ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-11 15:57:53    
ເ​ລັ່ງລັດ​ສ້າງ​ລະບົບ​ປະກັນ​ສັງ​ຄົມ​ທີ່​ຊາວ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ມີ​ສ່ວນ​ຮ່ວມ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 11 ມັງກອນ​ນີ້, ຂ່າວສານ​ຊິນ​ຮວາ​ຂອງ​ຈີນ​ໄດ້ພິມ​ບົດ​ຄວາມ ​ໂດຍ​ຂຽນ​ວ່າ, ຈີນ​ຈະຖື​ລະບົບ​​ເບິ່ງ​ແຍງ​ຜູ້​ເຖົ້າຂັ້ນພື້ນຖານ ລະບົບ​ການ​ປິ່ນປົວ​ຂັ້ນ​ພື້ນ​ຖານ​ແລະ​ລະ​ບົບ​ຮັບ​ປະ​ກັນ​ຊີວິດ​ການ​ເປັນ​ຢູ່​ລະດັບ​ຕ່ຳ​ສຸດ​ເປັນ​ຈຸດ​ໜັກ, ​ເລັ່ງລັດສ້າງ​ລະ​ບົບ​ປະ​ກັນ​ສັງ​ຄົມ​ທີ່​ຊາວ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ມີ​ສ່ວນ​ຮ່ວມ.

ບົດ​ຄວາມ​ຂຽນ​ວ່າ, ບົດ​ລາຍ​ງານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 17 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຊີ້​ອອກ​ວ່າ, ຕ້ອງ​ຖື​ການ​ປະກັນ​ໄພ​ສັງຄົມ ການ​ກອບ​ກູ້ຊ່ວຍ​ເຫຼືອສັງ​ຄົມ​ແລະ​ສະ​ຫວັດ​ດີ​ການ​ສັງຄົມ​ເປັນ​ພື້ນຖານ, ຖືລະບົບ​​ເບິ່ງ​ແຍງ​ຜູ້​ເຖົ້າຂັ້ນ​ພື້ນຖານ ລະບົບ​ການ​ປິ່ນ​ປົວ​ຂັ້ນ​ພື້ນຖານ​ແລະ​ລະບົບ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ລະດັບ​ຕ່ຳ​ສຸດ​ເປັນ​ຈຸດ​ໜັກ, ຖື​ການ​ກຸ​ສົນ ການ​ປະກັນ​ໄພ​ລັກສະນະ​ການ​ຄ້າ​ເປັນອັນ​ສຳຮອງ, ​ເລັ່ງລັດ​ປັບ​ປຸງ​ລະ​ບົບ​ປະ​ກັນ​ສັງ​ຄົມ.

ບົດ​ຄວາມ​ຂຽນ​ວ່າ, ນະ​ໂຍບາຍ​ດັ່ງກ່າວ​​ໄດ້​ສະ​ເໜີ​ອອກ​ໂດຍ​ຖື​ສະພາບ​ຕົວ​ຈິງ​ແຫ່ງ​ຊາດ​ຂອງ​ຈີນ​ທີ່​ຍັງ​ຢູ່ໃນ​ໄລຍະ​​ຕົ້ນຂອງສັງຄົມ​ນິຍົມ​ເປັນ​ບ່ອນ​ອີງ, ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່ "ລະບົບ​ປະກັນ​ສັງຄົມ​ທີ່​ຊາວ​ຕົວ​ເມືອງ​ແລະ​ຊົນນະບົດ​ມີ​ສ່ວນ​ຮ່ວມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ພື້ນຖານ ທຸກໆ​ຄົນກໍ​ມີ​ຄວາມ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂັ້ນ​ພື້ນ​ຖານ", ​ແລະ​ບົນ​ພື້ນ​ຖານ​ການວິ​ເຄາະສະພາບ​ຄວາມ​ຄືບ​ໜ້າ​ຂອງ​ການ​ກໍ່​ສ້າງ​ລະ​ບົບ​ປະ​ກັນ​ສັງ​ຄົມ​ໃນ​ປັດຈຸບັນ​ແລະ​ໃນ​​ໄລຍະ​ຕໍ່ໜ້າ​ນີ້ ​ຢ່າງ​ວິທະຍາ​ສາດ​.