ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-10 18:06:02    
ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ​ປະ​ກອບ​ສ່ວນ​ເພື່ອ​ການ​ພັດ​ທະ​ນາ​ຢ່າງ​ຫມັ້ນ​ທ່ຽງ​ຂອງ​ອາ​ຟຼີ​ກາ

cri
ຕາມ​ຂ່າວ ​​cri:ວັນ​ທີ 10 ມັງກອນ​ນີ້ ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ນາງ​ຈ່ຽງຢູ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ເນັ້ນວ່າ, ຈີນ​ຍິນ​ດີຮ່ວມ​ມື​ແລະ​ແລກປ່ຽນ​ກັບປະ​ເທດ​ແລະ​ເຂດ​ແຄວ້ນ​ທັງ​ຫມົດທີ່​ເອົາ​ໃຈ​ໃສ່​ນຳ​ອາ​ຟຼີກາ​ຢ່າງ​ຈິງ​ໃຈ,ພ້ອມ​ກັນ​ປະກອບ​ສ່ວນ​ເພື່ອສະຖຽນ​ລະ​ພາບ​ແລະການ​ພັດທະນາຂອງ​ອາ​ຟຼິກາ.

ມີ​ຂ່າວ​ແຈ້ງວ່າ,ກ່ອນ​ນີ້ສະຫະພາບ​ເອີ​ລົບ​ກ່າວ​ວ່າ​ຍິນ​ດີ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ບັນຫາ​ອາ​ຟຼີກາ.ທ່ານ​ນາງ​ຈ່ຽງຢູ​ວິຈານ​ວ່າ, ຈີນ​ກັບ​ສະຫະ ພາບ​ເອີ​ລົບ​ລ້ວນ​ແຕ່​ທຸ່ມ​ເຫື່ອ​ເທ​ແຮງ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາສັນຕິພາບ​ແລະ​ຄວາມ​ຫມັ້ນທ່ຽງ​ຂອງ​ອາ​ຟຼີກາ, ​ເພື່ອ​ໃຫ້​ພາກ​ພື້ນອາ​ຟຼີກາ​ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ.ຝ່າຍ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ສະຫະພາບ​ເອີ​ລົບ​ໃນ​ບັນຫາ​ອາ​ຟຼີກາ.ນາງ​ກ່າວ​ຢ້ຳວ່າ,​ໃນ​ເວລາ​ປະຊາ​ຄົມ​ໂລກ​ຮ່ວມ​ມື​ກັບອາ​ຟຼີການັ້ນ,ຄວນ​ເຄົາລົບ​ແລະ​​ຟັງ​ຄວາມ​ເຫັນ​ຂອງ​ອາ​ຟຼີກາ​ຢ່າງ​ເຕັມ​ສ່ວນ.