ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-07 17:55:55    
ປີ​ກາຍ​ນີ້ ​ໂຄງ​ການ​ເຂື່ອນ​ຊານ​ເຊຍ​ຂອງ​ແມ່​ນ້ຳ​ຢາງ​ເຊ​ຈີນ​ບໍ່​ໄດ້​ເກີດ​ອຸ​ປະ​ຕິ​ເຫດ​ດ້ານ​ຄວາມ​ປອດ​ໄພ​ແລະ​ຄຸນ​ນະ​ພາບ

cri
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້ ບໍລິສັດ​ສ້າງ​​​ເຂື່ອນຊານ​ເຊຍ​ແມ່​ນ້ຳ​ຢາງ​ເຊ​ຈີນ​ກ່າວ​ວ່າ, ​ປີ​ກາຍ​ນີ້ ​ໂຄງການ​ດັງ​ກ່າວ​ໄດ້​ບັນລຸ​ເປົ້າຫມາຍ​ທີ່ບໍ່​ມີ​ອຸປະຕິ​ເຫດ​ໃນ​ເວລາ​ກໍ່ສ້າງ​ແລະ​ເລີ່​ມຜະລິດ​ແລ້ວ.

ປີ​ກາຍ​ນີ້, ບໍລິສັດ​ດັ່ງກ່າວ​ໄດ້​ຕີ​ລາຄາ​ຄຸນ​ນະພາ​ບຕໍ່​ 2000 ກວ່າກິດຈະການຂອງ​ໂຄງການ​​ເຂື່ອນ​ຊານ​ເຊຍ,​​ແລະໄດ້​ມາດ​ຕະຖານ​ທັງ​ຫມົດ,ອັດຕາ​ຄຸນ​ນະພາ​ບດີ​ບັນລຸ 94% ;​ໃນ​ດ້ານ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ,ປີ​ກາຍ​ນີ້, ບໍລິສັດ​ສ້າງ​ເຂື່ອນຊານ​ເຊຍ​ໄດ້​ເພີ່ມ​ທະວີ​ການ​ປັບປຸງ​ການ​ກວດກາ​ຄວາມ​ອັນ​ຕະລາຍ​ທີ່​ແອບ​ແຝງ​ຢູ່,ການກໍ່​ສາງ​​ໂຄງການ​ແລະ​ການ​ຜະລິດ​ໄຟຟ້າ​ລ້ວນ​ແຕ່​ບໍ່​ໄດ້​ເກີດອຸປະຕິ​ເຫດ​ທີ່ມີ​ຄົນ​ບາດ​ເຈັບ​ແລະ​ເສຍ​ຊີວິດ.​ໂຄງການ​ເຂື່ອນ​ຊານ​ເຊຍ​ຕັ້ງຢູ່​ເມືອງ​ອີ​ຊາງ​ແຂວງ​ຫູ​ໄປ ພາກ​ກາງຂອງ​ຈີນ,​ແມ່ນ​ໂຄງການ​ຊຸມ​ຊົນລະປະທານ​ທີ່​ໃຫຍ່​ກວ່າ​ຫມູ່​ໃນ​ໂລກ.