ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-02 16:04:56    
ເຕັກ​ນິກ​ເຊື້ອ​ຫຍ້າ​ທີ່​ນັກ​ວິ​ຊາ​ການ​ຈີນ​ປະ​ດິດ​ສ້າງ​ກາຍ​ເປັນ​ເຕັກ​ນິກ​ຜະ​ລິດ​ກະ​ສິ​ກຳ​ສຳຄັນ​ທີ່​ສະ​ຫນັບ​ສະ​ຫນູນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ອາ​ຟຼີ​ກາ

cri
ຕາມ​ຂ່າວສານ​ຊີ​ນຮວາ: ມະຫາວິທະຍາ​ໄລ​ກະສິກຳ​ປ່າ​ໄມ້​ແຂວງ​ຟູ້ຈ້ຽນ​ແຈ້ງ​ໃຫ້​ຊາບວ່າ,ຈີນ​ໄດ້​ສົ່ງ​ຊ່ຽວຊານ​ແລະ​​ນັກວິຊາການ​ໄປ​ຕ່າງປະ​ເທດ​​ແລະ​ຈັດຕັ້ງ​ຫ້ອງ​ອົບຮົມ​​ເຕັກ​ນິກສາກົນ,​ເຕັກນິກ ເຊື້ອຫຍ້າ​ທີ່​ຜູ່​ຊ່ຽວຊານຂອງ​ມະຫາວິທະ​ຍາ​ໄລ​ນີ້​ຄົ້ນຄວ້າ​ປະດິດ​ສ້າງໄດ້​ກາຍ​ເປັນ​ເຕັກນິກ​ຜະລິດ​ກະສິກຳ​ສຳຄັນ​ທີ່​ສະຫນັບສະຫນູນ​ປະ​ເທດ​ອາ​ຟຼີກາ​ພັດທະນາ​ເສດຖະກິດ​ສັງຄົມ.

​ກາງ​ເດືອນ​ທັນວາ​ປີ 2007,ຊຸດອົບຮົມ​ເຕັກນິກ​ເຊື້ອ​ຫຍ້າ​ສາກົນ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຝູ​ໂຈ່ວ​ແຂວງ​ຟູ​ຈ້ຽນຂອງ​ຈີນ.ຊ່າງ​ເຕັກນິກ​ກະສິກຳ​ຊຳບີ​ຜູ່​ຫນຶ່ງ​ທີ່​ເຄີຍ​ມາ​ຈີນ​ສາມ​ເທື່ອ​ເພື່ອເຂົ້າຮ່ວມ​ການ​ອົບຮົມດັ່ງກ່າວ​ກ່າວ​ວ່າ, ການ​ນຳ​ໃຊ້​ເຕັກນິກ​ເຊື້ອຫຍ້າ​​ສາມາດ​ເຮັດ​ໃຫ້​ຊາວ​ກະສິກອນ​ຫລາຍ​ກວ່າ​ເກົ່າ​ຫລຸດ​ພົ້ນອອກ​ຈາກ​ຄວາມ​ທຸກ​ຍາກ​ທີ່​ສຸດ​ພາຍ​ໃນ​ເວລາ​ສັ້ນ.ນອກ​ນີ້ ​ເຕັກນິກ​​ບົ່ມ​ເພາະ​ເຊື້ອຫຍ້າສາມາດ​ປ້ອງ​ກັນ​ບໍ່​ໃຫ້​ຕົ້ນໄມ້​ຖືກ​ທຳລາຍ​.

​ເຕັກນິກ​​ເຊື້ອ ຫຍ້າ ​ແມ່ນ​ເຕັກນິກ​ທີ່​ເອົາ ເຊື້ອ ​ຫຍ້າ​ ​ເປັນ​ວັດຖຸ​ດິບ​ມາ​ບົ່ມ​​ເຫັດທີ່​ກິນ​ໄດ້​ ຜະລິດຫົວອາຫານ​ສັດ​ທີ່​ມີ​ທາດໂປຼຕິນ​ແລະ​​ເຄື່ອງປຸງຫົວ ອາຫານ​ສັດ​ຊີວະພາບ.​ເຕັກນິກ​ນີ້​ໄດ້​ເຜີຍ​ແຜ່​ໄປຮອດ 60 ກວ່າ​ປະ​ເທດ​ແລ້ວ.