ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-07 15:21:27    
ຈີນ​ຈະ​ຊຸກ​ຍູ້​ຄວາມ​ຍຸດຕິ​ທຳ​ແລະ​ລັກສະ​ນະ​ສາທາ​ລະນະ​ປະ​ໂຫຍດ​ຂອງ​ສາທາ​ລະນະ​ສຸກ

cri Author: cai
ຕາມຂ່າວCRI:ວັນ​ທີ 7 ມັງກອນ​ນີ້,ຢູ່​ປັກ​ກິ່ງ,​ໃນ​ກອງ​ປະຊຸມ​ວຽກ​ງານ​ສາທາລະນະ​ສຸກ​ທົ່ວ​ປະ​ເທດ​ຈີນ,ທ່ານ​​ເຊີນ​ຈູ ລັດຖະມົນຕີ​ວ່າການ​ກະຊວງ​ສາທາ​ລະນະ​ສຸກ​ຈີນ​ກ່າວ​ວ່າ,ຈີນ​ຈະ​ຊຸກຍູ້​ຄວາມຍຸດ​ຕິທຳ​ແລະ​ລັກສະນະ​ສາທາ​ລະນະ​ປະ​ໂຫຍດ​ຂອງ​ສາທາລະນະ​ສຸກ.

ທ່ານ​ເຊີນ​ຈູ​ກ່າວ​ວ່າ,​ເມື່ອ​ຮອດ​ປີ 2020,ຈີນ​ຈະ​ພະຍາ​ຍາມ​ເຮັດ​ໃຫ້​ປະຊາຊົນ​ທຸກ​ຄົນ​ໄດ້​ຊົມ​ໃຊ້​ການ​ບໍລິການ​ດ້ານ​ສາທາລະນະ​ສຸກຂັ້ນ​ພື້ນ​ຖານ,ຄວາມ​ໝາຍທີ່ແທ້​ຈິງ​ຂອງການ​ໃຫ້​ທຸກ​ຄົນ​ໄດ້​ຊົມ​ໃຊ້ກໍ​ແມ່ນການ​ຊົມ​ໃຊ້​ຢ່າງຍຸດ​ຕິທຳ,ປະຊາ​ຊົນ​ທຸກ​ຄົນ,ບໍ່​ຈຳ​ແນກ​ເພດ​ໄວ ອາຊີບ ​ເຂດ​ແຄວ້ນ​ຫຼື​ຄວາມ​ສາມາດ​ຈ່າຍ,ລ້ວນ​ແຕ່​ມີ​ສິດ​ແລະ​ຜົນ​ປະ​ໂຫຍ​ດ​ເທົ່າ​ທຽມກັນ.ທ່ານ​ກ່າວວ່າ,ຈີນ​ຈະ​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ​ເພີ່ມງົບປະ​ມານ​ດ້ານ​ສາທາ​ລະນະ​ສຸກ​ເພື່ອຫຼຸດ​ຄວາມ​ແຕກໂຕນ​ກັນທີ່​ເກີດ​ຂຶ້ນລະ​ຫວ່າງ​ຕົວ​ເມືອງ​ກັບ​ຊົນນະ​ບົດ ​ເຂດ​ຕ່າງໆ​ແລະປະ​ຊາຊົນທີ່​ມີ​ລະດັບ​ຕ່າງ​ກັນ​ໃນ​ການຈັດ​ສັນ​ຊັບພະຍາ​ກອນ​ສາທາລະນະ​ສຸກ ​ໃນ​ການ​ເຂົ້າ​ເຖິງ​ການ​ບໍລິການ​ດ້ານ​ສາ​ທາລະນະ​ສຸກ​ແລະ​ໃນສະ​ພາບ​ສຸຂະ​ພາບ​ໃນ​ປະຈຸ​ບັນ​ໃຫ້​ໜ້ອຍ​ລົງ​ເປັນ​ກ້າວໆ​.

ທ່ານ​ເຊີນ​ຈູ​ຍັງ​ກ່າວ​ວ່າ,​ຄຽງ​ຄູ່​ກັບ​ງົບປະ​ມານ​ດ້ານສາ​ທາລະນະ​ສຸກ​ໄດ້​ເພີ່ມຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ລັດຖະ​ບານ​ຈີນ​ຈະ​ເນັ້ນ​ໜັກ​ລັກ​ສະ​ນະ​ສາທາ​ລະນະ​ປະ​ໂຫຍ​ດຂອງ​ວຽກ​ງານ​ສາທາ​ລະນະ​ສຸກ​ຕື່ມ​ອີກ​ເພື່ອໃຫ້​ຜົນ​ປະ​ໂຫຍ​ດ​ແກ່​ປະ​ຊົນ​ຊົນ.