ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-04 10:44:43    
ອຸດສາຫະກຳ​ໄຮ​ເທັກ​ຂອງ​ຈີນ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ແລະ​ວ່ອງ​ໄວ

cri Author: lm

ຕາມໜັງສືພິມ​ເຢັນ​ມິນ​ຢື້​ປ້າວ​ສະບັບ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນສະບັບ​ວັນ​ທີ 4 ມັງ​ກອນ​ນີ້: ​ໃນ 5 ປີ​ມາ​ນີ້, ອຸດສາຫະກຳ​ໄຮ​ເທັກ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ວ່ອງ​ໄວ, ສະ​ເລ່ຍ​ແລ້ວ ​ໄດ້​ເພີ່ມ​ຂຶ້ນ 27% ຕໍ່​ປີ, ອັດຕາຍອດມູນຄ່າການຜະລິດ​ຂອງ​ອຸດ​ສາ​ຫະ​ກຳ​ໄຮ​ເທັກ ກວມ​ອັດ​ຕາ​ອຸດ​ສາຫະກຳ​ການ​ຜະລິດ​ໄດ້​ບັນລຸ 16%.

ທ່ານ​ລິວ​ຢົງ ນັກຄົ້ນຄວ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ອຸດສາຫະກຳ​ສະພາ​ບັນດິດ​ວິ​ທະ​ຍາ​ສາດ​ສັງຄົມ​ຈີນ​ກ່າວ​ວ່າ, ປັດຈຸບັນ, ປະລິມານ​​ຜະລິດຕະພັນ 200 ກວ່າ​ຊະນິດ​ຂອງ​ອຸດ​ສາ​ຫະ​ກຳ​ການ​ຜະລິດ​​ຂອງ​ຈີນ​ໄດ້​ເປັນ​ທີ​ໜຶ່ງ​ໃນ​ໂລກ.

ຜະລິດ​ຕະພັນ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ຂອງ​ອຸດສາຫະກຳ​ຜະລິດ​ອຸປະກອນ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ອຸດສາຫະກຳ​ລົດຍົນ​ໄດ້​ຂະຫຍາຍ​ຕົວຢ່າງ​ວ່ອງ​ໄວ, ຍີ່​ຫໍ້​ທີ່​​ເປັນ​ຊັບ​ສິນ​ທາງ​ປັນຍາ​​ຂອງ​ຈີນໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ; ຖານະ​ທີ່​ເປັນ​ສູນ​ຜະລິດ​ເຄື່ອງ​ໄຟ​ຟ້າ​ໃຊ້​ໃນ​ເຮືອນ​ໄດ້​ຮັບ​ການ​ປັບປຸງ​ຕື່ມ​ອີກ, ​ໂທລະພາບ​ສີ ​ແອ​ ຈັກ​​ໃນ​ແອ ​ແລະ​ເຕົາ​ໄມ​ໂຄຼ​ເວັບ ກວມ​ຍອດ​ປະລິມານ​ການ​ຜະລິດ​ຂອງ​ໂລກປະມານ 70%. ປະລິມານ​ການ​ຜະລິດ​ຈັກ​​ໃນ​ຕູ້​ເຢັນ​ ​ແລະ​ຈັກ​ຊັກ​ເຄື່ອງກວມ​ປະລິມານ​ການ​ຜະລິດ​ຂອງ​ໂລກ 1/3.