ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-14 12:59:51    
ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ​ຊຽງ​ໄຮ້​ຈະ​ເລີ່ມ​ກໍ່​ສ້າງ​ໃນ​ວັນ​ທີ​18​ມັງ​ກອນ​ນີ້

cri Author: shuo
ຕາມ​ໜັງສືພິມ​ຈິ່ງ​ຮວາ​ຊືປ້າວ​ຂອງ​ຈີນ:ວັນ​ທີ13​ມັງກອນ​ນີ້,ກອງ​ປະຊຸມ​ວຽກ​ງານ​ທາງ​ລົດ​ໄຟ​ຈີນ​ທີ່​ຈັດ​ຂຶ້ນຢູ່ນະຄອນ​ຫຼວງ​ປັກ​ກິ່ງ​ແຈ້ງ​ວ່າ,ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ​ຊຽງ​ໄຮ້​ຈະ​ຈັດ​ພິທີ​ເລີ່​ມກໍ່ສ້າງ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ18​ເດືອນ​ນີ້​ແລະ​ຈະ​ໃຊ້​ເວລາ​ກໍ່ສ້າງ5ປິ.

ທາງ​ລົດ​ໄຟ​ຄວາມ​ໄວ​ສູງປັກ​ກິ່ງ​ຊຽງ​ໄຮ້​ຍາວທັງ​ໝົດ1300ກວ່າກິໂລແມັດ,​ແລ່ນ​ດ້ວຍ​ຄວາມ​ໄວ​300​ຫາ​350​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,​ແລ່ນ​ຜ່ານ​ນະ​ຄອນ​ຫຼວງ​ປັກ​ກິ່ງ ກຳ​ແພງ​ນະ​ຄອນ​ທຽນ​ສິນ​ ກຳ​ແພງ​ນະຄອນ​ຊຽງ​ໄຮ້ ​ແຂວງ​ເຫີ​​ໄປ ​ແຂວງ​ຊ່ານ​ຕົ່ງ​ ​ແຂວງ​ອ່ານ​ຮຸ່ຍ​ແລະ​ແຂວງ​ຈ່ຽງຊູ່,ກຳ​ແພງ​ນະຄອນ​ແລະ​ແຂວງ​ເຫຼົ່ານີ້ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ.

ຜູ້​ຊ່ຽວຊານ​ບອກ​ໃຫ້​ຮູ້​ວ່າ,ພາຍຫຼັງທາງ​ລົດ​ໄຟ​ຄວາມ​ໄວ​ສູງປັກ​ກິ່ງ​ຊຽງ​ໄຮ້ສ້າງ​ສຳ​ເລັດ,​ການ​ເດີນທາງແຕ່​ປັກ​ກິ່ງ​ຫາ​ຊຽງ​ໄຮ້​ຈະ​ໃຊ້​ເວລາພຽງ​ແຕ່5​ຊົ່ວ​ໂມງ​ເທົ່າ​ນັ້ນ,​ຄາດ​ວ່າ,​ແຕ່ລະ​ປີ​ຈະ​ຂົນ​ສົ່ງ​ຜູ້​ໂດຍສານປະມານ160​ລ້ານ​ເທື່ອ​ຄົນ.​