ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-10 18:03:59    
ທ່ານ​ໂອ​ເມີດ​ກ່າວ​ວ່າ​ອິສລ​ແອນ​ຈະ​ບໍ່​ຢຸດ​ຕິ​ໂຄງ​ການ​ສ້າງ​ຖີ່ນ​ຖານ​ໃຫມ່​ຢູ່​ເຢ​ລູ​ຊາ​ເລັມ​ຕາ​ເວັນ​ອອກ

cri
ຕາມ​ຂ່າວ cri:ວັນ​ທີ 9 ມັງກອນ​ນີ້, ທ່ານ​ໂອ​ເມີດ ນາຍົກລັດຖະມົນຕີອິສລາ​ແອນ​ກ່າວ​ວ່າ, ອິສລາ​ແອນ​ຈະ​ບໍ່​ຢຸດຕິ​ໂຄງການ​ສ້າງ​ຖີ່​ນຖານ​ໃຫມ່​ຢູ່​​ເຢລູຊາ​ເລັມ​ຕາ​ເວັນ​ອອກ​.

​ໃນ​ເວລາ​ເຈລະຈາ​ກັບ​ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ໄປ​ຢ້ຽມຢາມ​ໃນ​ມື້​ດຽວ​ກັນ, ທ່ານ​ໂອ​ເມີດ​ກ່າວ​ວ່າ, ອິສລາ​ແອນ​ຈະ​ບໍ່​ຮັບ​ເອົາ​ຄວາມ​ຮຽກຮ້ອງ​ຂອງ​ຝ່າຍ​ອາ​ເມ​ລິ​ກາທີ່​ໃຫ້ເຊົາ​ສ້າງ​ຖີ່​ນຖານ​ໃຫມ່​ຂອງ​ຊາວ​ຢິວຢູ່​ເຢລູຊາ​ເລັມ​ຕາ​ເວັນ​ອອກ.

​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ຫລັງ​ການ​ເຈລະຈາ,ທ່ານ​ໂອ​ເມີດ​ຊີ້​ອອກ​ວ່າ, ທາດ​ແທ້​ຂອງບັນຫາ​ຖານະ​ຂອງ​ເຢລູຊາ​ເລັມ​ແມ່ນຕ່າງ​ກັນກັບບັນຫາ​ສ້າງ​ຖີ່​ນຖານ​ໃຫມ່​ຢູ່​ແຫ່ງ​ອື່ນໆ.ອິສລາ​ແອນ​ບໍ່ຢາກປິດ​ບັງ​ການ​ເຄື່ອນ​ໄຫວ ​ໃນ​ເຂດ​ດັ່ງກ່າວ,​ແລະ​ມີ​ແຜນ​ຈະນຳ​ເອົາ​ບັນຫາ​ທີ່​ກ່ຽວຂ້ອງ​ທຸກ​ຢ່າງ​​ໄປ​ປຶກສາ​ຫາລື​ກັນໃນ​ການ​ເຈລະຈາລະຫວ່າງ​ອິສລາ​ແອນ​ກັບປາ​ເລັສຕິນ​ໃນ​ອະນາ ຄົດ.

​ແຕ່​ທ່ານ​ບຸ​ສກ່າວ​ຢ້ຳວ່າ, ສັນຍາ​ສັນຕິພາບ​ອິສລາ​ແອນ​ແລະ​ປາ​ເລັສຕິນຕ້ອງລວມທັງ​ເນື້ອ​ໃນ​ມ້າງ​ຖີ່​ນຖານ​ທີ່​ຜິດ​ກົດຫມາຍ​ທັງ​ຫມົດ.