່​ຜູ້​ບໍລິຫານ​ເຂດ​ພິ​ເສດ​ຮົງ​ກົງ​ຍື່ນ​ໃຫ້​ນັ້ນຢ່າງ​ເຕັມທີ່, ​ແລະ​ປະສານ​ສົມ​ທົບ​ກັບ​ສະ​ພາບ​ຄວາມ​ຈິງ​ຂອງ​ຮົງ​ກົງ​ແລ້ວ​, ທ່ານ​ຫວັງ​ໃຫ້​​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ​ຈົ່ງ​ປະ​ຕິ​ບັດ​ຕາມ​ການ​ຕົກ​ລົງ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ​ເຮັດ​ໃຫ້​ຮົງ​ກົງ​ບັນລຸ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ເປັນ​ກ້າວໆ.

ທ່ານ​ຖຽນ​ໄປ​ຈຸ້ນ ປະທານ​ພັກ​ເສລີ​ຮົງ​ກົງ​ກ່າວ​ວ່າ, ສະພາ​ປະຊາຊົນ​ແຫ່ງ​ຊາດ​ໄດ້​ຕົກ​ລົງ​ຕາ​ຕະລາງ​ເວລາການ​ເລືອກ​ຕັ້ງທົ່ວ​ໄປ​ຢ່າງ​ຄັກ​ແນ່, ນີ້​ໄດ້​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ການ​ພັດ​ທະນາ​ໂຄງ​ປະກອບ​ການ​ເມືອງ​ຂອງ​ຮົງ​ກົງ, ​ແລະ​ກໍ​ໄດ້​ຄຳນຶງ​ເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ສັງຄົມ​ຮົງ​ກົງ.

ທ່ານ​ເຈີ້​ງຢ້າວ​ຖາງ ປະທານ​​ກຳມະບານ​ຮົງ​ກົງ​ກ່າວ​ວ່າ, ສະພາ​ປະຊາຊົນ​ແຫ່ງ​ຊາດ​ຕົກ​ລົງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ຜູ້​ບໍລິຫານ​ເຂດ​​ພິ​ເສດ​ຮົງ​ກົງ​​ໂດຍ​ທົ່ວ​ໄປໃນ​ປີ 2017, ​ໄດ້​​ໃຫ້​ຄຳ​ຕອບ​ຕາມ​ຄວາມ​ຮຽກຮ້ອງຕ້ອງການ​ຂອງ​ຊາວ​ຮົງ​ກົງ​ຢ່າງ​ຕັ້ງໜ້າ​, ​ແລະ​ເຮັດ​ໃຫ້​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ຕ່າງໆ​ດຸນ​ດ່ຽງກັນ, ​ແມ່ນ​​ຕິດ​ແທດ​ຕົວ​ຈິງ, ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຮົງ​ກົງໃນ​ໄລຍະ​ຍາວ​ນານ​, ​ແມ່ນ​ຫຼັກ​ໝາຍ​ທາງ​ຂອງ​ການ​ພັດທະນາ​ໂຄງ​ປະ​ກອບ​ການ​ເມືອງ​ຮົງ​ກົງ.