ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-06 19:15:08    
ປີ​2008,​ຈີນ​ຈະ​ສ້າງ​ໃໝ່​ແລະ​ດັດ​ສ້າງ​ທາງ​ຫຼວງ​2​ແສນ​7​ໝື່ນ​ກິ​ໂລ​ແມັດ​ຢູ່​ຊົນ​ນະ​ບົດ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ6​ມັງກອນ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານຫຼີ​ເຊີ້ງ​ລີ​ນ ລັດຖະມົນຕີ​ວ່າການ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂອງ​ຈີນ​ກ່າວ​ວ່າ,​ປີ​2008,​ຈີນ​ຈະ​ສ້າງ​ໃໝ່​ແລະດັດ​ສ້າງ​ທາງ​ຫຼວງ​2​ແສນ​7​ໝື່ນ​ກິ​ໂລ​ແມັດ​ຢູ່​ຊົນ​ນະ​ບົດ.

ທ່ານຫຼີ​ເຊີ້​ງລີ​ນບອກ​ວ່າ,ປີ2008,ຈີນ​ຈະ​ເພີ່ມ​ຄວາມ​ແຮງ​ສະໜັບສະໜູນ​ການ​ກໍ່ສ້າງ​ທາງ​ຫຼວງ​ຢູ່​ຊົນ​ນະ​ບົດ​ເຂດ​ຊາຍ​ແດນ ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແລະ​ເຂດ​ທຸກ​ຍາກ;​ພ້ອມ​ກັນ​ນັ້ນ, ​ເຮັດ​ໃຫ້​ການ​ອະ​ນຸ​ມັດ​ເຂົ້າ​ຕະ​ຫຼາດ​ຂອງ​ການ​ກໍ່​ສ້າງ​ທາງ​ຫຼວງ​ຢູ່​ຊົນ​ນະ​ບົດ​​ເປັນ​ລະ​ບຽບ​ແບບ​ແຜນ​ກວ່າ​ເກົ່າ,​ສ້າງ​ລະ​ບົບ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ທີ່​ສອດ​ຄ່ອງ​ກັບຈຸດ​ພິ​ເສດ​ຂອງ​ທາງ​ຫຼວງ​ຊົນ​ນະ​ບົດ.

​ນັບແຕ່​ປີ2003​ເປັນຕົ້ນມາ,ຈີນ​ໄດ້​ກໍ່ສ້າງ​ທາງ​ຫຼວງ​ຢູ່​ຊົນ​ນະ​ບົດ​ຢ່າງ​ຂະ​ໜາດ​ໃຫຍ່.ນັບ​ມາ​ຮອດ​ປະ​ຈຸ​ບັນ​ນີ້,​ໄລຍະ​ທາງ​ຫຼວງ​ຢູ່​ຊົນ​ນະ​ບົດ​ຈີນ​ໄດ້​ຍາວ​ກວ່າ3​ລ້ານ​ກິ​ໂລ​ແມັດ​ແລ້ວ.