ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-09 17:28:47    
ປີ 2008 ສະ​ພາບ​ສະ​ໜອງ​ນ້ຳມັນ​ດິບ​ໃນ​ຕະ​ຫຼາດ​ສາກົນ​ຈະ​ສືບ​ຕໍ່​ເຄັ່ງ​ຕຶງຢູ່

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 8 ມັງ​ກອນ​ນີ້,ກົມ​ຂ່າວ​ລັບດ້ານ​ພະລັງງານທີ່​ສັງກັດ​ກະຊວງ​ພະລັງງານ​ອາ​ເມ​ລິ​ກາ​ໄດ້​ປະກາດ​ບົດ​ລາຍ​ງານ​ວ່າ,ຍ້ອນປະ​ເທດ​ທີ່ຢູ່​ນອກ​ອົງການປະ​ເທດ​ສົ່ງ​ອອກ​ນ້ຳມັນ​ຫຼື​ໂອ​ເປັກຜະລິດ​ນ້ຳມັນ​ເພີ່ມ​ຂຶ້ນບໍ່​ຫຼາຍ​,ປີ 2008,ສະພາບ​ການ​ສະໜອງ​ນ້ຳມັນ​ດິບ​ໃນ​ຕະຫຼາດ​ສາກົນ​ຈະ​ສືບ​ຕໍ່​ເຄັ່ງ​ຕຶງ​ຢູ່.

ແຕ່​ວ່າ,ພ້ອມ​ກັນ​ນັ້ນ,ບົດ​ລາຍ​ງານ​ຍັງ​ຄາດ​ຄະ​ເນ​ວ່າ,​ເມື່ອ​ຮອດ​ປີ 2009,​ຄຽງ​ຄູ່​ກັບປະ​ເທດ​ສະມາຊິກ​ຂອງອົງການ​ໂອ​ເປັກ​​ແລະ​ນອກ​ໂອ​ເປັກ​ໄດ້​ຜະລິດນ້ຳມັນ​​ເພີ່ມ​ຂຶ້ນ,ສະພາບ​ການ​ສະໜອງ​ນ້ຳມັນ​ດິບ​ໃນຕະຫຼາດ​ຈະ​ຜ່ອນຄາຍລົງ.​ໃນນັ້ນ​,ປະລິມານ​ທີ່​ເຫຼືອຈາກ​ການ​ຜະລິດ​ໃນ​ແຕ່ລະ​ມື້​ຂອງ​ໂອ​ເປັກຄາດ​ວ່າຈະຈາກບໍ່​ຮອດ 2 ລ້ານບາ​ເຣວ​ໃນ​ປະຈຸ​ບັນ​ເພີ່ມ​ຂຶ້ນຮອດ 4 ລ້ານບາ​ເຣວຂຶ້ນ​ໄປ.