ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-01 20:12:26    
ຈີນ​ມີ 15 ​ແຂ​ວງ​ເລີ່​ມ​ເກັບ​ຄ່າ​ລິ​ຂະ​ສິດ​ເພງ​ຄາ​ລາ​ໂອ​ເຄ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 1 ມັງກອນ​ນີ້ ສະມາຄົມ​ໂອ​ດີ​ໂອ​ແລະ​ວີ​ດີ​ໂອ​ຈີນ ​ແລະ​ສະ​ມາຄົມ​ລິ​ຂະ​ສິດ​ປະພັນ​ດົນຕີ​ຈີນ​ປະກາດ​ວ່າ, ​ໃນ​ຖານະ​ເປັນ​ມາດ​ຕະ​ການ​ສຳ​ຄັນ​ໃນ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ໂອ​ດີ​ໂອ​ແລະ​ວີ​ດີ​ໂອ, ນັບ​ມາ​ຮອດ​ທ້າຍ​ປີ 2007, ຈີນ​ມີ 15 ​ແຂວງ ​ເຂດ​ປົກຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະຄອນ ​ເລີ່​ມ​ເກັບ​ຄ່າ​ລິ​ຂະ​ສິດ​ເພງ​ຄາ​ລາ​ໂອ​ເຄ.

ຕັ້ງ​ແຕ່​ວັນ​ທີ 13 ກຸມພາ 2007 ​ເປັນຕົ້ນມາ, ຢູ່ 15 ​ແຂວງ ​ເຂດ​ປົກ​ຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະຄອນ ຄື​ ​ແຂວງ​ສ້າ​ນຊີ່ ​ແຂວງ​ຊ່ານ​ຕົ່ງ ນະຄອນຫຼວງ​ປັກ​ກິ່ງ​ແລະ​ແຂວງ​ກວາງ​ຕຸ້ງ​ເປັນ​ຕົ້ນ ​ ໄດ້​ເລີ່ມ​ອະນຸຍາດ​ໃຫ້​ໃຊ້​ລິ​ຂະ​ສິດ​ເພງ​ຄາ​ລາ​ໂອ​ເຄ, ​ແລະ​ຈະ​ເຜີຍ​ແຜ່ໄປ​ທົ່ວ​ປະ​ເທດ​ເປັນ​ກ້າວໆ. ປັດຈຸບັນ ບາງ​ວິ​ສາ​ຫະກິດ​ຄາ​ລາ​ໂອ​ເຄ​ໄດ້​ເຊັນ​ສັນຍາ​ນຳ​ໃຊ້​ລິ​ຂະ​ສິດ​ເພງ​ຄາ​ລາ​ໂອ​ເຄ ກັບ​ສອງສະມາຄົມດັ່ງກ່າວ​ແລ້ວ, ​ແລະ​ຍັງ​ມີ​ຜູ້​ດຳ​ເນີນ​ທຸລະ​ກິດ​ສອບ​ຖາມ​ລາຍ​ລະ​ອຽດ​ຢ່າງ​ບໍ່​ຂາດ.

ທ່ານ​ສາ​ສະ​ດາ​ຈານ​ລິວ​ຊຸ່ນຖຽນ ຮອງ​ຫົວໜ້າ​ສະ​ຖາ​ບັນ​ນັກ​ສຶກສາ​ຊັ້ນປະ​ລິນ​ຍາ​ໂທ​-​ເອກມະຫາວິທະຍາ​ໄລ​ປະຊາຊົນ​ຈີນ​ ຜູ້​ຊ່ຽວຊານ​ດ້ານຊັບ​ສິນ​ທາງ​ປັນຍາ​ຈີນ​ເຫັນ​ວ່າ, ​ການ​ເກັ່ບຄ່າ​ເພງ​ຄາ​ລາ​ໂອ​ເຄ​ໄດ້​ມີ​ຄວາມ​ຄືບ​ໜ້າ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ​ພວມ​ປ່ຽນ​ແປງ​ຈາກ​ມາດຕາ​ທີ່​ລະບຸ​ໄວ້​ໃນ​ກົດ​ໝາຍ​ມາ​ເປັນ​ພຶດຕິ​ກຳ​ສັງຄົມ.