ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-05 17:16:09    
ADB​ລົງ​ທຶນ​ເຂົ້າ​ໃນ​ຂະ​ແໜງ​ການ​ສະ​ໜາມ​ບິນ​ຂອງ​ຈີນ​ເປັນ​ຄັ້ງ​ທຳ​ອິດ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ4​ມັງກອນ​ນີ້,ທະນາຄານ​ພັດທະນາ​ອາຊີ​ຫຼືADBທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ມາ​ນີ​ລາ​ໄດ້​ອອກ​ປະກາດ​ແຈ້ງ​ຂ່າວ​ວ່າ,​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ຈະ​ລົງ​ທຶນ​50​ລ້ານ​ໂດ​ລາ​ໃຫ້​ແກ່​ບໍ​ລິ​ສັດ​ຄຸມ​ຫຸ້ນ​ສະ​ໜາມ​ບິນ​ບໍ​ລິ​ສັດ​ການ​ບິນ​ໄຫ​ຫຼຳ​ຈຳ​ກັດ,​​ເພື່ອ​ໃຊ້​ໃນ​ການ​ກໍ່​ສ້າງ​ແລະ​ພັດ​ທະ​ນາ​ສະ​ໜາມ​ບິນ​ຂະໜາດ​ກາງ​ແລະ​ຂະ​ໜາດ​ນ້ອຍ​ຢູ່​ເຂດ​ພາກ​ກາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ,ນີ້​ແມ່ນ​ທະ​ນາ​ຄານ​ພັດທະນາ​ອາ​ຊີ​ລົງ​ທຶນ​ເຂົ້າ​ໃນ​ຂະ​ແໜງ​ການ​ສະ​ໜາມ​ບິນ​ຂອງ​ຈີນ​ເປັນຄັ້ງທຳ​ອິດ.

ປະກາດ​ແຈ້ງ​ຂ່າວ​ຂຽນ​ວ່າ,ທະນາຄານ​ພັດທະນາ​ອາຊີ​ຫວັງ​ໃຫ້ການ​ລົງທຶນ​ຄັ້ງນີ້​ຈະ​ສາ​ມາດ​ຊ່ວຍ​ໃຫ້​ບໍລິສັດດັ່ງກ່າວ​ດຶງ​ດູດ​ການ​ລົງທຶນ​ສາກົນ​ຫຼາຍກວ່າ​ເກົ່າ,​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູບ​ສະ​ໜາມ​ບິນ​ພົນລະ​ເຮືອນ​ຂອງ​ຈີນ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ທະນາຄານ​ພັດທະນາ​ອາຊີ​ກ່າວ​ວ່າ,ຂະ​ແໜງການ​ຂົນ​ສົ່ງ​ການ​ບິນ​ພົນ​ລະ​ເຮືອນ​ຂອງ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ,ປະຈຸ​ບັນ​ນີ້,​ໄດ້​ກາຍ​ເປັນ​ຕະ​ຫຼາດ​ຂົນ​ສົ່ງ​ທາງ​ອາກາດ​ໃຫຍ່​ທີ​ສອງ​ໃນ​ໂລກ​ເຊິ່ງຖັດຈາກ​ອາ​ເມ​ລິ​ກາ.​ເມື່ອ​ຮອດ​ປີ​2010,​ຈີນ​ຍັງ​ຕ້ອງ​ການ​ກໍ່​ສ້າງ​ໃໝ່​ຫຼື​ຂະ​ຫຍາຍ​ສ້າງ​ສະ​ໜາມ​ບິນ​ປະ​ມານ60​ແຫ່ງ.​ໃນ​ນັ້ນ​ສ່ວນ​ຫຼາຍ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ,​ການ​ລົງ​ທຶນ​ເຂົ້າ​ໃນ​ຂະ​ແໜງ​ການ​ສະ​ໜາມ​ບິນ​ມີ​ອະ​ນາ​ຄົດ​ກວ້າງ​ຂວາງ​ສົມ​ຄວນ.