ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-02 16:02:57    
ຈີນ​ຈະ​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ເຊີນ​ໂຈ່ວ​ເລກ 7 ​ໃນ​ປີ 2008

cri
ຕາມ​ຂ່າວສານ​ຈີນ:ປີ 2008 ຈີນ​ຈະສົ່ງ​ຍານ​ອະວະກາດ​ບັນທຸກ​ມະນຸດເຊີນ​ໂຈ່​ວ​ເລກ 7 ​ໃນ​ປີ 2008, ຮອດ​ເວລາ​ນັ້ນ ນັກ​ບິນ​ອະວະກາດ​ຂອງ​ຈີນ​ຈະ​ອອກອອກ​ຍານ​ອະວະກາດ​ເປັນຄັ້ງທຳ​ອິດ.

ປັດຈຸບັນ ຍານ​ອະວະກາດ​ເຊີນ​​ໂຈ່ວ​​ເລກ 7 ພວມ​ເຂົ້າສູ່​ໄລຍະ​ກວດສອບ​ຮອບດ້ານ, ນັກບິນ​ອະວະກາດ 14 ຄົນ​ຊຸດ​ທຳ​ອິດ​ຂອງ​ຈີນ​ເຊິ່ງລວມທັງ​ທ່ານ​ຢາງ​ລີ້​ເວີຍ​ພວມ​ຮັບ​ການ​ຝຶກ​ແອບ​ແລະ​ຄັດ​ເລືອກ​ເພື່ອ​ຮັບ​ຫນ້າ​ທີ່​ຂອງ​ຍານ​ອະວະກາດ​ເຊີນ​ໂຈ່​ວ​ເລກ 7.ອີງ​ຕາມ​ແຜນການ​ທີ່​ວາງ​ໄວ້​ລ່ວງ​ຫນ້າ, ​ຈະ​ຫລວດຊ່າງ​ເຈີ່​ງ​ເລກ​ສອງ​ F ທີ່​ຈະທຳ​ຫນ້າ​ທີ່ສົ່ງ​ຍານ​ອະວະກາດ​ເຊີນ  ​ໂຈ່​ວ​ເລກ 7 ຂຶ້ນ​ສູ່​ອະວະກາດກໍ່​ພວມ​ປະກອບ​ຢ່າງລະອຽດ.

​ເດືອນ​ຕຸລາ​ປີ 2003 ຈີນ​ໄດ້​ສົ່ງ​ຍານ​ອະວະກາດ​ບັນທຸກ​ມະນຸດ​ເປັນຄັ້ງ ທຳ​ອິດ,ທ່ານ​ຢາງ​ລີ້​ເວີຍ ນັກ​ບິນ​ອະວະກາດ​ຂອງ​ຈີນ​ໄດ້​ຂີ່​ຍານ​ອະວະກາດ​ເຊີນ​ໂຈ່​ວ​ເລກ 5 ຂຶ້ນສູ່​ອະວະກາດ​ແລະຈັບ​ທຸງຊາດ​ຈີນ​ແລະ​ທຸງ​ສະຫະ​ປະຊາ​ຊາດ​ໂບກ​ໄປມາ.ຫລັງ​ຈາກ​ນັ້ນສອງ​ປີ, ນັກ​ບິນ​ອະວະກາດ​ຈີນ​ອີກສອງ​ຄົນ​ໄດ້​ຂີ່​ຍານ​ອະວະກາດ​ເຊີນ​​ໂຈ​ວ​ເລກ 6 ​ຂຶ້ນ​ທ່ອງ​ອະວະກາດ​ອີກ,​ສຳລັບເທື່ອ​ນີ້ ການສົ່ງ​ຍານ​ອະວະກາດ​ເຊີນ​​ໂຈ​ວ​ເລກ 7 ຈະ​ເປັນ​ຂີດຫມາຍອີກ​ເທື່ອ​ຫນຶ່ງ​ໃນ​​ໂຄງການບິນ​ອະວະກາດ​ບັນທຸກ​ມະນຸດຂອງ​ຈີນ.