ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-09 18:03:03    
ບົດ​ລາຍ​ງານ​ຂອງ​ທະ​ນາ​ຄານ​ໂລກ​ກ່າວ​ວ່າ​ປີ​ນີ້​ເສດ​ຖະ​ກິດ​ໂລກ​ຈະ​ເຕີບ​ໂຕ​ຊ້າ​ລົງ

cri
ຕາມ​ຂ່າວສານ​ຊີ​ນຮວາ:ບົດ​ລາຍ​ງານ​​ເບິ່ງ​ເສດຖະກິດ​ທົ່ວ​ໂລກ​ປີ 2008 ທີ່​ທະນາຄານ​ໂລກ​​ເຜີຍ​ແຜ່​ໃນ​ວັນ​ທີ 9 ມັງກອນ​ນີ້​ເຫັນ​ວ່າ, ​ໂດຍ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ເສດຖະກິດ​ຂອງ​ປະ​ເທດ​ທີ່​ພັດທະນາເຊັ່ນ​ອາ​ເມ​ລິ​ກາ​ເປັນຕົ້ນ​​ເຕີບ​ໂຕຊ້າ​ລົງ,​ເສດຖະກິດ​ດ​ໂລກ​ກໍ່​ຈະ​ເຕີບ​ໂຕ​ຊ້າ​ລົງ​ຄື​ກັນ, ຄາດ​ວ່າ​ປີ 2007 ​ອັດຕາ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ແມ່ນ 3,6%, ສ່ວນ​ປີ 2008 ຈະ​ຫລຸດ​ລົງ​ເຖີງ 3,3%.
ບົດ​ລາຍ​ງານ​ກ່າວ​ວ່າ, ປີ 2007 ອັດຕາ​ເຕີບ​ໂຕ​ຂອງ​ເສດຖະກິດ​ອາ​ເມ​ລິ​ກາ​ແມ່ນ 2,2%, ຄາດວ່າ​ປີ​ນີ້​ມີ​ແຕ່ 1,9%.ສ່ວນ​ເສດຖະກິດຂອງ​ຍີ່​ປຸ່ນ​ແລະ​ເຂດ​ໃຊ້​ເງິນ​ເອີ​ໂລ​ໃນ​ປີ​ກາຍ​ແລະ​ປີ​ນີ້​ລ້ວນ​ແຕ່​ຈະ​ຕ່ຳ​ກວ່າ​ລະດັບ​ໃນ​ປີ 2006.

ບົດ​ລາຍ​ງານ​ຍັງ​ຊີ້​ອອກ​ວ່າ, ​ເສດຖະກິດ​ຂອງ​ປະ​ເທດ​ພວມ​ພັດທະນາ​ຍັງ​ຈະ​ຮັກສາ​ທ່ວງທ່າ​​ເຕີບ​ໂຕ​ຢ່າງ​ແຂງ​ແຮງ.ບົດ​ລາຍ​ງານ​ຄາດ​ຄະ​ເນ​ວ່າ, ອັດຕາ​ເຕີບ​ໂຕ​ຂອງ​​ເສດຖະກິດ​ປະ​ເທດ​ພວມ​ພັດທະນາ​ໃນ​ປີ 2007 ​ແມ່ນ 7,4%, ປີ​ນີ້​ຈະ​​ເປັນ 7,1%.​ໃນບັນດາ​ປະ​ເທດ​ພວມ​ພັດທະນາ, ​ເສດຖະກິດ​ຈີນ​ແລ​ະອິນ​ເດຍສະ​ແດງບົດບາດ​ພົ້ນ​ເດັ່ນກວ່າ​ຫມູ່.​ໃນ​ນັ້ນ, ອັດຕາ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ໃນ​ປີ​ກາຍ​ແລະ​ປີ​ນີ້​ຕ່າງຈະ​ບັນລຸ 11,3% ​ແລະ 10,8%.