ອາສາສະໝັກສະພາກາແດງຈີນມີຫຼາຍກວ່າ 1 ລ້ານ 1 ແສນຄົນ
cri
ຕາມຂ່າວໜັງສືພິມເຢິນມິນຢື້ປ້າວສະບັບຕ່າງປະເທດ: ວັນທີ 7 ມັງກອນນີ້, ສະພາກາແດງຈີນແຈ້ງໃຫ້ຊາບວ່າ, ປະຈຸບັນ, ສະພາກາແດງຈີນມີອາສາສະໝັກຫຼາຍກວ່າ 1 ລ້ານ 1 ແສນຄົນແລ້ວ.
ປະຈຸບັນ, ອາສາສະໝັກຂອງສະພາກາແດງຈີນຕົ້ນຕໍແມ່ນຮັບໃຊ້ໃນຂົງເຂດ: ການຊ່ອຍເຫຼືອມະນຸດສະທຳ, ການຊ່ອຍເຫຼືອສັງຄົມ, ແລະການເຜີຍແຜ່ວຽກງານກາແດງເປັນຕົ້ນ, ກາຍເປັນກຳລັງແຮງອັນໜຶ່ງທີ່ເບີ່ງຂ້າມບໍ່ໄດ້ໃນວຽກງານຊ່ອຍເຫຼືອຂອງອາສາສະໝັກຈີນ. ໃນຫຼາຍປີຕໍ່ໜ້າ, ສະພາກາແດງຈີນຈະຖືວຽກງານຕ່າງໆ, ເຊັ່ນ: ການກອບກູ້ສຸກເສີນ, ການເບີ່ງແຍງສຸຂະພາບ, ການຊ່ອຍເຫຼືອດ້ານມະນຸດສະທຳ, ການໂຄສະນາໃຫ້ຄວາມຮູ້ກ່ຽວກັບພະຍາດເອດ໌, ແລະການບໍລິການຢູ່ຕ່າງປະເທດເປັນຈຸດໜັກຂອງວຽກງານອາສາສະໝັກ.
ປີ 2007, ສະພາກາແດງຈີນຂັ້ນຕ່າງໆໄດ້ຊອກທຶນແລະວັດຖຸທີ່ມີມູນຄ່າຫຼາຍກວ່າ 2 ຕື້ 100 ລ້ານຢວນ, ເງິນແລະວັດຖຸເຫຼົ່ານີ້ໃຊ້ເຂົ້າໃນການກູ້ໄພຫຼາຍກວ່າ 1 ຕື້ 300 ລ້ານຢວນ, ໄດ້ຊ່ອຍເຫຼືອປະຊາຊົນທີ່ທຸກຍາກຫຼາຍກວ່າ 15 ລ້ານເທື່ອຄົນ.
|
|